ອັດຕາເງິນເຟີ້ຂອງອັງກິດ ເພີ່ມຂຶ້ນເກີນຄາດ

41

ສຳນັກຂ່າວຣອຍເຕີ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດອັງກິດ ( ONS ) ເປີດເຜີຍໃນວັນທີ 22 ມີນາ 2023 ວ່າອັດຕາເງິນເຟີ້ຂອງອັງກິດ ໃນເດືອນກຸມພາ 2023 ເພີ່ມຂຶ້ນ 10,4% ສູງກວ່າທີ່ນັກວິເຄາະຄາດການໄວ້ ໂດຍໄດ້ແຮງຍູ້ຈາກການເພີ່ມຂຶ້ນຂອງລາຄາອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ.

อาจเป็นรูปภาพของ รถจักรยานยนต์, เฟอร์นิเจอร์ และ หอคอยลอนดอน

ONS ລະບຸວ່າ: ການຈັດໂປຣໂມຣຊັນເຄື່ອງດື່ມໃນຜັບ ໃນບາ ແລະ ຮ້ານອາຫານ ເມື່ອເດືອນມັງກອນຜ່ານມາ ເປັນປັດໄຈສຳຄັນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ, ອີກທັງການຂາດແຄນວັດຖຸດິບ ກໍມີສ່ວນສຳຄັນຕໍ່ບັນຫາດັ່ງກ່າວເຊັ່ນກັນ.

อาจเป็นรูปภาพของ เงิน

ທັງນີ້, ນັກລົງທຶນຕ່າງກໍກຳລັງຕິດຕາມວ່າ: ທະນາຄານກາງຂອງອັງກິດ ຈະປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ຫຼື ບໍ່? ເພື່ອຕໍ່ສູ້ກັບອັດຕາເງິນເຟີ້ທີ່ຍັງບໍ່ມີວີ່ແວວວ່າຈະຫຼຸດລົງງ່າຍໆ.