ກະແລັມເຕົ້າຮູ້ງາດຳ

101

ສຳລັບຜູ້ທີ່ຮັກສາສຸຂະພາບ ຢາກໃຫ້ລອງກະແລັມນໍ້າເຕົ້າຮູ້ງາດຳ ເຊິ່ງເປັນສູດບໍ່ມີໄຂມັນຈາກນົມເນີຍ, ແຕ່ໃຊ້ນໍ້າເຕົ້າຮູ້ປະສົມງາດຳ ປຸງລົດຊາດດ້ວຍນໍ້າຕານ ແລະ ເກືອເລັກໜ້ອຍກໍໄດ້ກິນກະແລັມແບບສຸຂະພາບດີແລ້ວ.

ສ່ວນປະສົມ:

1 ນໍ້າເຕົ້າຮູ້ 1 ຖ້ວຍໃຫຍ່.

2 ງາດຳຂົ້ວບົດ 3 ບ່ວງແກງ.

3 ນໍ້າຕານຕາມໃຈມັກ.

4 ເກືອເລັກໜ້ອຍ.

ວິທີເຮັດກະແລັມ:

ເອົານໍ້າເຕົ້າຮູ້, ງາດໍາຂົ້ວ, ນໍ້າຕານ ແລະ ເກືອປະສົມໃຫ້ເຂົ້າກັນຈຶ່ງຄ້າງຂຶ້ນໃຊ້ໄຟປານກາງຈົນຟົດແລ້ວປົງລົງປະໄວ້ໃຫ້ເຢັນ. ຈາກນັ້ນ, ຖອກໃສ່ພາຊະນະແລ້ວໃຊ້ພລາສຕິກຖະໜອມອາຫານປິດ ແລະ ນໍາໄປແຊ່ຊ່ອງແຂງຈົນແຂງຕົວ.

ເມື່ອແຂງແລ້ວໃຫ້ໃຊ້ເຄື່ອງຕີແບບ Hand Mixer ຕີດ້ວຍ ຄວາມໄວເພາະເກັດນໍ້າກ້ອນຈະລະອຽດກວ່າການໃຊ້ເຄື່ອງປັ່ນທໍາມະດາ. ຈາກນັ້ນ, ກໍເອົາໄປແຊ່ແຂງແລ້ວເອົາມາປັ່ນອີກປະມານ 2 – 3 ຮອບ ຍິ່ງປັ່ນຫຼາຍຮອບເນື້ອກະແລັມກໍຈະນຽນ ແລະ ລະອຽດ.

ໝາຍເຫດ: ຖ້າກໍລະນີມີເຄື່ອງເຮັດກະແລັມເມື່ອຮອດຍາມຕົ້ມສຸກແລ້ວ ໃຫ້ເອົາໃສ່ເຄື່ອງເຮັດກະແລັມເລີຍ ແລະ ຈຶ່ງນໍາໄປແຊ່ແຂງກໍກິນໄດ້ເລີຍບໍ່ຈໍາເປັນຕ້ອງນໍາມາປັ່ນຫຼາຍຮອບ.

( ຂໍ້ມູນຈາກ: cooking.kapook.com )

( ຮຽບຮຽງ: ນຸ້ມນິ້ມ )