ໂຕໂຍຕ້າ ຄອງຍອດຂາຍສູງສຸດ 3 ປີຕິດຕໍ່ກັນ

33

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດໂຕໂຍຕ້າ ມໍເຕີ ຜູ້ຜະລິດລົດລາຍໃຫຍ່ຂອງຍີ່ປຸ່ນ ເປັນຄ້າຍລົດທີ່ມີຍອດຂາຍສູງສຸດໃນປີ 2022 ແຊງໜ້າຄ້າຍລົດໂຟກສະວາເກັນຂອງເຢຍລະມັນ ເປັນປີທີ 3 ຕິດຕໍ່ກັນ ເຖິງວ່າຈະປະເຊີນກັບການຂາດແຄນເຊມີຄອນດັກເຕີ ( ຊິບ ) ແລະ ຕ່ອງໂສ້ອຸປະທານກໍຕາມ.

อาจเป็นรูปภาพของ รถยนต์, กลางแจ้ง และ ข้อความพูดว่า "VIOS 1"

ທັງນີ້, ໃນປີ 2022 ຜ່ານມາ ບໍລິສັດໂຕໂຍຕ້າ ແລະ ສາຂາທົ່ວໂລກມີຍອດຂາຍ 10,5 ລ້ານຄັນ ເຊິ່ງຢູ່ໃນລະດັບດຽວກັນຂອງປີ 2021, ໃນຂະນະທີ່ໂຟກສະວາເກັນທີ່ມີຍອດຂາຍສູງສຸດ ກ່ອນຖືກໂຕໂຍຕ້າແຊງໃນປີ 2020 ມີຍອດຂາຍຢູ່ທີ່ 8,3 ລ້ານຄັນ ໃນປີ 2022 ຫຼຸດລົງ 7%.

อาจเป็นรูปภาพของ รถยนต์

ບໍລິສັດໂຕໂຍຕ້າ ເປີດເຜີຍວ່າ: ເຖິງວ່າຈະປະເຊີນກັບຂໍ້ຈຳກັດຫຼາຍຢ່າງ ລວມທັງການແຜ່ລະບາດຂອງພະຍາດໂຄວິດ – 19, ການຂາດແຄນຊິບ ແລະ ປັດໄຈອື່ນໆ ແຕ່ຍອດຂາຍທົ່ວໂລກ ຍັງຢູ່ໃນລະດັບດຽວກັນ ເມື່ອທຽບໃສ່ປີຕໍ່ປີ ນັ້ນສະແດງໃຫ້ເຫັນວ່າຄວາມຕ້ອງການຍັງແຂງແກ່ນ ໂດຍສະເພາະພາກພື້ນອາຊີທີ່ເປັນສູນກາງສຳຄັນ.