ສິດທິເດດ ເຈົ້າຂອງຫຼຽນຄໍາຊີເກມ ໄດ້ຮັບການສະໜັບສະໜູນ 20 ລ້ານກວ່າກີບ ຈາກຜະລິດຕະພັນຢາໄກຊົນ

75

ສິດທິເດດ ສັກບ່ຽງ ຫຼື ໜຶ່ງເມືອງລາວ ນັກກີລາສະນຸກເກີ ມື 1 ຂອງ ສປປ ລາວ ຮີໂຣຫຼຽນຄຳ ມະຫະກຳກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ຫຼ້າສຸດໄດ້ຮັບການສະໜັບສະໜູນເງິນ ຈຳນວນ 20 ລ້ານກວ່າກີບຕໍ່ປີ ຈາກຜະລິດຕະພັນຢາໄກ່ຊົນ ລີ-ເຊັດ ເພື່ອເຄື່ອນໄຫວສ້າງຜົນງານໃນການແຂ່ງຂັນລາຍການຕ່າງໆ ທີ່ຈະຈັດຂຶ້ນພາຍໃນປະເທດໄທ.

ສິດທິເດດ ສັກບ່ຽງ ເປີດເຜີຍວ່າ: ປັດຈຸບັນນ້ອງໄດ້ມາດຳລົງຊີວິດຢູ່ກັບຄອບຄົວທີ່ຈັງຫວັດມຸກດາຫານ ປະເທດໄທ ໃນເມື່ອກ່ອນ ກໍໄດ້ທ່ຽວໄປມາ ເພື່ອໄປຢ້ຽມຢາມຄອບຄົວ ກໍຄື ແມ່ຢູ່ທີ່ ນະຄອນ ໄກສອນ ພົມວິຫານ ຕະຫຼອດ ແຕ່ຍ້ອນໄລຍະນີ້ ມີສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19; ສະນັ້ນ ສົ່ງຜົນກະທົບໃຫ້ຫຼາຍຂະແໜງການ ເປັນຕົ້ນໃນຂົງເຂດການເຄື່ອນໄຫວກີລາ ບໍ່ໄດ້ມີການເຄື່ອນໄຫວຢ່າງເປັນປົກກະຕິ.

“ ຢ່າງໃດກໍຕາມ, ຂ້ອຍກໍຍັງມີການເກັບຕົວຝຶກແອບຝຶກຊ້ອມຢ່າງເປັນປົກກະຕິ ຊອກຫາຄວາມຮູ້ຕ່າງໆມາພັດທະນາຕົນເອງ ເພື່ອແກ້ໄຂຈຸດອ່ອນ ແລະ ຄິດວ່າອີກບໍ່ດົນກໍຈະມີລາຍການແຂ່ງຂັນ ສຳລັບປີນີ້ ນ້ອງມີຂ່າວດີິ ເມື່ອຜະລິດຕະພັນຢາໄກ່ຊົນ ລີ-ເຊັດ ໄດ້ໃຫ້ການສະໜັບສະໜູນນ້ອງເປັນຈຳນວນເງິນ 20 ລ້ານກວ່າກີບຕໍ່ປີ ເຊິ່ງງົບປະມານນີ້ ຈະສາມາດສົ່ງເສີມໃຫ້ຕົນເອງມີກຳລັງໃຈທີ່ດີຕໍ່ການພັດທະນາສີມືໄປອີກກ້າວໜຶ່ງ ແລະ ຕ້ອງຂໍສະແດງຄວາມຂອບໃຈເປັນຢ່າງສູງ ຈາກຜະລິດຕະພັນຢາໄກ່ຊົນ ລີ-ເຊັດ ທີ່ມອບສິ່ງດີໆໃຫ້ ຂໍໃຫ້ເຊື່ອໝັ້ນວ່າຈະພະຍາຍາມຢ່າງສຸດຄວາມສາມາດເພື່ອສ້າງຜົນງານໃນການແຂ່ງຂັນລາຍການຕ່າງໆ ທີ່ຈະຈັດຂຶ້ນ ພາຍໃນປະເທດໄທ ໃນມໍ່ໆນີ້ ”, ສິດທິເດດ ກ່າວ.

ສິດທິເດດ ສັກບ່ຽງ ເປັນລູກເຄິ່ງ ລາວ-ໄທ ແມ່ເປັນຄົນ ແຂວງສະຫວັນນະເຂດ ແລະ ພໍ່ເປັນຄົນຈັງຫວັດມຸກດາຫານ ເລີ່ມຫຼິ້ນກີລາສະນຸກເກີຕັ້ງແຕ່ ອາຍຸ 9 ປີ ປັດຈຸບັນອາຍຸ 37 ປີ ເປັນຜູ້ຈັດການສະໂມສອນ ສະນຸກເກີ ເອັສເອັມ ໃນຈັງຫວັດມຸກດາຫານ ປະເທດໄທ.
ຂ່າວ: ອ້ວນດໍາ; ຮຽບຮຽງ: ຄໍາສອນ