ດາວພະຈັນ ກຽມພ້ອມຮັບໃຊ້ ແຂວງບໍ່ແກ້ວ ລຸຍ ຊຽງຂວາງ ເກມ 2020

83

ຕາມການໃຫ້ສຳພາດຂອງ ທ້າວ ດາວພະຈັນ ພຸດທະບັນດິດ ນັກກິລາສະນຸກເກີທີມຊາດ ແຈ້ງໃຫ້ຊາບວ່າ: ຍ້ອນວ່າແຂວງຫຼວງພະບາງ ຍັງບໍ່ທັນມີລະບົບການຈັດຕັ້ງ ສະຫະພັນສະນຸກເກີຂອງແຂວງຂຶ້ນຢ່າງເປັນທາງການ ແລະ ຍັງຂາດຄວາມສະດວກຫຼາຍດ້ານ. ດັ່ງນັ້ນ, ຂ້ອຍພ້ອມທີມງານຈຶ່ງໄດ້ຕັດສິນໃຈ ລົງຫຼິ້ນໃຫ້ແຂວງບໍ່ແກ້ວ ທີ່ມີຄວາມສະດວກຫຼາຍດ້ານ. ເຖິງຢ່າງໃດກໍດີ, ໃນຕໍ່ໜ້າຖ້າຫາກວ່າ ແຂວງຫຼວງພະບາງ ສາມາດມີເງື່ອນໄຂ ແລະ ໃຫ້ຄວາມສະດວກ ກໍຍັງຈະກັບໄປຫຼິ້ນໃຫ້ແຂວງບ້ານເກີດຂອງພໍ່ຄືເກົ່າ ແລະ ຂໍຝາກຄວາມຂໍໂທດຂໍອະໄພມາຍັງບັນດາພໍ່ແມ່ປະຊາຊົນແຂວງຫຼວງພະບາງ ທຸກໆຄົນ ທີ່ບໍ່ໄດ້ມີໂອກາດຈະເຮັດໜ້າທີ່ຂອງຕົນເພື່ອບ້ານເກີດເມືອງນອນຂອງພໍ່ ສຳລັບການຍ້າຍໄປຫຼິ້ນໃຫ້ແຂວງບໍ່ແກ້ວ ກໍຍັງມີຂ້ອຍ ດາວພະຈັນ ພຸດທະບັນດິດ, ອານຸລຸດ ຂຸນປັນຍາ ຂາຄູ່ ທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ເມື່ອບໍ່ດົນມານີ້ ແລະ ເທບພະໄທ ວັນນະບົວທອງ ພວກເຮົາທັງ 3 ຄົນແມ່ນໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິ ແລະ ກໍມີສຸຂະພາບແຂງແຮງສົມບູນຄືເກົ່າ ພ້ອມທີ່ຈະສ້າງຜົນງານໃຫ່້ແຂວງບໍ່ແກ້ວເຂົ້າຮ່ວມແຂ່ງຂັນ ຊຽງຂວາງ ເກມ ທີ່ຈະເປີດສາກໃນມໍ່ໆນີ້.

ສຳລັບການແຂ່ງຂັນກີລາສະນຸກເກີ ໃນຊຽງຂວາາງ ເກມ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ຈະມີການຊີງໄຊ 3 ລາຍການ ກໍຄື ປະເພດດ່ຽວ, ທີມຄູ່ ແລະ ທີມຊຸດ, ໃນນັ້ນ ດາວພະຈັນ ພຸດທະບັນດິດ ໄດ້ຕັ້ງເປົ້າໝາຍຈະສູ້ຊົນນຳພາທີມເຂົ້າຮ່ວມສ້າງຜົນງານໃຫ້ໄດ້ຫຼຽນຄຳ ລາຍການໃດໜຶ່ງ ໃຫ້ດີກວ່າທີ່ຕົນເຄີຍສ້າງຜົນງານໄວ້ ໃຫ້ທັບນັກກີລານະຄອນຫຼວງວຽງຈັນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 8 ປີ 2008 ທີ່ແຂວງຈຳປາສັກ ຮັບກຽດເປັນເຈົ້າພາບ ໃນຄັ້ງນັ້ນ ດາວພະຈັນ ສາມາດຍາດໄດ້ 1 ຫຼຽນເງິນ.

(ຂ່າວ: ສົງການ; ຮຽບຮຽງ: ຄໍາສອນ)