ດ່ວນຈາກກົມໃຫຍ່ຕຳຫຼວດ! ໃຫ້ກັກຊົ່ວຄາວລົດນັກທ່ອງທ່ຽວຈາກຈີນ ເພື່ອກວດກາ

149

ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 189/ປກສ. ລົງວັນທີ 17 ກຸມພາ 2016. ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຕໍາຫຼວດຈະລາຈອນ; ອີງຕາມ ທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 31 ມັງກອນ 2020, ໃຫ້ກົມຕໍາ ຫຼວດຈະລາຈອນອອກແຈ້ງການ ແລະ ອີງຕາມຂໍ້ມູນຂ່າວ ຂອງກະຊວງສາທາລະນະສຸກ ມີລົດ ແລະ ຄົນຈີນ ທີ່ເດີນທາງມາຈາກເມືອງອູຮ່ານ ປະເທດ ຈີນເຂົ້າມາ ສປປ ລາວ ເພື່ອກວດກາ ແລະ ປ້ອງກັນສະກັດກັ້ນພະຍາດລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ສະບັບເລກທີ 002/ກຈຈ ລົງວັນທີ 3 ກຸມພາ 2020 ເຖິງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃນທົ່ວປະເທດ ໃຫ້ກວດກາລົດ ແລະ ກັກຊົ່ວຄາວລົດ- ຄົນຈີນ ທີ່ເດີນທາງມາຈາກເມືອງອູຮ່ານ ປະເທດຈີນເຂົ້າມາ ສປປ ລາວ ເພື່ອກວດກາ ແລະ ປ້ອງກັນສະກັດກັ້ນພະຍາດລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເຊິ່ງໃນແຈ້ງລະບຸວ່າ: ໃຫ້ພະແນກຕໍາຫຼວດຈະລາຈອນ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູຮ່ານ ( ສປ ຈີນ ) ທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈໍານວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດ, ປ້ອມກວດກາເຂົ້າເມືອງ-ອອກເມືອງຂອງແຕ່ລະແຂວງ, ກວດກາພາຫະນະໝາຍເລກທະບຽນດັ່ງນີ້ຕະຫຼອດ 24 ຊົ່ວໂມງ ຈົນກ່ວາຈະມີແຈ້ງການໃຫ້ຍົກເລີກຄື:

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ລົດ (ເບັ້ນ) ສີດໍາ ໝາຍເລກທະບຽນ ໂຕໜັງສືຈີນ A95 MID; ລົດ (ເບັ້ນ) ສີດໍາ ໝາຍເລກທະບຽນ ໂຕໜັງສືຈີນ A232 GK ແລະ ລົດຄ້າຍຄື (ຢີ່ຫໍ້ຝົກ) ສີຂາວ ໝາຍເລກທະບຽນ ໂຕໜັງສືຈີນ A.lBD.16.

ຖ້າຫາກວ່າ ພະແນກຕໍາຫຼວດຈະລາຈອນແຂວງ-ນະຄອນຫຼວງວຽງຈັນ ກວດກາພົບເຫັນລົດຈໍານວນດັ່ງກ່າວ ແມ່ນໃຫ້ຄວບຄຸມໄວ້ໃນສະຖານຊົ່ວຄາວ ແລ້ວປະສານກັບພະແນກສາທາລະນະສຸກແຂວງ-ນະຄອນຫຼວງວຽງຈັນ ເພື່ອກວດກາກ່ຽວສຸຂະພາບຂອງພວກກ່ຽວລະອຽດມີລາຍຊື່ດັ່ງນີ້:

ໃບແຈ້ງການ

Mr DINGLIANG ເກີດວັນທີ 3/5/1960; Mr ZHONGHONGSHENG ເກີດວັນທີ 28/2/1972; Mr KEXUE ເກີດວັນທີ 10/1/1979 ແລະ Mr ZHANGDAGANG ເກີດວັນທີ6/4/1980. ພ້ອມທັງ ຈໍານວນບຸກຄົນອື່ນໆ ທີ່ເປັນຄົນໂດຍສານມານໍາລົດຈໍານວນ 03 ຄັນ ຂ້າງເທິງນັ້ນ

ພາຍຫຼັງ ພະແນກສາທາລະນະສຸກແຂວງ-ນະຄອນຫຼວງ ກວດກາສໍາເລັດ ໃຫ້ພະແນກຕໍາຫຼວດຈະລາຈອນ ລາຍງານຜົນມາໃຫ້ກົມຕໍາຫຼວດຈະລາຈອນ ຮັບຊາບໂດຍດ່ວນ. ກ່ອນຈະປ່ອຍລົດ ແລະ ຄົນ ໃຫ້ໄດ້ຮັບຄໍາຊີ້ນໍາ ຈາກຂັ້ນເທິງກ່ອນ ຈຶ່ງດໍາເນີນການປ່ອຍລົດ ແລະ ຄົນຕາມການຊີ້ນໍາ.

ໃບແຈ້ງການ

ດັ່ງນັ້ນ, ກົມຕໍາຫຼວດຈະລາຈອນ ຈິ່ງແຈ້ງການມາຍັງພະແນກຕໍາຫຼວດຈະລາຈອນ ແຂວງ-ນະຄອນຫຼວງວຽງຈັນ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຮີບດ່ວນ.