ນັກເຕະສາວ ນວ ແຊັມ 5 ຫຼຽນຄຳ ໄດ້ຮັບເຄື່ອງນຸ່ງກິລາ ຈາກພອນທິບ ໂຮມເຊັນເຕີ ກຽມຮ່ວມ ຊຽງຂວາງ ເກມ

109

ພິທີມອບ-ຮັບເຄື່ອງນຸ່ງກິລາດັ່ງກ່າວ ຈັດຂຶ້ນໃນອາທິດ ທີ່ຜ່ານມາ ທີ່ສະໜາມກີລາບານເຕະ ເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍເປັນການກ່າວມອບຂອງ ທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ ແລະ ກ່າວຮັບແມ່ນ ນາງ ສຸພາວັນ ໄພວັນ ຫົວໜ້າທີມບານເຕະຍິງ ນວ ມີທ່ານ ໂກສົນ ທຳມະນີລາ ຫົວໜ້າຄູຝຶກບານເຕະຍິງ ນວ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກີລາ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ສື່ມວນຊົນບາງຂະແໜງການເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ໂກສົນ ທຳມະນີລາ ໃຫ້ສຳພາດວ່າ: ປັດຈຸບັນ ທີມສາວນັກກີລາບານເຕະ ນະຄອນຫຼວງ ທີ່ກຳລັງເກັບໂຕຝຶກຊ້ອມ ທີ່ສະໜາມກີລາເຈົ້າອານຸວົງ ມາແຕ່ເດືອນທັນວາ 2019 ໄດ້ມີຄວາມສະດວກ ແລະ ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນຍັງຂາດເຂີນທາງດ້ານອຸປະກອນ ແລະ ຕ້ອງການອາຫານເສີມບຳລຸງສຸຂະພາບໃຫ້ເຂົາເຈົ້າມີຄວາມພ້ອມ ແລະ ມີກຳລັງໃຈ ສ້າງຄວາມແຂງແກ່ນ ກ່ອນຮ່ວມປ້ອງກັນແຊັມ ຊຽງຂວາງ ເກມ ທີມຊຸດນີ້, ສ່ວນໃຫຍ່ແລ້ວ ລ້ວນແຕ່ມີນັກເຕະທີ່ມີປະສົບການສູງ ແລະ ເຄີຍສ້າງຜົນງານ ຄວ້າ 3 ຫຼຽນຄຳ ຕິດຕໍ່ກັນມາແລ້ວ ຖັດຈາກຮຸ່ນເອື້ອຍ ທີ່ເຄີຍເຮັດໄດ້ 2 ຫຼຽນຄຳ ງານກີລາແຫ່ງຊາດ ເມື່ອປີ 2000 ທີ່ນະຄອນຫຼວງ ແລະ ປີ 2005 ທີ່ແຂວງສະຫວັນນະເຂດ ເຂົາເຈົ້າມີຈຸດເດັ່ນໃນການຫຼິ້ນບານທີມເປັນທີມເວີກ ທັງຫຼັງ, ກາງ ແລະ ໜ້າ ແມ່ນມີປະສິດທິພາບສູງ ໂດຍລວມມີຄວາມພ້ອມເຖິງ 85 ເປີເຊັນແລ້ວ ແລະ ເຊື່ອໝັ້ນນັກກີລາທຸກຄົນຈະເຮັດໃຫ້ພໍ່ແມ່ປະຊາຊົນຊາວ ນະຄອນຫຼວງວຽງັຈນ ບໍ່ຜິດຫວັງ ດ້ວຍການຮັກສາແຊັມ ຊຽງຂວາງ ເກມ ໄວ້ໄດ້ອີກ 1 ສະໄໝ.

ສຳລັບການແຂ່ງຂັນບານເຕະຍິງ ຊຽງຂວາງ ເກມ 2020 ຄາດວ່າຈະມີນັກກີລາຈາກ 4 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມແຂ່ງຂັນ ປະກອບມີ ແຊ໋ມເກົ່າ 5 ສະໄໝ ນະຄອນຫຼວງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ ເຈົ້າພາບ, ໃນນັ້ນ ຈັດເປັນກຸ່ມດຽວແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຊີງຊະນະເລີດ ແລະ ທີມອັນດັບທີ 3-4 ໄປຊີງຫຼຽນທອງ.