ນ້ຳງື່ມແຫ້ງຫຼຸດປາກທໍ່ດູດນ້ຳ ສົ່ງຜົນໃຫ້ປະຊາຊົນ 3 ເມືອງຂາດນ້ຳໃຊ້

222

3 ເມືອງ ຂອງນະຄອນຫຼວງ ວຽງຈັນ ກຳລັງປະເຊີນໜ້າກັບສະພາບການຂາດເຂີນນ້ຳໃຊ້ຕິດຕໍ່ກັນຫຼາຍວັນ ເນື່ອງຈາກນ້ຳງື່ມແຫ້ງຈົນຫຼຸດປາກທໍ່ດູດນ້ຳເຮັດໃຫ້ບໍ່ສາມາດດູດນໍ້າມາຜະລິດ ນ້ຳປະປາ. ດ້ານລັດວິສາຫະກິດນ້ຳປະປານະ ຄອນຫຼວງວຽງຈັນ ກໍໄດ້ເລັ່ງແກ້ໄຂ ແລະ ຄາດວ່າຈະຕິດຕັ້ງຈັກສູບນໍ້າໃຫ້ສຳເລັດພາຍໃນອາທິດນີ້.

ທ່ານ ນາງ ເພື່ອນແສງໄຊນາຄຳ ຮອງຜູ້ອຳນວຍການ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ກ່າວໃນວັນທີ 23 ຕຸລານີ້ວ່າ: ປັດຈຸບັນຫຼາຍເຂດໃນນະຄອນຫຼວງວຽງຈັນໂດຍສະເພາະແມ່ນເຂດເມືອງໄຊທານີ, ໄຊເສດຖາ ແລະ ຈັນທະບູລີ ໄດ້ຮັບຜົນກະທົບຈາກນໍ້າປະປາບໍ່ພຽງພໍ ສາເຫດມາຈາກນໍ້າງື່ມບົກແຫ້ງລົງຫຼາຍ ແລະ ຫຼຸດຈາກປາກທໍ່ດູດນໍ້າ, ຈົນເຮັດໃຫ້ໂຮງງານນໍ້າປະປາທ່າງ່ອນ ບ້ານພູຄຳ ເມືອງໄຊທານີ ບໍ່ສາມາດສູບນໍ້າຂຶ້ນມາຜະລິດໄດ້ ແລະ ສົ່ງຕໍ່ໃຫ້ໂຮງງານນໍ້າປະປາດົງໝາກຄາຍທີ່ມີກຳລັງຜະລິດນໍ້າ 80 ພັນແມັດກ້ອນຕໍ່ວັນ ບໍ່ສາມາດຜະລິດ ເຕັມກຳລັງໄດ້ຈຶ່ງເຮັດໃຫ້ສັງຄົມໄດ້ຮັບຜົນກະທົບ. ຕໍ່ບັນຫາດັ່ງກ່າວລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ກຳລັງເລັ່ງແກ້ໄຂ ແລະ ຄາດວ່າຈະຕິດຕັ້ງຈັກສູບນໍ້າໃຫ້ສຳເລັດໄວໆນີ້ ເພື່ອຮັບປະກັນໃນການຊົມໃຊ້ນໍ້າໃຫ້ທົ່ວເຖິງ ແລະ ພຽງ ພໍ.

ທ່ານ ຈັນທະວີ ຈັນສີຍະວົງ ຮອງຫົວໜ້າໂຮງງານຜະລິດ ນໍ້າປະປາ ດົງໝາກຄາຍ 2 ໄດ້ເປີດເຜີຍຕໍ່ທີມຂ່າວພວກເຮົາໃນວັນທີ 23 ຕຸລາຜ່ານມານີ້ ວ່າ: ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ທໍາການຕິດຕັ້ງຈັກດູດນໍ້າເສີມໃນວັນທີ 23 ຕຸລາ ມີກຳລັງການຜະລິດ 18 ພັນແມັດກ້ອນ ແລະ ຈະຕິດຕັ້ງອີກ 1 ເຄື່ອງໃນວັນທີ 24 ຕຸລາ ເຊິ່ງຖ້າຫາກຕິດຕັ້ງສຳເລັດທັງສອງເຄື່ອງ ຈະສາມາດດູດນໍ້າດິບປ້ອນໂຮງງານຜະລິດ ນໍ້າປະປາ ດົງໝາກຄາຍ ປະມານ 36.000 – 40.000 ແມັດກ້ອນ ແລະ ນັບວ່າເປັນຂ່າວດີທີ່ປະລິມານນໍ້າງື່ມໃນບໍລິເວນບ່ອນດູດນໍ້າດິບຂຶ້ນໃນວັນທີ 23 ຕຸລາ ມີປະລິມານນໍ້າເພີ່ມຂຶ້ນ 5 ຊັງຕີແມັດ.

