ຢຶດຊິ້ນສ່ວນສັດປ່າທີ່ຜິດກົດໝາຍເກືອບ 40 ໂລມາທຳລາຍຖີ້ມ

41

ໃນຕອນບ່າຍວັນທີ 10 ເມສາ 2023 ຄະນະກອງກວດກາປ່າໄມ້ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດຕັ້ງພິທີຈູດທໍາລາຍຊິ້ນສ່ວນສັດປ່າ ຂຶ້ນທີ່ເດີນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສີໃສ ໄຊຍະສິດ  ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພ້ອມພະນັກງານໜ່ວຍງານກວດກາປ່າໄມ້ເມືອງ, ໜ່ວຍງານລ້ຽງສັດ ແລະ ການປະມົງ, ເຂົ້າຮ່ວມ.

May be an image of 9 people
ຜ່ານມາເຈົ້າໜ້າທີ່ໄດ້ສົມທົບກັບກອງກວດກາປ່າໄມ້ເມືອງລົງກວດກາເອົາໃຈໃສ່ປະຕິບັດໃນການສະກັດກັ້ນເປັນຕົ້ນແມ່ນໄດ້ພົບເຫັນພໍ່ຄ້າຊາວຂາຍລັກລອບຊື້-ຂາຍສັດປ່າ ປະເພດຄຸ້ມຄອງການກະທໍາຜິດຕໍ່ກົດໝາຍສັດນໍ້າ-ສັດປ່າ ສະບັບເລກທີ 07/ສພຊ, ມີ 2 ກໍລະນີ ທີ່ມີຊິ້ນສວນ ສັດປ່າຄື:

May be an image of 6 people
ປະເພດ 1. ເຫງັນ 05 ໂຕ ນໍ້າໜັກ 9,5 ກິໂລ, ປະເພດ 2.ໍ ເໝັ້ນ 04 ໂຕ ນ້ຳໜັກ 29 ກິໂລລວມທັງໝົດຢຶດໄດ້ 38,5 ກິໂລ ແລະ ທາງເຈົ້າໜ້າທີ່ກໍ່ໄດ້ສຶກສາອົບຮົມກ່າວເຕືອນຕາມລະບຽບການ, ເພາະວ່າການລັກລອບຄ້າ-ຂາຍ ສັດນໍ້າ-ສັດປ່າປະເພດຄຸ້ມຄອງທີ່ຜິດລະບຽບກົດໝາຍໃນມາດຕາ 112-128 ຂອງກົດໝາຍປ່າໄມ້ ມາດຕາ 327 ຂອງກົດໝາຍ, ແຫ່ງ ສປປ ລາວ ວ່າດ້ວຍມາດຕະການສຶກສາອົບຮົມ ພ້ອມກ່າວເຕືອນ.

May be an image of 4 people

ສຳລັບຂອງກາງເປັນຊີ້ນສ່ວນສັດປ່າດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ກັກຢຶດມາ ໄວ້ຢູ່ກອງກວດກາປ່າໄມ້ເມືອງ ແລະ ພ້ອມນີ້ກໍ່ໄດ້ຮ່ວມຈູດທໍາລາຍຊິ້ນສ່ວນສັດປ່າດັ່ງກ່າວນັ້ນຖີ້ມເພື່ອເປັນການຢັ້ງຢືນວ່າເຈົ້າໜ້າທີ່ເຮັດແທ້ທຳຈິງຕໍ່ລະບຽບຫຼັກການ.

May be an image of 10 people and fire