ຄຳຊີ້ແຈງຫຼ້າສຸດໃນການຕັດສິນໃຈໃຫ້ ຫົວເຫວີຍ ສາມາດມີສ່ວນຮ່ວມ ໃນການເຂົ້າຮ່ວມໂຄງສ້າງພື້ນຖານ 5G ຂອງລາຊະອານາຈັກອັງກິດ

121

“ ຫົວເຫວີຍ ຍັງຄົງໄດ້ຮັບຄວາມເຊື່ອໝັ້ນຈາກການຢືນຢັນຂອງລັດຖະບານອັງກິດ ວ່າ: ເຮົາສາມາດເຮັດວຽກຮ່ວມກັບລູກຄ້າຂອງເຮົາໃນການເປີດໂຕ 5G ການຕັດສິນໃຈຕາມຫຼັັກຖານຄວາມເປັນຈິງໃນຄັ້ງນີ້ຈະສົ່ງຜົນໃຫ້ໂຄງສ້າງພື້ນຖານໂທລະຄົມມະນາຄົມ ມີຄວາມກ້າວໜ້າ, ປອດໄພ ແລະ ປະຢັດຍິ່ງຂຶ້ນ. ເຮັດໃຫ້ປະເທດອັງກິດ ສາມາດເຂົ້າເຖິງເຕັກໂນໂລຊີລະດັບໂລກ ແລະ ສ້າງຄວາມໝັ້ນໃຈໃນຕະຫຼາດການແຂ່ງຂັນໄດ້ ”.

“ ຫົວເຫວີຍ ໄດ້ຈັດຫາເຕັກໂນໂລຊີທີ່ທັນສະໄໝໃຫ້ແກ່ຜູ້ປະກອບການດ້ານໂທລະຄົມມະນາຄົມໃນອັງກິດ ມາດົນກວ່າ 15 ປີ ແລະ ຕະຫຼາດແຂ່ງຂັນທີ່ສົມບູນຈະເຮັດໃຫ້ເກີດການແຂ່ງຂັນທີ່ເປັນທຳ ແລະ ເຮັດໃຫ້ຜູ້ບໍລິໂພກໝັ້ນໃຈໄດ້ວ່າຈະສາມາດເຂົ້າເຖິງເຕັກໂນໂລຊີທີ່ດີທີ່ສຸດ ”.