ເສຍຊີວິດກວ່າ 200 ຄົນແລ້ວ ຈາກໄວຣັສໂຄໂຣນາສາຍພັນໃໝ່ ໃນປະເທດຈີນ ຂະນະທີ່ຜູ້ປ່ວຍເກືອບ 10 ພັນຄົນ

73

ຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໄວຣັສອູ່ຮັນ ເພີ່ມຂຶ້ນຢ່າງໜ້ອຍ 213 ຄົນ ໃນປະເທດຈີນ ແລະ ຜູ້ປ່ວຍສະສົມ ເກືອບ 10 ພັນ ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນສຸກ ທີ 31 ມັງກອນ​ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ໄດ້ຖະແຫຼງການ ເມື່ອວັນສຸກ ກ່ຽວກັບສະພາບການຂອງໄວຣັສໂຄໂຣນາສາຍພັນໃໝ່ ທີ່ເລິ່ມແຜ່ລະບາດຢູ່ເມືອງອູ່ຮັນ ເມືອງໃຫຍ່ຂອງມົນທົນຫູເປີ່ຍ ພາກກາງຂອງປະເທດຈີນ ວ່າ ສະຖິຕິຕັ້ງແຕ່ເດືອນທັນວາ ປີຜ່ານມາ ເຖິງວັນທີ 30 ມັງກອນ ມີຜູ້ເສຍຊີວິດຢ່າງໜ້ອຍ 213 ຄົນ ເຊິ່ງສ່ວນໃຫຍ່ແມ່ນອາໄສຢູ່ມົນທົນຫູເປີ່ຍ ສ່ວນຜູ້ປ່ວຍສະສົມທີ່ລວມທັງຢູ່ໃນຮົງກົງ, ມາເກົ໋າ ແລະ ໄຕ້ຫວັນ ຢ່າງໜ້ອຍ 9.720 ຄົນ.

ຂະນະດຽວກັນ, ເຈົ້າໜ້າທີ່ສາທາລະນະສຸກກຳລັງກວດກາກໍລະນີຕ້ອງສົງໄສການຕິດເຊື້ອອີກຢ່າງໜ້ອຍ 15.238 ກໍລະນີ ດ້ານສະຖານະການການແຜ່ລະບາດໃນຕ່າງປະເທດ ພົບແລ້ວຢ່າງນ້ອຍ 18 ປະເທດ ໄດ້ແກ່: ໄທ, ຍີ່ປຸ່ນ, ສິງກະໂປ, ອົດສະຕຣາລີ, ມາເລເຊຍ, ເກົາຫຼີໃຕ້, ສະຫະລັດ ອາເມລິກາ, ຝຣັ່ງ, ຫວຽດນາມ, ເຢຍລະມັນ, ສະຫະລັດ ອາຣັບເອມິເຣດ (UAE), ການາດາ, ອິຕາລີ, ກຳປູເຈຍ, ຟິນແລນ, ອິນເດຍ, ເນປານ, ຟີລິບປິນ ແລະ ສີລັງກາ. ໂດຍປະເທດໄທ ແລະ ຍີ່ປຸ່ນ ເປັນປະເທດທີ່ມີຜູ້ປ່ວຍລະສົມຫຼາຍທີ່ສຸດ ຢ່າງໜ້ອຍ 14 ຄົນ.

ທັງນີ້, ລັດຖະບານປັກກິ່ງໄດ້ເຜີຍແຜ່ຂໍ້ມູນດັ່ງກ່າວໄດ້ບໍ່ດົນ ຫຼັງອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ສະຖານະການການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຈາກເມືອງອູ່ຮັນ “ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ” ເປັນຄັ້ງທີ 6 ໃນຮອບໜຶ່ງທົດສະວັດ ຕໍ່ຈາກການແຜ່ລະບາດຂອງໄຂ້ຫວັດສັດປີກ ເມື່ອປີ 2009, ການແຜ່ລະບາດຂອງໄວຣັສອີໂບລາ ໃນພາກຕາເວັນຕົກຂອງທະວີບອາຟຣິກາ ລະຫວ່າງປີ 2013-2016, ສະຖານະການພະຍາດໂປລີໂອ ເມື່ອປີ 2014, ການແຜ່ລະບາດຂອງເຊື້ອໄວຣັສຊິກາ ເມື່ອປີ 2016 ແລະ ການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ (DR Congo) ເມື່ອປີ 2019.