ກຽມສ້າງເຂື່ອນໄຟຟ້າ 5 ເມກາວັດ ຢູ່ເມືອງສັງທອງ

169

ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ ( MW ) ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນທັງໝົດ 11 ລ້ານໂດລາສະຫະລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດພາຍໃນ 2 ປີ ພາຍຫຼັງເຊັນສັນຍາເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ ຟຟລ.

ພິທີລົງນາມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ນວ, ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ພູວົງ ກໍຣະສັກ ຜູ້ອຳນວຍການ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 496/ຈນວ ລົງວັນທີ 3 ສິງຫາ 2020 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່ ນວ ແລະ ເມືອງສັງທອງ ເຊັນສັນຍາພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 MW ນ້ຳສັງ ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ກັບ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ.

ໂດຍອີງຕາມການຮັບຮອງຂອງນະຄອນຫຼວງວຽງຈັນ ກ່ຽວກັບບົດສຶກສາ ຄວາມເປັນໄປໄດ້ທາງດ້ານເຕັກນິກ ລວມທັງການຮັບຮອງສະເພາະຈາກພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກ່ຽວກັບການສໍາເລັດບົດສຶກສາວິພາກເສດຖະກິດ – ເຕັກນິກ ໂດຍມີການຄໍານຶງເຖິງບັນຫາທີ່ວ່າການເຊື່ອມຕໍ່ສາຍສົ່ງ ( ໂຄງການຈະຖືກເຊື່ອມຕໍ່ໃສ່ລະບົບໄຟຟ້າຂອງ ຟຟລ ), ການວິໄຈດ້ານເສດຖະກິດທີ່ຄໍານຶງເຖິງວ່າມີລາຄາໄຟຟ້າທີ່ ຟຟລ ສາມາດຊື້ໄດ້, ຜົນສະຫຼຸບຂອງການປະເມີນຜົນກະທົບດ້ານສິ່ງແວດລ້ອມ ( EIA ), ການປະເມີນຜົນກະທົບດ້ານສັງຄົມ ( SIA ) ແລະ ການປະເມີນຜົນກະທົບດ້ານສຸຂະພາບ ( HIA ), ການຮັບຮອງລາຄາໄຟຟ້າ ແລະ ຈຸດນໍາສົ່ງໄຟຟ້າ.

ສຳລັບໂຄງການປະກອບດ້ວຍໂຄງສ້າງທາງໂຍທາທິການ ແລະ ອຸປະກອນທີ່ກ່ຽວຂ້ອງກັບການຜະລິດໄຟຟ້າຂອງເຂື່ອນ ເຊັ່ນ: ຝາຍຕັນນໍ້າ, ອ່າງເກັບນໍ້າທີ່ຕັ້ງຢູ່ສາຍນ້ຳສັງ, ເຮືອນຈັກ, ປະຕູນໍ້າເຂົ້າ – ອອກ, ອຸປະກອນວັດແທກນໍ້າ, ອຸປະກອນ ແລະ ສິ່ງປຸກສ້າງເທິງໜ້າດິນທີ່ກ່ຽວຂ້ອງກັບໂຄງການທີ່ຖືກກໍານົດໄວ້ໃນສິດນໍາໃຊ້ທີ່ດິນ, ສາຍສົ່ງ, ໂຄງລ່າງພື້ນຖານທີ່ກ່ຽວຂ້ອງ ແລະ ສິ່ງກໍ່ສ້າງຕ່າງໆທີ່ໄດ້ກໍານົດໄວ້ໃນເອກະສານສັນຍາໂຄງການ.

ທ່ານ ພູວົງ ກໍຣະສັກ ກ່າວວ່າ: ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ, ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນກໍ່ສ້າງທັງໝົດ 11 ລ້ານໂດລາສະຫະລັດ ສຳລັບການກໍ່ສ້າງຈະໃຫ້ສຳເລັດພາຍໃນ 2 ປີ ພາຍຫຼັງເຊັນສັນຍາ. ສຳລັບຜົນປະໂຫຍດນອກຈາກຈະໄດ້ເຂື່ອນ ເພື່ອສະໜອງໄຟຟ້າໃຫ້ ຟຟລ ແລ້ວ ຍັງໄດ້ຊົນລະກະເສດ ໂດຍສະເພາະປູກຝັງ – ລ້ຽງສັດ ແລະ ການປະມົງ ເພື່ອໃຊ້ອ່າງນ້ຳດັ່ງກ່າວ ແລະ ຖ້າການກະເສດເກີດຂຶ້ນ ແນ່ນອນຕ້ອງໄດ້ເຮັດເສັ້ນທາງຄົມມະນາຄົມ ເພື່ອເຊື່ອມຈອດໃນການຂົນເອົາສິນຄ້າກະສິກຳຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວນຳສູ່ທ້ອງຕະຫຼາດ.