ຜະລິດຝຸ່ນຂີ້ກະເດືອນຈຳໜ່າຍ

100

ການຜະລິດຝຸ່ນເພື່ອຈຳໜ່າຍສະໜອງຕະຫຼາດ ກໍເປັນອີກທາງເລືອກໜຶ່ງໃນການສ້າງລາຍຮັບ, ສ້າງອາຊີບ ແລະ ເຮັດໃຫ້ມີຜະລິດຕະພັນຂອງລາວເພີ່ມຂຶ້ນ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ດັ່ງ ທ່ານ ນາງ ສິລິພອນ ສຸວັນນະສິນ ເຈົ້າຂອງຟາມຂີ້ກະເດືອນ, ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜະລິດຝຸ່ນຂີ້ກະເດືອນຂາຍສ້າງລາຍໄດ້ 5 – 6 ລ້ານກີບຕໍ່ເດືອນ.

ທ່ານໃຫ້ສຳພາດວ່າ: ໄດ້ເລີ່ມເຮັດຝຸ່ນຂີ້ກະເດືອນມາແຕ່ປີ 2017 ທຳອິດທີ່ຄິດລິເລີ່ມຢາກເຮັດແມ່ນໄດ້ມີໂອກາດໄປເຫັນຢູ່ປະເທດໄທ ທີ່ເຂົາເຈົ້າໃຊ້ຝຸ່ນດັ່ງກ່າວແລ້ວເຮັດໃຫ້ລົດຊາດຂອງໝາກໄມ້ແຊບ, ຫວານ ຈຶ່ງໄດ້ຖາມ ແລະ ໄປສຶກສານຳເອົາມາເຮັດຢູ່ບ້ານເຮົາ.

ການເລີ່ມຕົ້ນທຳອິດແມ່ນໄດ້ຊື້ແນວພັນຂີ້ກະເດືອນພັນອາຟຣິກາ ໄນຄໍເລີ ເອເອັຟ ເຊິ່ງເປັນພັນມາຈາກຕ່າງປະເທດ 1 ກິໂລ. ຫຼັງຈາກນັ້ນ, ກໍໄດ້ຊື້ຂີ້ງົວແຫ້ງມາແຊ່ນ້ຳ ປະມານ 3 ວັນ ແຕ່ລະວັນຈະປ່ອຍນ້ຳຖິ້ມຈາກນ້ຳດຳ ຈົນກາຍເປັນນ້ຳມັນໃສ ແລ້ວຈຶ່ງປະໄວ້ໃຫ້ສະເດັດນ້ຳ 1 ວັນ. ຈາກນັ້ນ, ກໍເອົາມາເປັນອາຫານໃຫ້ຂີ້ກະເດືອນ ເຊິ່ງການເຮັດຝຸ່ນຂີ້ກະເດືອນແມ່ນພວກເຮົາລ້ຽງໃສ່ຊາມ ແຕ່ກໍສາມາດລ້ຽງໄດ້ໃນພາຊະນະອື່ນ ໂດຍຊາມດຳ 1 ຊາມ ຈະໃສ່ຂີ້ງົວ 5 ກິໂລ ໃສ່ພໍ່ພັນແມ່ພັນຂີ້ກະເດືອນ 2 ຂີດ.

