ລາຄານ້ຳມັນຂຶ້ນອີກ

100

ລາຄານ້ຳມັນເຊື້ອໄຟ ໄດ້ປັບຂຶ້ນຄັ້ງທີ 2 ໃນຮອບ 15 ວັນ ເຊິ່ງກ່ອນນີ້ປັບຂຶ້ນ ໃນວັນທີ 18 ກໍລະກົດ 2019. ໃນຮອບນີ້ປັບຂຶ້ນແອັດຊັງທຳມະດາ 110 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 100 ກີບຕໍ່ລິດ ເລີ່ມປະຕິບັດໃນວັນທີ 2 ສິງຫາ ເປັນຕົ້ນໄປ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0940/ອຄ,ກຄພນ ນະຄອນຫຼວງວຽງຈັນ ລົງວັນທີ 1 ສິງຫາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນເຂດເທສະບານແຂວງ, ນະຄອນຫຼວງ ດັ່ງນີ້:

ລາຄານີ້ໃຫ້ເລີ່ມປະຕິບັດໃນວັນທີ 2 ສິງຫາ 2019 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄາ ຄື: ນໍ້າມັນແອັດຊັງພິເສດ 220 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 110 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 100 ກີບຕໍ່ລິດ. ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ສະບັບເລກທີ 00887/ກຄພນ.ຄສລ ລົງວັນທີ 31 ກໍລະກົດ 2019 ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາບໍລິສັດນ້ຳມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0764/ອຄ, ກຄພນ ລົງວັນທີ 28 ມິຖຸນາ 2019.