Monthly Archives: February, 2020

ຊົມເຊີຍ! ເຈົ້າແຂວງຄໍາມ່ວນມອບເຂົ້າໃຫ້ເມືອງບົວລະພາ 3ພັນກວ່າກິໂລ

ເຈົ້າແຂວງໆຄໍາມ່ວນມອບເຂົ້າສານ(ຈ້າວ)ຊ່ວຍເຫຼືອປະຊາຊົນຜູ້ຖືກກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງບົວລະພາ ຈໍານວນ 166 ເປົາ ນໍ້າໜັ້ກ 3.320 ກິໂລກຣັມ ມູນຄ່າ 20ລ້ານກວ່າກີບ. ໃນວັນທີີ 3 ກຸມພາ 2020 ຢູ່ຫ້ອງວ່າການ ເມືອງບົວລະພາ, ໄດ້ມີພິທີມອບຮັບເຂົ້າສານ(ຈ້າວ) ໂດຍການກ່າວມອບຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ທ່ານ ແກ້ວ ຈັນທະວົງ ພະນັກງານບຳນານ...

ນັກເຕະສາວ ນວ ແຊັມ 5 ຫຼຽນຄຳ ໄດ້ຮັບເຄື່ອງນຸ່ງກິລາ ຈາກພອນທິບ ໂຮມເຊັນເຕີ ກຽມຮ່ວມ ຊຽງຂວາງ ເກມ

ພິທີມອບ-ຮັບເຄື່ອງນຸ່ງກິລາດັ່ງກ່າວ ຈັດຂຶ້ນໃນອາທິດ ທີ່ຜ່ານມາ ທີ່ສະໜາມກີລາບານເຕະ ເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍເປັນການກ່າວມອບຂອງ ທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ ແລະ ກ່າວຮັບແມ່ນ ນາງ ສຸພາວັນ ໄພວັນ ຫົວໜ້າທີມບານເຕະຍິງ ນວ ມີທ່ານ ໂກສົນ ທຳມະນີລາ ຫົວໜ້າຄູຝຶກບານເຕະຍິງ...

ຄຳຊີ້ແຈງຫຼ້າສຸດໃນການຕັດສິນໃຈໃຫ້ ຫົວເຫວີຍ ສາມາດມີສ່ວນຮ່ວມ ໃນການເຂົ້າຮ່ວມໂຄງສ້າງພື້ນຖານ 5G ຂອງລາຊະອານາຈັກອັງກິດ

“ ຫົວເຫວີຍ ຍັງຄົງໄດ້ຮັບຄວາມເຊື່ອໝັ້ນຈາກການຢືນຢັນຂອງລັດຖະບານອັງກິດ ວ່າ: ເຮົາສາມາດເຮັດວຽກຮ່ວມກັບລູກຄ້າຂອງເຮົາໃນການເປີດໂຕ 5G ການຕັດສິນໃຈຕາມຫຼັັກຖານຄວາມເປັນຈິງໃນຄັ້ງນີ້ຈະສົ່ງຜົນໃຫ້ໂຄງສ້າງພື້ນຖານໂທລະຄົມມະນາຄົມ ມີຄວາມກ້າວໜ້າ, ປອດໄພ ແລະ ປະຢັດຍິ່ງຂຶ້ນ. ເຮັດໃຫ້ປະເທດອັງກິດ ສາມາດເຂົ້າເຖິງເຕັກໂນໂລຊີລະດັບໂລກ ແລະ ສ້າງຄວາມໝັ້ນໃຈໃນຕະຫຼາດການແຂ່ງຂັນໄດ້ ”. “ ຫົວເຫວີຍ ໄດ້ຈັດຫາເຕັກໂນໂລຊີທີ່ທັນສະໄໝໃຫ້ແກ່ຜູ້ປະກອບການດ້ານໂທລະຄົມມະນາຄົມໃນອັງກິດ ມາດົນກວ່າ 15 ປີ ແລະ ຕະຫຼາດແຂ່ງຂັນທີ່ສົມບູນຈະເຮັດໃຫ້ເກີດການແຂ່ງຂັນທີ່ເປັນທຳ ແລະ...

