ບໍ່ໄດ້ລະເລີຍ ປກສ ແຂວງສະຫວັນນະເຂດປະຕິບັດວິໄນຕໍ່ນາຍຕຳຫຼວດທີ່ເຮັດຜິດບຽບ

1399

 

ວັນທີ 10 ພຶດສະພາ 2021 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຕິບັດ ວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ ເປັນປະທານໂດຍ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ສອງຄອນ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 825/ປກສ ລົງວັນທີ 07 ພຶດສະພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕໍາຫຼວດ ທີ່ຂື້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມາດຕາ1 ປະຕິບັດວິໄນ ທ່ານ ຮອ ພູໃສ ສີສະຫວັນ ອາຍຸ 34 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ຫ້ອງການຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຫດຜົນ: ຍ້ອນມີການລະເມີດລະບຽບກົດໝາຍ ວ່າດ້ວຍກໍາລັງ ປກສ ພາກທີ V ມາດຕາ 39 ຂໍ້ 01 ແລະ ຂໍ້ຫ້າມ ນາຍ ແລະ ພົນຕໍາຫຼວດ ມາດຕາ 06 ຂໍ້ 5 ຫ້າມເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ້ອນ, ພັກເຊົ່າ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອານຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແພ່ລະບາດ ເຊື້ອພະຍາດໂວິດ 19 (Covid19) ຢູ່ໃນ ສປປ ລາວ ໃນປະຈຸບັນ, ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວພົວພັນການຫຼິ້ນການພະນັ້ນເຖື່ອນ, ພົວພັນຊື້-ຂາຍຊັບຜິດກົດຫມາຍ (ຄ້າ-ຂາຍເຖື່ອນ).

ພ້ອມນີ້ທ່ານຍັງຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1375/ກມປສ ລົງວັນທີ 07 ພຶດສະພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕຳຫຼວດ ທີ່ຂື້ນກັບ ກອງບັນຊາການ ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງ: ປະຕິບັດວິໄນທ່ານ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ກອງບັນຊາການ ປກສ ເມຶອງສອງຄອນ, ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຫດຜົນ: ຍ້ອນມີການກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 08 ແລະ ປະມວນກົດໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກຸ່ມແກ້ງຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ ເຖື່ອນ, ຄ້າ-ຂາຍເຖື່ອນ ແລະ ຂາດສະຕິຕໍ່ການຈັດຕັ້ງ, ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດ ເຊື້ອພະຍາດໂຄວິດ 19 (Covic19) ຢູ່ໃນ ສປປ ລາວໃນປະຈຸບັນ.

ມາດຕາ 2 ປະຕິບັດວິໄນ ສະຫາຍ ຮອ ພູໃສ ສີສະຫວັນ ແລະ ສະຫາຍ ຮທ ສອນອາໄລ ໂພທິລາດອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ,ນະໂຍບາຍໃດໆ, ມາດຕາ 3: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຕ້ອງເກັບກູ້ຊັ້ນ, ເຄື່ອງແບບ, ໝວກ, ອາວຸດ ແລະ ເຄື່ອງໝາຍຕ່າງໆ ຂອງກໍາລັງປ້ອງກັນຄວາມສະຫງົບ ນໍາຜູ້ກ່ຽວເພື່ອສົ່ງຄືນໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ, ຜູ້ທີ່ຖືກປະຕິບັດວິໄນ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງຖືກຕ້ອງ ເຂັ້ມງວດ, ພາຍໃນ 30 ວັນ ແລ້ວລາຍງານຄືນໃຫ້ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບຮັບຊາບ.