ຊາວໜຸ່ມແຈ້ງໂຈະ! ທຸກກິດຈະກຳຕະຫຼອດການຮຽນຮ່ວມກັນຕ້ານໂຄວິດ-19

92

ເພື່ອເພີ່ມທະວີມາດຕະການສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໂດວິດ-19 ທີ່ໄດ້ແພ່ລາມໄປທົ່ວໂລກ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ນັບມື້ນັບເພີ່ມຂຶ້ນ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈຶ່ງເຫັນດີເປັນເອກະພາບໃຫ້ ຄຊປປລ ແຕ່ລະຂັ້ນ ໂຈະການຈັດຕັ້ງພິທີໂຮມຊຸມນຸມວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ.

ພາບປະກອບຂ່າວເທົ່ານັ້ນ

ໂດຍຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ອອກແຂ້ງການສະບັບເລກທີ 262/ລຂ ລົງວັນທີ 31 ມີນາ 2020 ດັ່ງນີ້ :

1 ໃຫ້ເປັນໃຈກາງເພີ່ມທະວີຄວາມສາມັກຄີຊາວຫນຸ່ມ-ເຍົາວະຊົນລາວບັນດາເຜົ່າ ເປັນປຶກແຜນແຫນ້ນຫນ້າໃຕ້ຮົ່ມທຸງຂອງພັກ ແລະ ກາຍເປັນກໍາລັງແຮງພ້ອມແບກຫາບ ແລະ ຕໍ່ສູ້ກັບພະຍາດໂດວິດ 19 (COVID -19) ຢ່າງເປັນເຈົ້າການ.

2 ໃຫ້ເປັນເຈົ້າການໂຄສະນາ, ສຶກສາອົບຮົມ, ເຊື່ອມຊຶມ ແລະ ປູກຈິດສໍານຶກໃຫ້ແກ່ພະນັກງານຊາວຫນຸ່ມ, ສະມາຊິກຊາວຫນຸ່ມ-ເຍົາວະຊົນ ລາວບັນດາເຜົ່າໃຫ້ຮັບຮູ້, ເຂົ້າໃຈ, ກໍາແຫນ້ນ ແລະ ເປັນແບບຢ່າງຈັດຕັ້ງປະຕິບັດຕາມຄໍາສັ່ງ ເລກທີ 08/ນຍ ລົງວັນທີ 29 ມີນາ 2020 ຕະຫຼອດຄໍາແນະນໍາຂອງຄະນະສະເພາະກິດ ຕ້ານພະຍາດໂຄວິດ 19 (COVID-19) ຢ່າງເຂັ້ມງວດ ດ້ວຍຫຼາຍຮູບການທີ່ເຫມາະສົມ, ນໍາໃຊ້ສື່ມວນຊົນຕ່າງໆເປັນຕົ້ນ ລາຍການ ໂທລະພາບ, ລາຍການວິທະຍຸ, ຫນັງສືພິມ, ສື່ອອນລາຍ ແລະ ອື່ນໆ.

3 ໃຫ້ປິດການບໍລິການໂຮງຮຽນ ແລະ ສູນວິຊາຊີບຊາວຫນຸ່ມຊົ່ວຄາວຕາມຄໍາສັ່ງເລກທີ 06/ນຍ ແລະ ຄໍາສັ່ງຂອງຄະນະສະເພາະກິດຂັ້ນແຂວງ.

ພາບປະກອບຂ່າວເທົ່ານັ້ນ

4 ໃຫ້ພະນັກງານຊາວຫນຸ່ມ, ສະມາຊິກຊາວຫນຸ່ມທີ່ເປັນລັດຖະກອນ ຢຸດການມາເຮັດວຽກຢູ່ຫ້ອງການ ນັບແຕ່ວັນທີ 1-11 ເມສາ 2020 ໂດຍໃຫ້ຈັດຕັ້ງມອບວຽກຢ່າງມີຄາດຫມາຍ ໄປເຮັດຢູ່ເຮືອນ ຫຼື ບ່ອນພັກເຊົາ ແລ້ວນໍາໃຊ້ລະບົບ ສື່ສານເປັນຕົ້ນ ໂທລະສັບ, ລະບົບການສື່ສານອິເລັກໂຕຣນິກ, ສື່ສັງຄົມອອນລາຍ.

