ຊາວໜຸ່ມອາສາສະໝັກແຂວງຈຳປາສັກຮ່ວມເຮັດອຸປະກອນປ້ອງກັນພະຍາດ ໄປແຈກຢາຍໃຫ້ກຸ່ມສ່ຽງທີ່ຈະຕິດເຊື້ອໂຄວິດ-19

86

ຖືເປັນການຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຊາວໜຸ່ມອາສາສະໝັກແຂວງຈຳປາສັກ ໄດ້ຮ່ວມກັນເຮັດອຸປະກອນກັນລະອອງຈາກການໄອ, ຈາມ ແລະ ນ້ຳລາຍ ຈາກເຊື້ອພະຍາດໂຄວິດ-19 ເພື່ອນຳໄປແຈກຢາຍໃຫ້ກຸ່ມສ່ຽງທີ່ຈະຕິດເຊື້ອພະຍາດ ຢູ່ບັນດາສູນກັກກັນ, ໂຮງໝໍ ແລະ ສະຖານທີ່ຕ່າງໆທີ່ມີຄວາມສ່ຽງຕິດເຊື້ອດັ່ງກ່າວ.

ໃນວັນທີ 20 ເມສາ 2020 ທີ່​ສະໂມສອນຂອງແຂວງ,​ ຄະນະບໍລິຫານງານຊາວຫນຸ່ມແຂວງຈຳປາສັກໄດ້ຮ່ວມກັນເຮັດອຸປະກອນກັນລະອອງຈາກການໄອ,​ຈາມ ແລະ ນ້ຳລາຍ ເພື່ອຕ້ານພະຍາດໂຄວິດ-19 ຈຳນວນ 5.000 ອັນ ເພື່ອນຳໄປແຈກຢາຍໃຫ້ກຸ່ມສ່ຽງທີ່ຈະຕິດພະຍາດດັ່ງກ່າວ ໃນສູນກັກກັນ ແລະ ໂຮງຫມໍ, ເຊິ່ງນຳພາໂດຍ ທ່ານ ຄຳສີ ຫລິນສະຫວາດ ເລຂາຄະນະບໍລິຫານງານຊາວຫນຸ່ມແຂວງຈຳປາສັກ​ພ້ອມສະມາຊິກຊາວໜຸ່ມອາສາສະໝັກຈາກຮາກຖານ ແລະ​ ໜ່ວຍຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມ.