ໂຊກໄຊ ນັກເຕະເຍົາວະຊົນລາວຄົນທີ 2 ໃນ 8 ນັກເຕະເຍົາວະຊົນລາວ ທີ່ຄວ້າສິດໄປສຶກສາຕໍ່ທີ່ອາເມຣິກາ

101

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ ນັກເຕະຄົນລາວ ທໍາອິດທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ. ດັ່ງນັ້ນ, ມື້ນີ້ຈະມາແນະນໍາ ທ້າວ ຄູນທະວີ ທອງມະນີ ( ໂຊກໄຊ ) ເຊິ່ງວ່າເປັນນັກເຕະເຍົາວະຊົນລາວຄົນທີ 2 ທີ່ຄວ້າສິດສຶກສາໃນໂຄບງການດັ່ງກ່າວ.

ຄູນທະວີ ເລົ່າວ່າ: ຊີວິດໃນຕອນຍັງນ້ອຍນ້ອງກະເລີ່ມຫຼິ້ນບານຢູ່ບ້ານແບບເດັກນ້ອຍທົ່ວໄປ ໂດຍສະເພາະຕອນຢູ່ໂຮງຮຽນອະນຸບານ 3 ໄດ້ໄປແຂ່ງໃຫ້ທີມໂຮງຮຽນ ແລະ ໄດ້ຮັບການຊຸກຍູ້ຈາກຜູ້ປົກຄອງ ໂດຍສະເພາະພໍ່ ແນ່ນອນເມື່ອຖາມເຖິງນັກເຕະແບບຢ່າງຂອງນ້ອງກະແບບ ຄຣິສເຕຍໂນ ໂຣນັລໂດ ນັກເຕະຊາວປ໊ອກຕຸຍການ ທີ່ຫຼິ້ນໃຫ້ກັບ ຢູເວນຕຸສ ສະໂມສອນໃນອິຕາລີປັດຈຸບັນ.

“ ຜົນງານທີ່ຜ່ານມາຂອງນ້ອງກໍສາມາດຍາດໄດ້ແຊັມ ແລະ ຮອງແຊັມ ໃນຮຸ່ນເຍົາວະຊົນ ຫຼາຍລາຍການພາຍໃນປະເທດ, ສ່ວນລາຍການຕ່າງປະເທດເຄີຍໄປແຂ່ງຂັນລາຍການທີ່ ເກົາຫຼີ ໃນປີ 2016, ພິເສດລາຍການໃຫຍ່ໆກໍແມ່ນຍາດໄດ້ແຊັມໃນລາຍການ Soong ching ling ທີ່ ສປ ຈີນ ໃນປີ 2019 ໄປໃນນານສະໂມສອນຂອງ ລ໋ອບ ສະເຕດ້ຽມ. ນອກນັ້ນ, ກໍເຄີຍຍາດໄດ້ຮອງແຊັມລາຍການທີ່ປະເທດໄທ ” ຄູນທະວີ ກ່າວ.

ຄູນທະວີ ກ່າວອີກວ່າ: ການໄປຝຶກຊ້ອມຄັດເລືອກໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະໜາມກິລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020 ນ້ອງໄດ້ຮຽນຮູ້ປະສົບການຕ່າງ ໂດຍສະເພາະແມ່ນການຄອງບານ ແລະ ລົງຫຼິ້ນເດີ່ນໃຫຍ່ແລກປ່ຽນທັກສະກັບ ນັກເຕະຊາວໄທ ທີ່ມີຄວາມສາມາດຫຼາຍຄົນ. ແນ່ນອນເປົ້າໝາຍໃນອະນາຄົດນ້ອງກໍຢາກຫຼິ້ນບານເຕະກັບສະໂມສອນອາຊີບໃດໜຶ່ງ ແລະ ຫວັງໄດ້ຮັບໃຊ້ທີມຊາດລາວ, ສ່ວນດ້ານການສຶກສາກໍຕ້ອງໃຫ້ຈົບປະລິນຍາເອກເປັນຢ່າງໜ້ອຍ.

ສໍາລັບ ຄູນທະວີ ເກີດໃນວັນທີ 16 ຕຸລາ 2006 ທີ່ບ້ານວາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ປັດຈຸບັນຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮຽນຢູ່ຊົ້ນມັດທະຍົມປີທີ 3 ທີ່ໂຮງຮຽນນິຣາດາ ນໍ້າໜັກ 50 ກິໂລກຣາມ ແລະ ສູງ 163 ຊັງຕີແມັດຫຼິ້ນຕໍາແໜ່ງກອງໜ້າອີກຊ້າຍ ແລະ ຂວາ ເລີ່ມເຂົ້າຝຶກຊ້ອມ ແລະ ຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ນັບຕັ້ງແຕ່ປີ 2017 ເຖິງປັດຈຸບັນ ຫຼ້າສຸດພາ ລາວໂຕໂຢຕ້າ ເອັຟຊີ ຄວ້າອັນດັບ 4 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີປະຈໍາປີ 2019.

ໂດຍກ່ອນໜ້ານີ້ ຄູນທະວີ ໄດ້ໄປຄັດເລືອກໃນໂຄງການດັ່ງກ່າວໃນນາມຕົວແທນຂອງ ລ໊ອບ ສະເຕດ້ຽມ (LOB STADIUM FA) ລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ສາມາດຕິດ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ຈາກ ສີສະຫວາດ ແກ້ວມຸງຄຸນ, ສ່ວນອີກ 6 ປະກອບດ້ວຍ ຄູ່ນຮຸ່ງເຮືອງ ພົມມາວິຈິດ, ພູສົມບູນ ປັນຍາວົງ, ຄູນທະວີ ທອງມະນີ, ສິນທະສອນ ສິງຫາຈັກ, ດູລະໄນ ແກ້ວມິນີວົງ, ອານຸູໄຊ ເພັງກິ່ງລາວົງ ແລະ ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.