ແຈ້ງດ່ວນ! ໂຮງຮຽນລາວ-ຈີນລຽວກົ່ງ ສັ່ງໂຈະການຮຽນເພື່ອຕິດຕາມການແຜ່ລະບາດໄວຣັສໂຄໂຣນາ

197

ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນ ລຽວກົ່ງ ເມືອງ ແລະ ແຂວງຫຼວງນ້ຳທາ ອອກແຈ້ງການດ່ວນ ໂຈະການຮຽນ-ການສອນ ພາກຄ່ຳ 1 ອາທິດ (ນັບແຕ່ວັນທີ 3-7 ກຸມພາ 2020) ເພື່ອຕິດຕາມ ແລະ ສະກັດກັ້ນການແຜ່ລະບາດໄວຣັສໂຄໂລນາ.

ໂດຍອີງຕາມ ໜັງສືແຈ້ງການດ່ວນ ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນ ລຽງກົ່ງ ເມືອງຫຼວງນ້ຳທາ ເລກທີ 225/ມຕ.ລກ ລົງວັນທີ 3 ກຸທພາ 2020 ເຖີງ: ພໍແມ່ – ຜູ້ປົກຄອງ ນັກຮຽນອະນຸບານ, ປະຖົມ,ມັດທະຍົມ ແລະ ນັກຮຽນພາກຄໍ່າຊາບ  ເລື່ອງ: ພັກການຮຽນ-ການສອນ ເພື່ອຕິດຕາມການແຜ່ລະບາດໄວຣັສໂຄໂລນາ.

ອີງຕາມ: ຄໍາສັ່ງຂອງທ່ານເລຂາທູດ ສປ ຈີນ ປະຈໍາລາວ. ອີງຕາມ: ຄໍາແນະນໍາຂອງທ່ານ ຜູ້ປະກອບການ ຄັ້ງວັນທີ 3/2/2020.

ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນລຽວກົ່ງ ເປັນໂຮງຮຽນເຄືອຂ່າຍພາສາ ຈີນ ມີຄູອາສາສະມັກມາຈາກ ສປ ຈີນ, ມີສາຍພົວພັນພິເສດ ຊ່ວງໄວລັດໂຄໂລນາແຜ່ ລະບາດຢູ່ ສປ ຈີນ ອາດມີພໍ່ແມ່-ຜູ້ປົກຄອງ ຫຼື ນັກຮຽນເຂົ້າອອກ ສປ ຈີນ ເຊິ່ງສ່ຽງຕໍ່ ການຕິດເຊື້ອ ແລະ ແຜ່ເຊື້ອໄວຣັສດັ່ງກ່າວ.

ເພື່ອສະກັດກັ້ນ ແລະ ຕິດຕາມອາການຂອງ ກຸ່ມສ່ຽງ ພວກເຮົາຈະໄດ້ພັກການຮຽນ 1 ອາທິດເລີ່ມແຕ່ວັນທີ 3 ຫາ 7 ກຸມພາ 2020 ແລະ ວັນທີ 10 ກຸມພາ 2020 ຈຶ່ງເລີ່ມເຂົ້າຮຽນເປັນປົກກະຕິ.(ສໍາລັບອະນຸບານເຂົ້າຮຽນເລີ່ມແຕ່ວັນທີ 3 ກຸມພາ 2020.

ສະນັ້ນ, ຈຶ່ງແຈ້ງມາຍັງ ພໍ່ແມ່ , ຜູ້ປົກຄອງນັກຮຽນ ແລະ ນັກຮຽນທຸກພາກສ່ວນ ຮັບຊາບຢ່າງທົ່ວເຖິງ ຫວັງວ່າຈະໄດ້ຮັບການຮ່ວມມືຈາກບັນດາທ່ານເປັນຢ່າງດີ.