ມວຍ ເສົານີ້ ຄູ່ເອກກ້ອງກັງວານ ປະທະ ຊິງຊະນະຊົນ

132

ການແຂ່ງຂັນມວຍລາວເສີກ ນະຄອນຫຼວງ-ກໍກຽດແດນຈຳປາ ປະຈຳປີ 2019 ຮອບສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ເພື່ອເປັນການສົ່ງເສີມນັກຊົກຮຸ່ນສືບທອດ ແລະ ເປັນການທົດສອບການກະກຽມຄວາມພ້ອມໃຫ້ທັບນັກກີລາມວຍລາວ ນະຄອນຫຼວງ ກຽມຮ່ວມລ່າຫຼຽນຄຳ ງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ໂດຍຄູ່ເອກ ກ້ອງກັງວານ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ຈະຂຶ້ນສັງວຽນຟາດ ກັບ ຊິງຊະນະຊົນ ຈາກຄ້າຍມວຍສິດໂຕ້ພາລຸ້ງ ຮຸ່ນນ້ຳໜັກ 54 ກິໂລກຣາມ.

ເສົານີ້ວັນທີ 28 ທັນວາ 2019 ທີ່ເວທີມວຍ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປະກົບຄູ່ມວຍໂດຍ ທ່ານ ອາຈານ ເສີດ ສູນດາລາ ໂປໂມເຕີ ໃຫ້ກອງເຊຍຊາວນະຄອນຫຼວງກໍຄືຊາວລາວ ໄດ້ມາຊົມ ແລະ ເຊຍກັນ ມ່ວນມັນແນ່ນອນ ມີທັງໝົດ 6 ຄູ່, ໃນນັ້ນ ມວຍຄູ່ເອກ ຈັດໃຫ້ ກ້ອງກັງວານ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ຈະຂຶ້ນສັງວຽນຟາດຄາງກັບ ຊິງຊະນະຊົນ ຈາກຄ້າຍມວຍສິດໂຕ້ພາລຸ້ງ ຮຸ່ນນ້ຳໜັກ 54 ກິໂລກຣາມ ຂຶ້ນຊົກເປັນຄູ່ທີ 4.

ສ່ວນຜົນການພົບກັນຂອງມວຍຄູ່ອື່ນໆປະກອບມີ:

-ຄູ່ທີ 1 ສະຕາບ່ອຍ ທ່ານາແລັງ ພົບກັບ ເພັດເມືອງເຟືອງ ຮຸ່ນນ້ຳໜັກ 57 ກິໂລກຣາມ

-ຄູ່ທີ 2 ເດັ່ນມີໄຊ ສິດນ້ອງໂອ ຫຼື ທ້າວ ສຸກັນ ໄຕປັນຍາວົງ ຮີໂຣຫຼຽນຄຳ ທັບນັກກິລາລາວ ໃນຊີເກມ ທີ່ຟິລິບປິນ ມາໃໝ່ໆໝາດໆ ພົບກັບ ເພັດຈັນສາຍ ຮຸ່ນນ້ຳໜັກ 55 ກິໂລກຣາມ

-ຄູ່ທີ 3 ໂດໂດ້ ປກສ ພົບກັບ ເພັດສາລະວັນ ມຸງຄຸນເພັດ ຮຸ່ນນ້ຳໜັກ 52 ກິໂລກຣາມ

-ຄູ່ທີ 5 ໄຊມ່ອນ ສໍຕະເລີນສິງ ພົບກັບ ຫຼອດຄຳ ສິດຈານແອ ຮຸ່ນນ້ຳໜັກ 55 ກິໂລກຣາມ

-ຄູ່ທີ 6 ເພັດມະນຸດ ມຸງຄຸນເພັດ ພົບກັບ ກະລ່ຽງ ສິດຂຸນພົນ ຮຸ່ນນ້ຳໜັກ 50 ກິໂລກຣາມ