ຫຼັງຈາກນັ້ນກໍເອົານ້ຳຫົດໃຫ້ຊຸ່ມທຸກມື້ ຖ້າມື້ໃດມັນຍັງຊຸ່ມປຽກຢູ່ກໍຈະບໍ່ຫົດ ຈົນຮອດ 20 ວັນ. ຈາກນັ້ນກໍປະໄວ້ອີກ 10 ວັນ ແລ້ວກໍເກັບເອົາມາເປັນຝຸ່ນ ໂດຍບໍ່ໄດ້ປະສົມຫຍັງເລີຍ ເນື່ອງຈາກຂີ້ກະເດືອນທີ່ນຳມາລ້ຽງເອົາເຮັດເປັນຝຸ່ນແມ່ນພັນພິເສດຈະມີ 65 ຂໍ, ແຕ່ລະຂໍຈະມີຄຸນນະພາບແຕກຕ່າງກັນ ແລະ ສາມາດນຳເອົາຝຸ່ນມາໃຊ້ໄດ້ຄົບທຸກວົງຈອນເລີຍ ເຊັ່ນ: ໃຊ້ໃສ່ຜັກ, ຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ປະດັບ ຈົນກະທັງສັດກໍສາມາດໃຊ້ໄດ້ ເຊັ່ນ: ກໍລະນີໝາ, ແມວ ມີກິ່ນຄາວແມ່ນໃຫ້ປະສົມນ້ຳໃຫ້ກິນອາທິດລະເທື່ອ ກໍຈະຊ່ວຍດັບກິ່ນຄາວໄດ້, ຖ້າມີນ້ຳເປື້ອນ ກໍສາມາດປະສົມຝຸ່ນນີ້ໃສ່ໄດ້ ໂດຍໃຊ້ຝຸ່ນ 1 ກິໂລຕໍ່ນ້ຳ 5 ລິດ ປະສົມໄວ້ 1 ຄືນ. ຈາກນັ້ນ, ນຳໃສ່ບົວໄປຫົດ ໂດຍໃສ່ນ້ຳຝຸ່ນທີ່ໝັກ 250 ຊີຊີຕໍ່ນໍ້າ 1 ບົວຫົດນໍ້າ ເຊິ່ງຈະເຮັດໃຫ້ດັບກິ່ນເໝັ້ນໄດ້ ເພາະຝຸ່ນດັ່ງກ່າວເປັນຈຸລິນຊີມີຄຸນປະໂຫຍດຕໍ່ຕົ້ນໄມ້, ຊ່ວຍເຮັດໃຫ້ດິນຊຸ່ມຊື່ນ, ຈະເລີນເຕີບໂຕໄວ ແລະ ເຮັດໃຫ້ດິນພຸຜຸ່ຍ.

ທ່ານ ນາງ ສິລິພອນ ສຸວັນນະສິນ ໃຫ້ຮູ້ຕື່ມອີກວ່າ: ດ້ານຜະລິດຝຸ່ນໃນ 1 ເດືອນສາມາດຜະລິດຝຸ່ນຂີ້ກະເດືອນ ປະມານ 2,5 ໂຕນ, ແຕ່ໄລຍະລະດູຮ້ອນແມ່ນຈະຫຼຸດລົງເລັກໜ້ອຍ ເນື່ອງຈາກອາກາດຮ້ອນອົບເອົ້າຫຼາຍຈະເຮັດໃຫ້ຂີ້ກະເດືອນອອກມາຕາຍ ເພາະພວກມັນຈະຢູ່ໃນອຸນຫະພູມ ປະມານ 16 – 38 ອົງສາ.

ສ່ວນການຈຳໜ່າຍສາມາດຂາຍໄດ້ ປະມານ 500 ຫາ 600 ກິໂລຕໍ່ເດືອນ ໃນລາຄາ 10 ພັນກີບຕໍ່ກິໂລ ລວມຍອດຂາຍ 5 – 6 ລ້ານກີບຕໍ່ເດືອນ. ການຈຳໜ່າຍຝຸ່ນນີ້ທຳອິດລູກຄ້າກໍບໍ່ຄ່ອຍມັກ ເພາະລາຄາມັນຂ້ອນຂ້າງສູງ ແຕ່ເມື່ອຊື້ທົດລອງໃຊ້ໄປແລ້ວພືດຜັກໃຫ້ຜົນດີ, ງາມແຕກຕ່າງຈາກຝຸ່ນອື່ນໆ ຈຶ່ງເກີດມີການບອກຕໍ່ ແລະ ນຳມາຊື້ເພີ່ມຂຶ້ນ.

ຜະລິດຕະພັນຝຸ່ນຂີ້ກະເດືອນຂອງພວກເຮົາແມ່ນໄດ້ຮັບການຈົດລິຂະສິດຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີແລ້ວ.