ຄະນະສະເພາະກິດ ອອກຄໍາສັ່ງແນະນຳ ວ່າດ້ວຍການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ14 ວັນ ຂອງຜູ້ທີ່ເດີນທາງມາຈາກຕ່າງປະເທດ ຫາກບໍ່ປະຕິບັດຈະດຳເນີນຕາມລະບຽບກົດໝາຍ

194

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດ ໂຄວິດ-19 ໄດ້ອອກຄໍາສັ່ງແນະນໍາ ວ່າດ້ວຍ ການຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19
ເລກທີ 615 /ສພກ ນະຄອນຫຼວງວຽງຈັນ, ວັນທີ 24 ມີນາ 2020, ເຖິງ: ທ່ານເຈົ້າຄອງນະຄອນຫຼວງ, ເຈົ້າແຂວງໃນຂອບເຂດທົ່ວປະເທດ.

ອີງຕາມ ຕົກລົງເຫັນດີໃນກອງປະຊຸມ ທ່ານນາຍົກລັດຖະມົນຕີ ຮ່ວມກັບ ຄະນະສະເພາະກິດ ໃນວັນທີ 23 ມີນາ 2020. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ແຈ້ງມາຍັງ ທ່ານຊາບວ່າ ປະຈຸບັນ ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ-19) ໃນຫຼາຍປະເທດ ຍັງສຶບຕໍ່ຂະຫຍາຍເປັນວົງກວ້າງ, ມີການລາຍງານກໍລະນີຕິດເຊື້ອ ແລະ ເສຍ ຊີວິດເພີ່ມຂຶ້ນໃນແຕ່ລະວັນ. ສປປ ລາວ, ປະຈຸບັນ ກໍາລັງຮັບມືກັບ ຜູ້ອອກແຮງງານລາວຢູ່ຕ່າງປະເທດ ກໍາລັງ ຫຼັ່ງໄຫຼເຂົ້າມາ ສປປ ລາວ ເປັນຈໍານວນຫລາຍ, ເຊິ່ງເຮັດໃຫ້ມີຄວາມສ່ຽງສູງທີ່ສຸດທີ່ຈະເກີດມີຜູ້ຕິດເຊື້ອ ແລະ ແຜ່ຂະຫຍາຍຂອງເຊື້ອ ໂຄວິດ-19.


ສະນັ້ນ, ເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກາ່ວ ແລະ ເພື່ອຈໍາກັດການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ເຮັດໃຫ້ການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມພະຍາດມີປະສິດທິພາບ.ຄະນະສະເພາະກິດ ອອກຄໍາສັ່ງແນະນໍາ ດັ່ງນີ້:

  1. ໃຫ້ທ່ານເຈົ້າຄອງນະຄອນຫຼວງ, ທ່ານເຈົ້າແຂວງ ອອກຄໍາສັ່ງເຖິງ ບັນດາເມືອງ ເພື່ອຊີ້ນໍາບັນດາບ້ານ ທີ່ຢູ່ໃນຂອບເຂດການຄຸ້ມຄອງຂອງຕົນ ໃຫ້ພ້ອມກັນຜັນຂະຫຍາຍຄໍາສັ່ງແນະນໍາສະບັບນີ້ ແລະ ເປັນເຈົ້າການໃນການ ປຸກລະດົມປະຊາຊົນທີ່ມີພີ່ນ້ອງ, ລູກ, ຫຼານ ຫຼື ສະມາຊິກໃນຄອບຄົວເດີນທາງມາແຕ່ຕ່າງປະເທດ (ນັກສຶກສາ, ຜູ້ອອກແຮງງານ ແລະ ອື່ນໆ) ໃຫ້ປະຕິບັດມາດຕະການ ການຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນ ເອງ (ຕາມຫນັງສືແຈ້ງການ ສະບັບເລກທີ 012/ສກພ, ລົງວັນທີ 16 ມີນາ 2020 ແລະ ຄໍາແນະນໍາເພີ່ມເຕີມ ສະບັບເລກທີ 341/ ກຄພຕ, ລົງວັນທີ 22 ມີນາ 2020) ຢ່າງເຂັ້ມງວດ ແລະ ເຄັ່ງຄັດ;