5 ຊາວຫນຸ່ມ-ເຍົາວະຊົນທີ່ບໍ່ໄດ້ຮັບມອບຫມາຍຫນ້າທີ່ຈາກການຈັດຕັ້ງໃຫ້ມາເຮັດວຽກ ແມ່ນບໍ່ໃຫ້ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ບໍ່ໃຫ້ເດີນທາງໄປທ້ອງຖິ່ນອື່ນ, ເຂດທີ່ມີການຕິດເຊື້ອ, ເຂດທີ່ມີຄວາມສ່ຽງ; ຍົກເວັ້ນ ອອກ ໄປວຽກທີ່ຈໍາເປັນ ແລະ ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງ, ແຕ່ກໍ່ຕ້ອງມີການປະຕິບັດມາດຕະການຢ່າງ ເຂັ້ມງວດໃນການປ້ອງການເປັນຕົ້ນ ໃສ່ຜ້າປິດປາກ, ປິດດັງ, ຢູ່ຫາງກັນ 2 ແມັດ, ລ້າງມິດ້ວຍເຈລ, ດ້ວຍສະບູແລະ ອື່ນໆ.

6 ຫ້າມບໍ່ໃຫ້ພະນັກງານຊາວຫນຸ່ມ, ບຸກຄະລາກອນຂົງເຂດວຽກງານຊາວຫນຸ່ມ-ເຍົາວະຊົນ ຕະຫຼອດຮອດນັກທຸລະກິດຫນຸ່ມໃນສັງກັດ ສະມາຄົມນັກທຸລະກິດຫນຸ່ມແຫ່ງຊາດ ແຕ່ລະຂັ້ນ ແລະ ຫົວຫນ່ວຍທຸລະກິດທີ່ຂຶ້ນກັບ ຄຊປປລ ໄປ ມີສ່ວນຮ່ວມກັບການກັກຕຸນສິນຄ້າ ຫຼື ຂຶ້ນລາຄາສິນຄ້າທີ່ບໍ່ຖືກຕ້ອງ ໂດຍສະເພາະສິນຄ້າຄວບຄຸມ (ຜ້າປິດປາກດັງ, ນ້ໍາຢາລ້າງມື ແລະ ອື່ນໆ).

ພາບປະກອບຂ່າວເທົ່ານັ້ນ

7 ສ່ວນຊາວຫນຸ່ມນັກຮຽນນັກສຶກສາ ຕະຫຼອດຮອດຄູອາຈານທີ່ເປັນສະມາຊິກຊາວຫນຸ່ມ, ຊາວຫນຸ່ມຂະແຫນງການຕ່າງໆ ແມ່ນໃຫ້ຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍ ປະຕິບັດຄໍາສັ່ງ 08/ນຍ ແລະ ແຈ້ງການຂອງຂະແຫນງການຕົນຢ່າງເຂັ້ມງວດ.

8 ໃຫ້ບໍລິໂພກຂໍ້ມູນຂ່າວສານທີ່ເປັນທາງການ ແລະ ໃຫ້ມີສະຕິສູງຕໍ່ຂ່າວປອມ, ຫ້າມບໍ່ໃຫ້ກົດໄລ, ກົດແຊ ຕໍ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໂດຍໃຫ້ຕິດຕາມຂ່າວສານຜ່ານສື່ທາງການ ເປັນຕົ້ນ ຂ່າວປະເທດລາວ (ຂປລ) ໂທລະພາບ ແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ຫນັງສືພິມວຽງຈັນທາມ, ເວັບໄຊ www.COVID19.gov.la ເວບໄຊຂອງ ສຊປລ www.nit.gov.la ແລະ ເຟດບຸກເພສ Lao Youth Union.

9 ໃຫ້ເກັບກໍາສະຖິຕິຈໍານວນພົນ ແລະ ການເຄື່ອນໄຫວຂອງພະນັກງານຊາວຫນຸ່ມ, ສະມາຊິກຊາວຫນຸ່ມ, ຊາວຫນຸ່ມເຍົາວະຊົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕະຫຼອດຮອດສຸຂະພາບຂອງເຂົ້າເຈົ້າຢ່າງເປັນປົກກະຕິ, ຫາກມີ ສະພາບໄອ-ຈາມ ຜິດປົກກະຕິ ຫຼື ເປັນກຸ່ມສ່ຽງ ແມ່ນໃຫ້ລາຍງານການຈັດຕັ້ງທີ່ກ່ຽວຂ້ອງ ແລະ ສຊປລ ທັນທີ.

