ຊົມເຊີຍ! ເຈົ້າແຂວງຄໍາມ່ວນມອບເຂົ້າໃຫ້ເມືອງບົວລະພາ 3ພັນກວ່າກິໂລ

66

ເຈົ້າແຂວງໆຄໍາມ່ວນມອບເຂົ້າສານ(ຈ້າວ)ຊ່ວຍເຫຼືອປະຊາຊົນຜູ້ຖືກກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງບົວລະພາ ຈໍານວນ 166 ເປົາ ນໍ້າໜັ້ກ 3.320 ກິໂລກຣັມ ມູນຄ່າ 20ລ້ານກວ່າກີບ.

ໃນວັນທີີ 3 ກຸມພາ 2020 ຢູ່ຫ້ອງວ່າການ ເມືອງບົວລະພາ, ໄດ້ມີພິທີມອບຮັບເຂົ້າສານ(ຈ້າວ) ໂດຍການກ່າວມອບຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ທ່ານ ແກ້ວ ຈັນທະວົງ ພະນັກງານບຳນານ ພ້ອມດ້ວຍຄະນະທີມງານ ແລະ ກ່າວຮັບໂດຍທ່ານ ບຸນກ້ວາງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ຕາງໜ້າໃຫ້ແກ່ການນຳ ພາຍໃນເມືອງ ໂດຍມີບັນດາ ຄະນະນຳພາຍໃນເມືອງ ເຂົ້າຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.

ເຂົ້າທີ່ນໍາໄປມອບໃນຄັ້ງນີ້ແມ່ນເຂົ້າສານ (ຈ້າວ) ຈຳນວນ 166 ເປົາ ນ້ຳໜັກ 3.320 ກິໂລກຣັມ, ລວມມູນຄ່າ 20 ລ້ານກ່ວາກີບ, ຈຸດປະສົງໃນການມອບເຂົ້າຊ່ວຍເຫລືອຄັ້ງນີ້ ກໍ່ເພື່ອນຳໄປມອບ ໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນເມືອງບົວລະພາ ທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຄັ້ງທີ່ຜ່ານມາ.

ໂອກາດດຽວກັນ ທ່ານ ແກ້ວ ຈັນທະວົງ ພະນັກງານບຳນານ ຍັງໄດ້ມອບເງີນ ອີກຈຳນວນ 100 ໂດລາສະຫະລັດ ເພື່ອນຳໄປຊື້ຊີມັງ ໄປມອບໃຫ້ແກ່ ບ້ານແກ້ງຫຍ້າລວນ ເພື່ອສ້າງເສັ້ນທາງເຂົ້າບ້ານນຳອີກດ້ວຍ.

ໃນຕອນທ້າຍຂອງພິທີ ທ່ານ ບຸນກ້ວາງ ແກ້ວບຸນຍົງ ໄດ້ສະແດງຄວາມຂອບໃຈ ຕໍ່ການນຳຂັ້ນແຂວງ ແລະ ພະນັກງານອາວຸໂສບຳນານ ທີ່ເຫັນໄດ້ເຖິງຄວາມຫຍ້ງຍາກ ຂາດເຂີນ ຂອງພໍ່ແມ່ປະຊາຊົນ ພາຍໃນເມືອງບົວລະພາ ແລະ ຈະນໍາເອົາເຂົ້າຈໍານວນດັ່ງກ່າວນີ້ ໄປມອບໃຫ້ແກ່ພໍ່ແມ່ປະຊາຊົນ ພາຍໃນເມືອງບົວລະພາ ທີ່ຂາດເຂີນຕົວຈິງ.

ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງບົວລະພາ ແຂວງຄຳມ່ວນ