ດາວພະຈັນ ກຽມພ້ອມຮັບໃຊ້ ແຂວງບໍ່ແກ້ວ ລຸຍ ຊຽງຂວາງ ເກມ 2020

ຕາມການໃຫ້ສຳພາດຂອງ ທ້າວ ດາວພະຈັນ ພຸດທະບັນດິດ ນັກກິລາສະນຸກເກີທີມຊາດ ແຈ້ງໃຫ້ຊາບວ່າ: ຍ້ອນວ່າແຂວງຫຼວງພະບາງ ຍັງບໍ່ທັນມີລະບົບການຈັດຕັ້ງ ສະຫະພັນສະນຸກເກີຂອງແຂວງຂຶ້ນຢ່າງເປັນທາງການ ແລະ ຍັງຂາດຄວາມສະດວກຫຼາຍດ້ານ. ດັ່ງນັ້ນ, ຂ້ອຍພ້ອມທີມງານຈຶ່ງໄດ້ຕັດສິນໃຈ ລົງຫຼິ້ນໃຫ້ແຂວງບໍ່ແກ້ວ ທີ່ມີຄວາມສະດວກຫຼາຍດ້ານ. ເຖິງຢ່າງໃດກໍດີ, ໃນຕໍ່ໜ້າຖ້າຫາກວ່າ ແຂວງຫຼວງພະບາງ ສາມາດມີເງື່ອນໄຂ ແລະ ໃຫ້ຄວາມສະດວກ ກໍຍັງຈະກັບໄປຫຼິ້ນໃຫ້ແຂວງບ້ານເກີດຂອງພໍ່ຄືເກົ່າ ແລະ ຂໍຝາກຄວາມຂໍໂທດຂໍອະໄພມາຍັງບັນດາພໍ່ແມ່ປະຊາຊົນແຂວງຫຼວງພະບາງ...

ດ່ວນຈາກກົມໃຫຍ່ຕຳຫຼວດ! ໃຫ້ກັກຊົ່ວຄາວລົດນັກທ່ອງທ່ຽວຈາກຈີນ ເພື່ອກວດກາ

ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 189/ປກສ. ລົງວັນທີ 17 ກຸມພາ 2016. ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຕໍາຫຼວດຈະລາຈອນ; ອີງຕາມ ທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 31 ມັງກອນ 2020, ໃຫ້ກົມຕໍາ ຫຼວດຈະລາຈອນອອກແຈ້ງການ ແລະ ອີງຕາມຂໍ້ມູນຂ່າວ ຂອງກະຊວງສາທາລະນະສຸກ ມີລົດ ແລະ ຄົນຈີນ...

ໜ້າກາກອະນາໄມສາມາດປ້ອງກັນພະຍາດໄດ້ແທ້ບໍ?

ໄລຍະນີ້ຖ້າຈະອອກນອກເຮືອນກໍອັນຕະລາຍ ເພາະນອກຈາກຝຸ່ນ PM2.5 ທີ່ລອຍຢູ່ອາກາດ ຍັງມີໄພຮ້າຍຈາກພະຍາດປອດອັກເສບສາຍ  ພັນໃໝ່ທີ່ກຳລັງລະບາດຢູ່   ສປ ຈີນ. ສະນັ້ນ, ເວລາຈະອອກໄປໃສຕ້ອງເປັນເຈົ້າການໃນການປ້ອງກັນຕົນເອງ ໂດຍການໃສ່ໜ້າກາກອັດປາກ, ກິນອາຫານສຸກ ແລະ ຮ້ອນ ລວມທັງການລ້າງມືໃຫ້ສະອາດທຸກຄັ້ງທີ່ສໍາຜັດສິ່ງຂອງຕ່າງໆ. ໜ້າກາກທົ່ວໄປແມ່ນບໍ່ສາມາດປ້ອງກັນເຊື້ອພະຍາດຈາກຝຸ່ນ ຫຼື ໄວຣັສໄດ້ ຕ້ອງເປັນໜ້າກາກອະນາໄມທີ່ຜະລິດຂຶ້ນຈາກຜ້າ ຫຼື ພໍລິໂພໄພລິນ ເຊິ່ງເປັນ ພລາສຕິກຊະນິດໜຶ່ງທີ່ມີຄວາມປອດໄພຕໍ່ຜູ້ໃຊ້ ໂດຍໜ້າກາກອະນາໄມທີ່ມີຄຸນນະພາບຈະຕ້ອງມີຊັ້ນກອງຢ່າງໜ້ອຍ 3...

