ຫຼວງພະບາງ ແຈ້ງມື້ນີ້ຍັງບໍ່ພົບຜູ້ຕິດເຊື້ອໂຄໂຣນາໄວຣັສ

367

ພາຍຫຼັງໄດ້ຮັບຂ່າວມີນັກທ່ອງທ່ຽວຈີນທີ່ກວດພົບພາຍຫຼັງກັບແລ້ວວ່າມີເຊື້ອພະຍາດໄວຣັສໂຄໂຣນ່າ ເຊິ່ງເພິ່ນມາລາວ ແລະເດີນທາງທ່ອງທ່ຽວຫຼາຍແຫ່ງຈາກນະຄອນຫຼວງວຽງຈັນ-ວັງວຽງ ແລະ ຫຼວງພະບາງ ເຮັດໃຫ້ຫຼາຍຄົນມີຄວາມກັງວົນຄວາມປອດໄພຂອງເມືອງທ່ອງທ່ຽວລວມທັງຜູ້ທີ່ໄດ້ໃກ້ຊິດເພິ່ນ ຫຼ້າສຸດທາງແຂວງຫຼວງພະບາງໄດ້ໃຫ້ຂໍ້ມູນວ່າ ຈົນເຖິງຂະນະນີ້ຫຼວງພະບາງຍັງບໍ່ພົບກໍລະນີສົງໄສຈາກພະຍາດລະບາດດັ່ງກ່າວນີ້ເທື່ອ.

ໃນໄລຍະທີ່ຫຼາຍປະເທດ ກຳລັງເຝົ້າລະວັງ ການລະບາດຂອງເຊື້ອພະຍາດ ໂຄໂຣນາໄວຣັສ ສາຍພັນໃໝ່ ໄດ້ມີນັກທ່ອງທ່ຽວປະເທດຈີນ ກຸ່ມໜື່ງທີ່ເດີນທາງມາປະເທດລາວ ໂດຍຜ່ານສາຍການບີນຕົງມາເຖິງນະຄອນຫຼວງວຽງຈັນ ແລະໄດ້ໄປທ່ອງທ່ຽວຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ, ເມືອງວັງວຽງແຂວງວຽງຈັນ ແລະນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມື່ອກັບປະເທດ ໄດ້ມີການກວດພົບການຕິດເຊື້ອໂຄໂຣນາໄວຣັສສາຍພັນໃໝ່.
ຈາກນັ້ນ ສະຖານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອແຂວງຫຼວງພະບາງ ໄດ້ອອກແຈ້ງການໃຫ້ທຸກພາກສ່ວນເຝົ້າລະວັງ ຄວາມສ່ຽງທີ່ຈະເກີດການແຜ່ເຊື້ອພະຍາດໂຄໂຣນາໄວຣັສສາຍພັນໃໝ່.

ເພື່ອຄວາມກະຈ່າງແຈ້ງຕໍ່ປະຊາຊົນ ສື່ມວນຊົນແຂວງໄດ້ເຮັດພາລະບົດບາດຂອງຕົນຄືລົງສຳພາດ ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ໃນຕອນແລງຂອງວັນທີ 3 ກຸມພານີ້ີ້ ແລະໄດ້ຂໍ້ມູນວ່າ: ນັກທ່ອງທ່ຽວທີ່ຕິດເຊື້ອພະຍາດ ໂຄໂຣນາໄວຣັສ ສາຍພັນໃໝ່ ຕາມກະແສຂ່າວນັ້ນ ໄດ້ເດີນທາງມາຮອດລາວໃນວັນທີ 26 ມັງກອນ 2020 ແລະເດີນທາງກັບປະເທດວັນທີ 31 ມັງກອນ 2020 ພາຍຫຼັງກັບປະເທດ ຜູ້ກ່ຽວໄດ້ເຂົ້າຮັບການກວດສຸຂະພາບ ແລະຜົນກວດພົບວ່າ: ຕິດເຊື້ອພະຍາດ ໂຄໂຣນາໄວຣັສ ສາຍພັນໃໝ່, ສ່ວນໄລຍະທີ່ນັກທ່ອງທ່ຽວຕິດເຊື້ອໄດ້ທ່ອງທ່ຽວຢູ່ລາວແມ່ນຢູ່ໃນໄລຍະພະຍາດບົ່ມເຊື້ອ, ຍັງບໍ່ທັນເປັນໄລຍະແຜ່ເຊື້ອ ແລະປະຈຸບັນທຸກໂຮງໝໍພາຍໃນແຂວງຫຼວງພະບາງ ຍັງບໍ່ມີການລາຍງານຕົວເລກຜູ້ຕິດເຊື້ອ ແຕ່ຍັງມີການເຝົ້າລະວັງຢ່າງໃກ້ສິດ.

ທ່ານຫົວໜ້າພະແນກສາທາລະນະສຸກແຂວງໃຫ້ຮູ້ຕື່ມວ່າ: ເພື່ອເປັນການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄໂຣນາໄວຣັສ ສາຍພັນໃໝ່ ສະຖານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ໄດ້ອອກແຈ້ງການໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ເກັບກຳຂໍ້ມູນ ແລະກວດກາສະຖານທີ່ທ່ອງທ່ຽວຕິດເຊື້ອ ໄດ້ໄປທ່ອງທ່ຽວ, ອາໄສຢູ່ ແລະໃຊ້ບໍລິການ ເພື່ອວາງມາດຕະການປ້ອງກັນ ແລະຄວບຄຸມໃຫ້ທັນເວລາ, ພ້ອມນີ້ ພະແນກສາທາລະນະສຸກແຂວງ ໄດ້ອອກແຈ້ງການໃຫ້ປະຊາຊົນ ຕະຫຼອດເຖິງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ອາໄສຢູ່ແຂວງຫຼວງພະບາງ ພ້ອມກັນປະຕິບັດຫຼັກການອະນາໄມ ຕາມຫຼັກການຂອງຂະແໜງສາທາລະນະສຸກ ໃຫ້ເຂັ້ມງວດ ເພື່ອປ້ອງກັນການຕິດເຊື້ອພະຍາດທີ່ອາດຈະເກີດຂື້ນ