ສະຖາພອນ ຫວັງຍາດຫຼຽນຄໍາໃຫ້ກັບ ທັບນັກກີລາເທັນນິສ ນວ ໃນຊຽງຂວາງ ເກມ

105

ທ້າວ ສະຖາພອນ ສິມມະລາວົງ 1 ໃນ 12 ນັກເທັນນິສຄວາມຫວັງຂອງ ທັບນັກກີລາເທັນນິສ ນະຄອນຫຼວງວຽງຈັນ ຫວັງຍາດຫຼຽນຄໍາ ຈາກປະເພດຊ່າຍດ່ຽວ ໃຫ້ທັບນັກກີລາເທັນນິສ ນະຄອນຫຼວງວຽງຈັນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

ທ້າວ ສະຖາພອນ ສິມມະລາວົງ ນັກເທັນນິສມື 2 ຂອງ ສປປ ລາວ ໃຫ້ສໍາພາດວ່າ: ໄດ້ມີການຊ້ອມປົກກະຕິຕັ້ງແຕ່ຕົ້ນປີ 2019 ແລະ ເຂົ້າຮ່ວມການແຂ່ງຂັນໃນງານມະຫາກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບ ໃນປີ 2019 , ເຊິ່ງມາຮອດປັດຈຸບັນແມ່ນຝືກຊ້ອມຢ່າງເຕັມຊຸດ ລວມເຖິງມີການຊ້ອມແບບເຄັ່ງຄັດທີ່ສຸດ ເພື່ອໃຫ້ມີຄວາມພ້ອມທີ່ສຸດ ໃນກີລາແຫ່ງຊາດຄັ້ງນີ້ນ້ອງຈະລົງແຂ່ງຂັນປະພດ ຊາຍດ່ຽວ ແລະ ອີກລາຍການອາດຈະລົງແຂ່ງຂັນປະທານຄູ່ປະສົມ ແລະ ຄູ່ຊາຍ ເພາະຄົນໜຶ່ງສາມາດລົງແຂ່ງຂັນໄດ້ 2 ລາຍການ.

“ ແນ່ນອນໄລຍະເວລາທີ່ເຫຼືອຝືກຊ້ອມໃຫ້ສະພາບຮ່າງກາຍ ແລະ ຈິດໃຈໃຫ້ມີຄວາມພ້ອມ 100% ກ່ອນເຂົ້າຮ່ວມການແຂ່ງຂັນ ເຊິ່ງຄວາມຫວັງຂອງນ້ອງກໍຫວັງຫຼຽນຄໍາ ຈາກປະເພດຊາຍດ່ຽວ ເຖິງວ່າຈະມີຄູ່ແຂ່ງທີ່ດີເດັ່ນໂດຍສະເພາະແມ່ນ ທາງເຈົ້າພາບທີ່ ນັກກີລາລະດັບມືຕົ້ນໆຂອງ ສປປ ລາວ. ສ່ວນແຜນອະນາຄົດຫຼັງຈົບກີລາແຫ່ງຊາດ ນ້ອງກໍຝຶກຊ້ອມຢ່າງຕໍ່ເນື່ອງ ແລະ ມີຫວັງຢາກໄປຫຼິ້ນໃນລະດັບໂລກ ” ສະຖາພອນ ກ່າວ.

ສໍາລັບ ສະຖາພອນ ເປັນນັກກີລາຄວາມຫວັງຂອງທັບນັກກີລາເທັນນິສ ນະຄອນຫຼວງ ວຽງຈັນ ເພາະມີປະສົບການໃນລະດັບສາກົນມາແລ້ວ ໂດຍສະເພາະເຂົ້າຮ່ວມການແຂ່ງຂັນໃນຊີເກມ ນັບຕັ້ງແຕ່ປີ 2015 ແລະ ປີທີ່ຜ່ານມາເຄີຍເຂົ້າຮ່ວມລາຍການນາໆຊາດ ບາງແສນ ໂອເພັນ ທີ່ປະເທດໄທ ສາມາດຍາດໄດ້ແຊັມ ຈົນກາຍເປັນນັກເທັນນິສມືອັນດັບຕົ້ນໆຂອງ ສປປ ລາວ, ສ່ວນຜົນງານໃນພາຍໃນປະເທດລາວ ເຄີຍຍາດໄດ້ແຊັມປະເພດເຍົາວະຊົນໃນຮຸ່ນ 16 ກັບ 18 ປີ, ແຕ່ຮຸ່ນທົ່ວໄປເຄີຍຍາດໄດ້ຮອງແຊັມ ແລະ ປະເພດຄູ່ຊາຍ ຍາດໄດ້ຮອງແຊັມໃນປີທີ່ຜ່ານມາ.

ການແຂ່ງຂັນເທັນນິສ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະມີການຊີງໄຊເຖິງ 7 ລາຍການ ປະກອບມີ: ປະເພດດ່ຽວຍິງ, ດ່ຽວຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມປະສົມ ຂະນະທີ່ ທັບນັກກີລາເທັນນິສ ນະຄອນຫຼວງ ສົ່ງເຂົ້າຄົບທຸກລາຍການ ແລະ ຕັ້ງເປົ້າໄວ້ 3 ຫຼຽນຄໍາ.