​ວິ​ທີກຳ​ຈັດ​ຍຸງ ດ້ວຍ​ສະ​ບູ່​ຝຸ່ນ

316

ບອກ​ເລີຍ​ວ່າ​ໃກ​ເຂົ້າ​ສູ່​ໜ້າ​ຝົນ​ແບບ​ນີ້ ພະ​ຍາດ​ໜຶ່ງ​ທີ່​ໜ້າ​ຢ້ານບ​ຊ່​ແພ້​ໂຄວິ​ດ ກໍ​ຄື​ຈາກ​ໂຕ​ຍຸງ ໄຂ້​ຍຸງ, ມາ​ເລ​ເລຍ ໄຂ້​ເລືອດ​ອອກ​ທີ່​ມີ​ຍຸງ​ເປັນ​ພາ​ຫະ​ນະ ໂດຍ​ສະ​ເພ​າ​ະຍາມ​ຝົນ​ຍິ່ງ​ມີ​ຍຸງ​ຫຼາຍ ສະ​ນັ້ນ​ປ້ອງ​ກັນ​ໄວ້​ກ່ອນ​ດີກວ່າ ມື້​ນີ້​ແອັດ​ມິນ​ຈະ​ມາ​ນຳ​ສະ​ເໜີ ວິ​ທີ ກຳ​ຈັດ​ຍຸງ ດ້ວຍ​ວິ​ທີ​ງ່າຍໆ​ຈາກ​ເຄື່ອງ​ໃຊ້​ທີ່​ເຮົາ​ມີ​ໃນ​ເຮືອນ​ນິ​ແຫຼະ ພຽງ​ຮູ້​ໃຊ້​ກໍ​ເກີດ​ປະ​ໂຫຍດຫຼາຍ​ຢ່າງ

ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ສະ​ເປ ຫຼື ຊື້​ຫຍັງ​ແພງໆ​ມາ​ໃຫ້​ເປືອງ​ເງິນ ແລະ ບໍ່​ຕ້ອງ​ຢ້ານ​ຈະ​ແພ້​ກິ່ນ​ຕ່າງໆ​ຂອງ​ສິ່ງ​ທີ່​ເຮົາ​ນຳ​ມາ​ກຳ​ຈັດ​ຍຸງ​ອີກ​ຕໍ່​ໄປ ພຽງ​ແຕ່​ເຮົາ​ມີ​ແຟບ (ສະ​ບູ່​ຝຸ່ນ) ຫຼື ສະ​ບູ​ທີ່​ເຮົາ​ໃຊ້​ຊັກ ຫຼື ຮຸ​ກ​ໂຕ​ກໍ່​ໄດ້

ທຳ​ອິດ ນຳ​ເອົາ​ສະ​ບູ ຫຼື ແຟັບມາ​ປະ​ສົມ​ກັບ​ນ້ຳ ຄົນ​ໃຫ້​ເຂົ້າ​ກັນ, ​ຈາກ​ນັ້ນ​ເທໃສ່​ພາ​ຊະ​ນະ​ທີ່​ຕັດ​ເປັນ​ກວ້າງໆ ເຮົາ​ຈະ​ໃຊ້​ຖ້ວຍ ຫຼື ຕັດກະ​ຕຸກ​ນ້ຳ​ກໍ​ໄດ້​ແລ້ວ​ເອົາ​ໄປ​ວາງ​ໄວ້​ຕາມ​ແຈ​ຂອງ​ເຮືອນ

​ປ່ອຍ​ໄວ້​ປະ​ມານ 3 ມື້ ເຈົ້າ​ຈະ​ຮູ້​ສຶກ​ວ່າ​ຍຸງ​ນ້ອຍ​ລົງ

ຫຼັງ​ຈາກ​ນັ້ນ​ປະ​ໄວ້ 10 ມື້ ໃນ​ພາ​ຊະ​ນະ​ຂອງ​ເຮົາ​ຈະ​ມີ​ຍຸງ​ຕົກ​ຢູ່​ໃນ​ຫັນ

ສາ​ເຫດ​ທີ່​ເປັນ​ແບບ​ນັ້ນ ເພາະ​ວ່າ​ແຟັບ ແລະ ສະ​ບູ່ ແມ່ນ​ມີ​ກິ່ນ​ຫອມ ຍຸງ​ມັນ​ຈະ​ໄປ​ຕອມ ແລະ ຕົກ​ລົງ​ຫັນ

ທີ່​ສຳ​ຄັນ​ວິ​ທີ​ນີ້​ສາ​ມາດ​ໃຊ້​ກຳ​ຈັດ​ແມງ​ສາບ​ໄດ້​ອີກ​ນໍ​າ

ແຖມ​ເຄັດ​ລັບ​ທີ່​ບໍ່​ໃຫ້​ຍຸງ​ມາ​ກວນ​ໃຈ

1 ລອງ​ປ່ຽນ​ໃສ່​ເສື້ອ​ສີ​ອ່ອນໆ ຍຸງ​ຈະ​ບໍ່​ມາ​ກວນ​ໃຈ  ເພາະ​ຍຸງ​ຈະ​ມັກ​ຕອມ​ເສື້ອ​ສີ​ແຈດໆ

2 ມັ່ນ​ປ່ຽ​ເຕົ້າ​ດອກ​ໄມ້​ເລື້ອຍໆ ຈະ​ຊ່ວຍ​ໃຫ້​ຍຸງຫຼຸດ​ຫນ້ອຍ​ລົງ

3 ກິນ​ກະ​ທຽບ​ເປັນ​ປະ​ຈຳ ນອກ​ຈາກ​ຈະ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ​ແລ້ວ ຍັງ​ເຮັດ​ໃຫ້​ຍຸງ​ບໍ່​ມາ​ກວນ​ໃຈ​ອີກ ເພາະ​ມັນ​ຂິວ.