ກະແລັມເຕົ້າຮູ້ງາດຳ

ສຳລັບຜູ້ທີ່ຮັກສາສຸຂະພາບ ຢາກໃຫ້ລອງກະແລັມນໍ້າເຕົ້າຮູ້ງາດຳ ເຊິ່ງເປັນສູດບໍ່ມີໄຂມັນຈາກນົມເນີຍ, ແຕ່ໃຊ້ນໍ້າເຕົ້າຮູ້ປະສົມງາດຳ ປຸງລົດຊາດດ້ວຍນໍ້າຕານ ແລະ ເກືອເລັກໜ້ອຍກໍໄດ້ກິນກະແລັມແບບສຸຂະພາບດີແລ້ວ. ສ່ວນປະສົມ: 1 ນໍ້າເຕົ້າຮູ້ 1 ຖ້ວຍໃຫຍ່. 2 ງາດຳຂົ້ວບົດ 3 ບ່ວງແກງ. 3 ນໍ້າຕານຕາມໃຈມັກ. 4 ເກືອເລັກໜ້ອຍ. ວິທີເຮັດກະແລັມ: ເອົານໍ້າເຕົ້າຮູ້, ງາດໍາຂົ້ວ, ນໍ້າຕານ ແລະ ເກືອປະສົມໃຫ້ເຂົ້າກັນຈຶ່ງຄ້າງຂຶ້ນໃຊ້ໄຟປານກາງຈົນຟົດແລ້ວປົງລົງປະໄວ້ໃຫ້ເຢັນ. ຈາກນັ້ນ, ຖອກໃສ່ພາຊະນະແລ້ວໃຊ້ພລາສຕິກຖະໜອມອາຫານປິດ ແລະ ນໍາໄປແຊ່ຊ່ອງແຂງຈົນແຂງຕົວ. ເມື່ອແຂງແລ້ວໃຫ້ໃຊ້ເຄື່ອງຕີແບບ Hand...

ແຈ້ງດ່ວນ! ໂຮງຮຽນລາວ-ຈີນລຽວກົ່ງ ສັ່ງໂຈະການຮຽນເພື່ອຕິດຕາມການແຜ່ລະບາດໄວຣັສໂຄໂຣນາ

ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນ ລຽວກົ່ງ ເມືອງ ແລະ ແຂວງຫຼວງນ້ຳທາ ອອກແຈ້ງການດ່ວນ ໂຈະການຮຽນ-ການສອນ ພາກຄ່ຳ 1 ອາທິດ (ນັບແຕ່ວັນທີ 3-7 ກຸມພາ 2020) ເພື່ອຕິດຕາມ ແລະ ສະກັດກັ້ນການແຜ່ລະບາດໄວຣັສໂຄໂລນາ. ໂດຍອີງຕາມ ໜັງສືແຈ້ງການດ່ວນ ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນ ລຽງກົ່ງ ເມືອງຫຼວງນ້ຳທາ ເລກທີ 225/ມຕ.ລກ ລົງວັນທີ...

ສະຖາພອນ ຫວັງຍາດຫຼຽນຄໍາໃຫ້ກັບ ທັບນັກກີລາເທັນນິສ ນວ ໃນຊຽງຂວາງ ເກມ

ທ້າວ ສະຖາພອນ ສິມມະລາວົງ 1 ໃນ 12 ນັກເທັນນິສຄວາມຫວັງຂອງ ທັບນັກກີລາເທັນນິສ ນະຄອນຫຼວງວຽງຈັນ ຫວັງຍາດຫຼຽນຄໍາ ຈາກປະເພດຊ່າຍດ່ຽວ ໃຫ້ທັບນັກກີລາເທັນນິສ ນະຄອນຫຼວງວຽງຈັນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ...

ທ່ານລັດຖະມົນຕີ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ສະໜອງຂໍ້ມູນແກ່ສັງຄົມຫຼາຍຂຶ້ນ

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເນັ້ນໜັກໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ສືບຕໍ່ເຜີຍແຜ່ ຂໍ້ມູນຂອງແຕ່ລະກຸ່ມວຽກ ໂດຍການສັງລວມໄວ້ໃນແຜ່ນພັບ ຫຼື ເວັບໄຊ້ ເພື່ອສະໜອງໃຫ້ແກ່ພາກລັດ ແລະ ພາກທຸລະກິດ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານຕ່າງໆ. ກົມອຸດສາຫະກໍາ ແລະ ຫັດຖະກຳ ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ຄຸ້ມຄອງອຸດສາຫະກໍາ ແລະ ປຸງແຕ່ງ ຂຶ້ນໃນວັນທີ...
- Advertisment -
Slide
Slide

Most Read

error: Content is protected !!