ເປີດຂະບວນລົດໄຟຂົນສົ່ງສິນຄ້າ ລາວ – ໄທ

66

ເສັ້ນທາງລົດໄຟ ລາວ – ໄທ ໄລຍະ 1 ໄດ້ເປີດນຳໃຊ້ແຕ່ຕົ້ນປີ 2009 ເປັນຕົ້ນມາ ມີຄວາມຍາວ 6 ກິໂລ ມີຜູ້ໂດຍສານນໍາໃຊ້ບໍລິການສະເລ່ຍ 35 ພັນຄົນຕໍ່ປີ. ຈາກນັ້ນ, ກໍໄດ້ມີການກໍ່ສ້າງໄລຍະ 2 ແບ່ງເປັນ 2 ຕອນ ໂດຍຕອນທີ 1 ກໍ່ສ້າງລານຕູ້ສິນຄ້າ ( CY ) ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໄດ້ສຳເລັດການກໍ່ສ້າງໃນປີ 2015, ສ່ວນຕອນທີ 2 ຄາດຈະເລີ່ມກໍ່ສ້າງທ້າຍປີ 2019 ນີ້.

ຫຼ້າສຸດ, ໃນວັນທີ 1 ສິງຫາ 2019 ໄດ້ມີພິທີເປີດແລ່ນຂະບວນລົດໄຟ ຂົນສົ່ງສິນຄ້າຜ່ານແດນຂ້າມຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ທີ່ລານຕູ້ສິນຄ້າ ( CY ) ທ່ານາແລ້ງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງທະວີໄສ ມະລີວັນ ຫົວໜ້າກົມທາງລົດໄພ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໂຄງການກໍ່ສ້າງເຊື່ອມຕໍ່ທາງລົດໄຟ ລາວ – ໄທ ໄລຍະທີ 1 ໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກອົງການເນດາ ປະເທດໄທ ມູນຄ່າ 197 ລ້ານບາດ ໄດ້ສໍາເລັດການກໍ່ສ້າງທາງລົດໄຟ ມີ ຄວາມຍາວ 3,5 ກິໂລແມັດ ໃນທ້າຍປີ 2008 ແລະ ໄດ້ເປີດການນໍາໃຊ້ຕົ້ນປີ 2009 ໂດຍປະຕິບັດຕາມສັນຍາຮ່ວມແລ່ນລົດໄຟລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານຣາຊະອານາຈັກໄທ ທີ່ໄດ້ເຊັນສັນຍາຮ່ວມກັນໃນວັນທີ 30 ມີນາ 2008 ໂດຍເບື້ອງຕົ້ນໄດ້ດໍາເນີນການບໍລິການແລ່ນລົດໄຟຂົ່ນສົ່ງໂດຍສານແຕ່ສະຖານີທ່ານາແລ້ງ ຫາ ສະຖານີໜອງຄາຍ ມີຄວາມຍາວ 6 ກິໂລແມັດ ມີຜູ້ໂດຍສານນໍາໃຊ້ບໍລິການສະເລ່ຍ 35 ພັນຄົນຕໍ່ປີ ມີ 2 ຖ້ຽວຕໍ່ມື້ ເຊິ່ງແມ່ນການຂົນສົ່ງທີ່ເປັນທາງເລືອກໜຶ່ງໃຫ້ພໍ່ແມ່ປະຊາຊົນສອງຟາກຝັ່ງ ແລະ ນັກທ່ອງທ່ຽວໄປ – ມາໄດ້ສະດວກຍິ່ງຂຶ້ນ.

ຕໍ່ມາໃນເດືອນມິຖຸນາ 2012 ໄດ້ເຊັນສັນຍາກູ້ຢືມ ແລະ ຊ່ວຍເຫຼືອລ້າລະຫວ່າງລັດຖະບານລາວ ແລະ ອົງການເນດາ ເພື່ອສືບຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ – ໄທ ໄລຍະ 2 ໃນມູນຄ່າທັງໝົດ 1.650 ລ້ານບາດ ດ້ວຍເງິນກູ້ຢືມ 70% ແລະ ຊ່ວຍເຫຼືອລ້າ 30%. ໃນນັ້ນ, ໄດ້ແບ່ງອອກເປັນສອງໄລຍະ ຄື: ໄລຍະທີ 1 ໄດ້ຈັດຕັ້ງປະຕິບັດການກໍ່ສ້າງແຕ່ເດືອນມີນາ 2013 ແລະ ສໍາເລັດໃນເດືອນກັນຍາ 2015 ປະກອບມີລານຕູ້ສິນຄ້າ CY ຫ້ອງການສາງໃນຮົ່ມ ທາງລົດໄຟເຂົ້າໄປຫາລານຕູ້ສິນຄ້າ ລາງຫຼີກ ລະບົບໂທລະຄົມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນມູນຄ່າ 655 ລ້ານບາດ; ສ່ວນໄລຍະທີ 2 ແມ່ນຈະສືບຕໍ່ກໍ່ສ້າງທາງລົດໄຟແຕ່ທ່ານາແລ້ງຫາສະຖານີນະຄອນຫຼວງວຽງຈັນ ( ບ້ານຄໍາສະຫວາດ ເມືອງໄຊເສດຖາ ) ຍາວ 7,5 ກິໂລ ເຊິ່ງໄດ້ເຊັນສັນຍາກໍ່ສ້າງໃນວັນທີ 28 ມິຖຸນາ 2019 ຈະເລີ່ມກໍ່ສ້າງໃນເດືອນຕຸລາ 2019 ຄາດວ່າຈະໃຫ້ສໍາເລັດໃນເດືອນທັນວາ 2021 ເພື່ອສືບຕໍ່ການນໍາໃຊ້ລານຕູ້ສິນຄ້າ ( CY ) ໃຫ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍໃນວັນທີ 8 ພຶດສະພາ 2018 ໄດ້ມີການເຊັນບົດບັນທຶກຈັດຫາດ້ານເຕັກນິກລະຫວ່າງກົມທາງລົດໄຟ ແລະ ການລົດໄຟແຫ່ງປະເທດໄທ ເພື່ອກະກຽມໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟຕາມສັນຍາທີ່ສອງລັດຖະບານ ລາວ – ໄທ ໄດ້ເຊັນສັນຍາຮ່ວມມືກັນໄວ້ ເຊິ່ງໄລຍະຜ່ານມາກົມທາງລົດໄພ ແລະ ການລົດໄຟແຫ່ງປະເທດໄທ ໄດ້ປະສານສົມທົບຢ່າງໃກ້ຊິດ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງ ແລະ ເຈົ້າໜ້າທີ່ທັງສອງປະເທດ ເພື່ອຊ່ວຍເຫຼືອອໍານວຍຄວາມສະດວກໃຫ້ຂະບວນລົດໂຟຂົນສົ່ງສິນຄ້າ ສາມາດແລ່ນຜ່ານໄປ – ມາໄດ້ ອັນເປັນພື້ນຖານທີ່ດີໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟ ລາວ – ຈີນ ແລະ ໄທ – ຈີນ ທີ່ຈະເຊື່ອມຕໍ່ກັນໃນອະນາຄົດ. ສໍາລັບຕູ້ຄອນເທັນເນີ ( ຕູ້ໃສ່ສິນຄ້າ ) ຈະມີຂະໜາດ 20 ຟຸດ ແລະ ຂະໜາດ 40 ຟຸດ.