2. ໃຫ້ແຕ່ລະແຂວງ, ເມືອງ ແລະ ແຕ່ລະບ້ານ ກໍານົດ ແລະ ຈັດສັນສະຖານທີ່ ທີ່ເຫມາະສົມໄວ້ ເພື່ອນໍາໃຊ້ໃນການຈໍາກັດບໍລິເວນ ແລະ ດູແລຜູ້ຕິດເຊື້ອ (ຖ້າຫາກເກິດມີກໍລະນີຕິດເຊື້ອ) ແລະ ກະກຽມຮັບມີຫາກເກີດ ການລະບາດຂອງພະຍາດ ໂຄວິດ-19 ຂຶ້ນ;


3. ໃຫ້ອົງການປົກຄອງແຂວງ, ເມືອງ ແລະ ບ້ານ ສົມທົບກັບອົງການແນວລາວສ້າງຊາດ, ອົງການຈັດຕັ້ງ
ມະຫາຊົນ ແລະ ອສບ ເອົາໃຈໃສ່ປະຕິບັດດັ່ງນີ້:

-ເກັບກໍາຂໍ້ມູນລະອຽດຂອງປະຊາຊົນທີ່ເດີນທາງກັບມາຈາກຕ່າງປະເທດ ເພື່ອກໍານົດວັນເລີ່ມ ແລະ ວັນສິ້ນສຸດ (14 ວັນ) ສໍາລັບການຈໍາກັດບໍລິເວນຕົ້ນເອງ, ພ້ອມທັງ ຕິດຕາມ ແລະ ເກັບກໍາສະພາບອາການຂອງ ບຸກຄົນດັ່ງກ່າວຢ່າງໃກ້ຊິດ ແລະ ເປັນປົກກະຕິພາຍໃນ 14 ວັນ; ຖ້າຫາກມີອາການ ໄຂ້, ໄອ ຫຼື ຫາຍໃຈ ຍາກ ຂອງຜູ້ທີ່ຖືກຈໍາກັດບໍລິເວນ ແມ່ນໃຫ້ຮີບດ່ວນແຈ້ງໃຫ້ການຈັດຕັ້ງຂອງຕົນຊາບ;

-ຕິດຕາມ, ແນະນໍາ ໃຫ້ປະຊາຊົນພາຍໃນເມືອງ, ບ້ານ ປະຕິບັດມາດຕະການການຈໍາກັດບໍລິເວນ ຢູ່ ສະຖານທີ່ພັກເຊົາຂອງຕົນເອງຢ່າງເຂັ້ມງວດ; ໃຫ້ແນະນໍາປະຊາຊົນຢູ່ແຕ່ລະບ້ານ ຫຼີກລ້ຽງການເດີນທາງທີ່ ບໍ່ມີຄວາມຈໍາເປັນ ຮີບດ່ວນ; ໃຫ້ອໍານາດການປົກຄອງຂັ້ນຕ່າງໆ ລະດົມກໍາລັງທະຫານ, ຕໍາຫຼວດ, ກອງຫຼອນ ເຂົ້າຊ່ວຍສະຫນັບສະຫນູນການຕິດຕາມ, ກວດກາ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ.

-ໃຫ້ອໍານາດການປົກຄອງທຸກຂັ້ນ ລະດົມທົ່ວສັງຄົມ ໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຂະບວນການຄວບ ຄຸມ, ປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນຄັ້ງນີ້ຢ່າງເປັນເຈົ້າການ.

ຫາກຜູ້ທີ່ຖືກຈໍາກັດບໍລິເວນຕົນເອງ ບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ກໍານົດໄວ້ ພາຍໃນ 14 ວັນ ແມ່ນຈະຖືກດໍາເນີນການຕາມລະບຽບກົດຫມາຍ.

.