ສຳລັບກຳລັງດູດນໍ້າເຕັມອັດຕາຂອງລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນແມ່ນ 110.000 ແມັດກ້ອນຕໍ່ມື້ ແຕ່ປັດຈຸບັນສາມາດດູດນໍ້າໄດ້ພຽງ 20.000 ແມັດກ້ອນຕໍ່ມື້ ເຊິ່ງຫຼຸດຈາກປົກກະຕິ 80%. ສ່ວນການສະໜອງນ້ຳພາຍໃນນະຄອນຫຼວງວຽງຈັນ ນັ້ນສາມາດສະໜອງໄດ້ພຽງ 60% ຂອງການສະໜອງປົກກະຕິເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຮຽກຮ້ອງມາຍັງປະຊາຊົນໃຫ້ພາກັນກະກຽມພາຊະນະເພື່ອກັກເກັບນ້ຳໄວ້ ແລະ ຊົມໃຊ້ຢ່າງປະຢັດ ເພື່ອຈະສາມາດມີນ້ຳພຽງພໍໄວ້ໃຊ້ຢ່າງທົ່ວເຖິງກັນໃນໄລຍະນີ້.

ຕໍ່ກັບສະຖານະການດັ່ງກ່າວ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງ ໄດ້ອອກແຈ້ງການສະບັບເລກທີ 0353/ນປນຄ ລົງວັນທີ 23 ຕຸລາ 2019 ເລື່ອງ: ການສະໜອງນ້ຳປະປາບໍ່ພຽງພໍ ໃນຂອບເຂດເມືອງໄຊທານີ, ບາງສ່ວນເມືອງໄຊເສດຖາ ແລະ ເມືອງຈັນທະບູລີ.

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວ ໜ່ວຍທຸລະກິດທຸກພາກ   ສ່ວນທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນເມືອງໄຊທານີ, ບາງສ່ວນເມືອງໄຊເສດຖາ ແລະ ເມືອງຈັນທະບູລີ ຊາບວ່າ: ໃນໄລຍະປັດຈຸບັນນີ້ ເຫັນວ່າແມ່ນ້ຳງື່ມບົກແຫ້ງຢ່າງໄວວາໃນລະດັບແຫ້ງລົງຕ່ຳທີ່ສຸດໃນຮອບຫຼາຍປີ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ໂຮງງານຜະລິດ ນໍ້າປະປາ ດົງໝາກຄາຍ II ( ຢູ່ອິນເທັກ ທ່າງ່ອນ ) ເຊິ່ງເປັນໂຮງງານໃຫຍ່ສຸດ ມີກໍາລັງການຜະລິດ 100.000 ແມັດກ້ອນຕໍ່ວັນ ບໍ່ສາມາດທໍາການຜະລິດນ້ຳປະປາໄດ້. ພ້ອມດຽວກັນນັ້ນ, ລັດວິສາຫະກິດ ນ້ຳປະປາ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເລັ່ງຕິດຕັ້ງໂປ່ມສູບນ້ຳເພື່ອໃຫ້ໂຮງງານສາມາດຜະລິດນ້ຳໄດ້ໃນລະດັບໃດໜຶ່ງກ່ອນ ແລະ ໄດ້ເພີ່ມກໍາລັງການຜະລິດນ້ຳຂອງໂຮງງານອື່ນ ເພື່ອເອົານ້ຳມາຊ່ວຍແກ້ໄຂບາງສ່ວນຂອງບັນດາເມືອງດັ່ງກ່າວ ຈົນກວ່າໂຮງງານດັ່ງກ່າວຈະສາມາດທໍາການຜະລິດນ້ຳໄດ້ເປັນປົກກະຕິ. ກໍລະນີມີຄວາມຕ້ອງການນ້ຳປະປາສາມາດໂທແຈ້ງສາຍດ່ວນ ໂທ 1169 ແຕ່ຮຽກຮ້ອງໃຫ້ມີຖັງເກັບນ້ຳທີ່ບັນຈຸປະລິມານນ້ຳໄດ້ຫຼາຍ.

ອີງຕາມການລາຍງານພະຍາກອນລະດັບນໍ້າ ປະຈຳວັນທີ 23 ຕຸລາ 2019 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຊີ້ໃຫ້ເຫັນວ່າ ລະດັບນໍ້າງື່ມຢູ່ທ່າລາດຫຼຸດລົງ ໂດຍຕະຫຼອດ 3 ວັນທີ່ຜ່ານມາ ຢູ່ລະດັບ 4,84 ແມັດ ແຕ່ວັນທີ 23 ຕຸລາ 2019 ຢູ່ລະດັບ 4,82 ແມັດ. ສ່ວນໜ້າເຂື່ອນ ແລະ ຫຼັງເຂື່ອນແມ່ນຍັງຢູ່ໃນລະດັບເດີມ ເຊັ່ນ: ໜ້າເຂື່ອນ 206,28 ແມັດ ທຽບໃສ່ວັນທີ 22 ເພີ່ມຈາກ 206,22 ແມັດ; ຫຼັງເຂື່ອນ 165,80 ແມັດ ເທົ່າເດີມ; ສຳລັບນໍ້າໄຫຼເຂົ້າອ່າງນໍ້າງື່ມ 290.939 ແມັດຕໍ່ວິນາທີ ທຽບໃສ່ວັນທີ 22 ເພີ່ມຈາກ 196.559 ແມັດຕໍ່ວິນາທີ.