ພາບປະກອບຂ່າວເທົ່ານັ້ນ

10 ໃຫ້ ຄຊປປລ ທຸກຂັ້ນ ແຕ່ງຕັ້ງຄະນະປະສານງານກ່ຽວກັບການປ້ອງກັນພະຍາດໂດວິດ 19 ເພື່ອເປັນຈຸດປະສານງານລວມ ແລ້ວລາຍງານໃຫ້ ຄຊປປລ ຂັ້ນເທິງ ແລະ ຄະນະພັກຂອງຕົນຊາບ. ສໍາລັບ ຄຊປປລ ກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ໃຫ້ນໍາສົ່ງໃຫ້ ສຊປລ ໃນວັນທີ 2 ເມສາ 2020 ຕາມຈຸດປະສານງານຂອງຄະນະ ສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂດວິດ 19 (COVID -19) ຂອງ ສຊປລ. ພິເສດ ເພື່ອເປັນການນໍາພາ ແນວຄິດ ອັນຮີບດ່ວນໃນສະພາບທີ່ຕ້ອງພັກຮຽນ, ພັກວຽກຢູ່ເຮືອນ ແລະ ຫຼີກລ້ຽງປະກົດການຫຍໍ້ທີ່ຕ່າງໆ ສຊປລ ໄດ້ຈັດຕັ້ງ ສູນໃຫ້ຄໍາປຶກສາຜ່ານເວບໄຊ www.rit.gov.la

11 ໃຫ້ໂຈະກອງປະຊຸມໃຫຍ່ ແລະ ທຸກກິດຈະກໍາທີ່ກ່ຽວພັນກັບການກະກຽມກອງປະຊຸມໃຫຍ່ ຄຊປປລ ແຕ່ລະຂັ້ນນັບແຕ່ມື້ນີ້ຈົນຮອດວັນທີ 24 ເມສາ 2020 ຕາມແຈ້ງການຂອງຄະນະເລຂາທິການສູນກາງພັກສະບັບເລກທີ 02/ຄລສພ ລົງວັນທີ 31 ມີນາ 2020.

ພາບປະກອບຂ່າວເທົ່ານັ້ນ

12 ສໍາລັບພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ (14 ເມສາ 1955 – 14 ເມສາ 2020) ເຫັນວ່າເປັນວັນສໍາຄັນທາງປະຫວັດສາດ ໂດຍສະເພາະຕໍ່ຄົນຮຸ່ນຫນຸ່ມ ເຊິ່ງ ສຊປລ ແລະ ຄຊປປລ ກໍ່ໄດ້ມີການກະກຽມ ພິທີສະເຫຼີມສະຫຼອງບຸນມະໂຫລາຊາວຫນຸ່ມ-ເຍົາວະຊົນ ຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ມີເນື້ອໃນມາໂດຍ ຕະຫຼອດເປັນຕົ້ນ ການເຕົ້າໂຮມຄວາມສາມັກຄີ, ການໂຄສະນາ, ການປັບປຸງການຈັດຕັ້ງ, ຂະບວນການລົງຮາກ ຖານ, ຂະບວນການອາສາສະຫມັກ, ເພື່ອຕອບບຸນແທນຄຸນ ແລະ ຊ່ວຍເຫຼືອສັງຄົມ, ຂະບວນການວິຊາສະເພາະ, ການປະດິດສ້າງ ລວມເຖິງຂະບວນການກອງປະຊຸມໃຫຍ່ແຕ່ລະຂັ້ນ, ຂະບວນການແຂ່ງຂັນ 4 ບຸກຂອງຊາວຫນຸ່ມ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ແລະ ອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ 19 (COVID) -19 ໄດ້ລະບາດໄປທົ່ວໂລກ ໂດຍສະເພາະຢູ່ ສປປ ລາວ ກໍ່ໄດ້ມີຜູ້ຕິດເຊື້ອ ແລະ ມິຄວາມສ່ຽງສູງໃນການລະບາດ. ພັກ ແລະ ລັດຖະບານ ຈຶ່ງໄດ້ເພີ່ມມາດຕະການສະກັດກັ້ນ ແລະ ປ້ອງກັນ ໂດຍການວາງຂໍ້ຫ້າມຕ່າງໆ ໂດຍສະເພາະ ຄ່າ ສັ່ງ 08/ນຍ, ສະນັ້ນ ຄະນະເລຂາທິການ ສຊປລ ຈຶ່ງເຫັນດີເປັນເອກະພາບໃຫ້ ຄຊປປລ ແຕ່ລະຂັ້ນ ໂຈະ ການຈັດຕັ້ງພິທີໂຮມຊຸມນຸມວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ.

ພາບຈາກ: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