ປະຊາຊົນສອງບ້ານເມືອງອະນຸວົງ ໄດ້ຮັບເງິນຊົດເຊີຍຈາກໂຄງການກໍ່ສ້າງທາງເບຕົງ

224

ພິທີມອບ – ຮັບເງິນຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບ ຈາກໂຄງການກໍ່ສ້າງທາງເບຕົງ ຖະໜົນອະນຸວົງ ເທສະບານແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2020 ນີ້ ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍການເຂົ້າຮ່ວມເປັນປະທານພິທີມອບຂອງ ທ່ານ ຄຳພຸດ ແກ້ວວົງພອນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີປະຊາຊົນ 2 ບ້ານ ທີ່ຖືກຜົນກະທົບເຂົ້າຮ່ວມ.

ພາບປະກອບຂ່າວ

ໂອກາດນີ້ ທ່ານ ຄຳພຸດ ແກ້ວວົງພອນ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄອບຄົວປະຊາຊົນທີ່ຖືກຜົນກະທົບ ໄດ້ມີນໍ້າໃຈເສຍສະຫຼະຊັບສົມບັດສ່ວນຕົວເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະກໍຄືເມືອງອະນຸວົງ ເທສະບານແຂວງໄຊສົມບູນ ໃຫ້ໄດ້ຮັບການພັດທະນາຕາມແນວທາງນະໂຍບາຍຂອງ ພັກ – ລັດ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄອບຄົວທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງເບຕົງ ຖະໜົນໄຊຊະນະ ເທສະບານແຂວງ ຈົ່ງເຊື່ອໝັ້ນຕໍ່ການນຳພາຂອງພັກ – ລັດ ນຳເອົາເງິນຊົດເຊີຍດັ່ງກ່າວນີ້ໄປໝູນໃຊ້ພາຍໃນຄອບຄົວໃຫ້ເກີດປະໂຫຍດສູງ.

ພາບປະກອບຂ່າວ

ຈາກນັ້ນ, ໃນພິທີໄດ້ມອບເງິນຊົດເຊີຍໃຫ້ປະຊາຊົນບ້ານຜາສະຫງົບ ແລະ ພູຫົວຊ້າງ ເມືອງອະນຸວົງ ແຂວງ ໄຊສົມບູນ ຜູ້ທີ່ຖືກຜົນກະທົບຈໍານວນ 9 ຄອບຄົວ ລວມເປັນເງິນທັງໝົດ 97.956.000 ( ເກົ້າສິບເຈັດລ້ານເກົ້າແສນຫ້າສິບຫົກພັນກີບ ) ໂດຍການມອບຂອງ ທ່ານ ຄຳພຸດ ແກ້ວວົງພອນ ແລະ ທ່ານ ອາລຸນ ພັນຄຸນນິວົງສາ ກຳມະການພັກເມືອງ, ປະທານແນວລາວສ້າງຊາດເມືອງອະນຸວົງ ແລະ ຮັບໂດຍຕາງໜ້າບັນດາຄອບຄົວທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວຕາມລຳດັບ.