ຫຼາຍບັນຫາສຳຄັນຂອງຊາດ ຖືກພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX

90

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫຼັງດຳເນີນມາເປັນເວລາ 20 ວັນ ນັບແຕ່ວັນທີ 5 ທັນວາ ຮອດຕອນແລງວັນທີ 30 ທັນວາ 2022 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ການນຳພັກ-ລັດຂັ້ນສູງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວສູນທອນພົດໃນພິທີປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ແລະ ແຜນການປະຈໍາປີ 2023 ການຈັດຕັ້ງປະຕິບັດແຜນເງິນຕາປະຈໍາປີ 2020 ແລະ ແຜນການ ປະຈໍາປີ 2023 ກອງປະຊຸມໄດ້ຕີລາຄາ ເຖິງວ່າປະເທດເຮົາຖືກຜົນກະທົບຈາກສະພາບການຂອງພາກພື້ນສາກົນ ແລະ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດເຮົາທີ່ສະສົມມາຫຼາຍປີ

ແຕ່ດ້ວຍຄວາມພະຍາຍາມສູງ ຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ຄວາມເປັນເອກະພາບຮ່ວມກັບສະພາແຫ່ງຊາດຕໍ່ວຽກງານສຳຄັນຕ່າງໆ ແລະ ຄວາມບຸກບືນຂອງບັນດາອົງການຈັດຕັ້ງລັດ ອົງການຈັດຕັ້ງສັງຄົມ ກໍຄືປະຊາຊົນ ບັນດາເຜົ່າ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາມີຫຼາຍດ້ານໄດ້ຮັບຜົນສໍາເລັດ ມີບາງດ້ານໄດ້ເກີນຄາດໝາຍ ຄາດຄະເນອັດຕາການເຕີບໂຕທາງດ້ານເສດຖະກິດໝົດປີ 2022 ສາມາດບັນລຸ ໄດ້ 4,4%, ການເກັບລາຍຮັບງົບປະມານໄດ້ມີຄວາມເຂັ້ມງວດ, ການຄຸ້ມຄອງລາຍຈ່າຍໄປຕາມນະໂຍບາຍປະຢັດ ແລະ ອື່ນໆ ເຮັດໃຫ້ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງ ກອງປະຊຸມມອບໃຫ້ລັດຖະບານໍາເອົາຄວາມຄິດເຫັນຂອງກອງປະຊຸມໄປພິຈາລະນາເພື່ອສືບຕໍ່ປັບປຸງແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ກັບສູ່ສະພາບປົກກະຕິໂດຍໄວ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຫັນວ່າອົງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບັນດາອົງການຈັດຕັ້ງລັດແຕ່ລະຂັ້ນກໍຄືປະຊາຊົນຊົນດາເຜົ່າຈັດຕັ້ງປະຕິບັດວາລະແຫ່ງຊາດ; ໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ ປັບປຸງກົນໄກການຄຸ້ມຄອງການສ້າງວິຊາຊີບ ການພັດທະນາສີມືແຮງງານ ການຈັດຫາວຽກເຮັດງານທຳເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມມີວຽກເຮັດງານທຳ ມີວິຊາອາຊີບ ເປັນເຈົ້າຂອງວິສາຫະກິດຂະໜາດນ້ອຍ ຂະໜາດກາງ ມີອາຊີບໝັ້ນຄົງ ມີລາຍໄດ້ ແລະ ຊີວິດການເປັນຢູ່ໄດ້ພົບການນັບປຸງດີຂຶ້ນເລື້ອຍໆ. ພ້ອມນັ້ນ, ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ແຜນການປະຈຳປີ 2023 ບົດລາຍງານຜົນການ ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ບົດລາຍງານຂອງອົງການກວດກາແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2020 ເຊິ່ງກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດມີປະສິດທິຜົນ ການຈັດຕັ້ງປະຕິບັດວິໄນແຜນການ-ການເງິນມີຄວາມເຂັ້ມງວດຫຼາຍຂຶ້ນ ນອກນີ້ກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ສົມທົບພາກສ່ວນກ່ຽວຂ້ອງແກ້ໄຂຜົນການກວດສອບໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າເພື່ອເກັບກູ້ວັດຖຸ ເງິນຄໍາ ທີ່ເປັນອັນຊິນລວມຂອງລັດກັບຄືນ ຄົ້ນຄວ້າການກໍານົດຂອບເຂດສິດຂອງສອງອົງການເຂົ້າໃນກົດໝາຍໃຫ້ລະອຽດຈະແຈ້ງຕື່ມ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການ ປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈຳປີ 2023; ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 12 ສະບັບໃນນີ້: ມີກົດໝາຍສ້າງໃໝ່ 3 ສະບັບຄື: ກົດໝາຍວ່າດ້ວຍໜັງສືຜ່ານແດນ ກົດໝາຍວ່າດ້ວຍການທາງນໍ້າ ກົດໝາຍວ່າດ້ວຍພິພິທະພັນ ແລະ ກົດໝາຍປັບປຸງ 9 ສະບັບຄື: ກົດໝາຍວ່າດ້ວຍທະນາຍຄວາມ ກົດໝາຍວ່າດ້ວຍທະບຽນສານ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ກົດໝາຍວ່າດ້ວຍວິສາຫະກິດ ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ກົດໝາຍວ່າດ້ວຍອົງການໄອຍະການທະຫານ ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດກາລັດ ເຊິ່ງເນື້ອແທ້ແມ່ນຄວາມພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃຫ້ເປັນອັນລະອຽດ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທັງເປັນການປັບປຸງ ແລະ ເພີ່ມທະວີພາຫະນະ ເຄື່ອງມືຄຸ້ມຄອງລັດ-ສັງຄົມ ດ້ວຍກົດໝາຍ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ ຂອງລັດ ລວມໝູ່ ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ຮັບປະກັນໃຫ້ແກ່ສ້າງລັດປະຊາທິປະໄຕປະຊາຊົນໃຫ້ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ.

ນອກຈາກນີ້, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ; ພິຈາລະນາ ແລະ ຮັບຮອງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ແຕ່ປີ 2023-2025 ກອງປະຊຸມຕີລາຄາວ່າການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ໄດ້ມີຄວາມເປັນເອກະພາບຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ-ສັງຄົມໃນຕໍ່ໜ້າ ວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ ແມ່ນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍໃນແຕ່ລະປີໃຫ້ບັນລຸຕາມແຜນການທີ່ວາງໄວ້ ເອົາໃຈໃສ່ຈັດຕັ້ງການທາບທາມຮ່າງກົດໝາຍຢ່າງກວ້າງຂວາງ ການປະເມີນການປະຕິບັດກົດໝາຍ ແລະ ອື່ນໆ ກອງປະຊຸມມອບໃຫ້ຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ນຳເອົາຄຳເຫັນຂອງກອງປະຊຸມໄປປັບປຸງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດສອດຄ່ອງກັບພາບຕົວຈິງ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ເຊິ່ງສະມາຊິກສະພາແຫ່ງຊາດກໍຄືປະຊາຊົນບັນດາເຜົ່າໃຫ້ຄວາມສົນໃຈຫຼາຍຈາກທ່ານນາຍົກລັດຖະມົນຕີ ທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາເສດຖະກິດ ທ່ານຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລັດຖະມົນຕີກະຊວງການເງິນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລັດຖະມົນຕີກະຊວງພາຍໃນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ນອກນັ້ນຍັງໄດ້ຮັບການໃຫ້ຄວາມກະຈ່າງແຈ້ງຈາກປະທານອົງການກວດສອບແຫ່ງລັດ ປະທານອົງການກວດກາແຫ່ງລັດ ປະທານສານປະຊາຊົນສູງສຸດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລັດຖະມົນຕີກະຊວງຍຸຕິທຳຕື່ມອີກ ກອງປະຊຸມມີຄວາມເຊື່ອໝັ້ນວ່າແຕ່ລະພາກສ່ວນຈະນຳເອົາການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ໄປພິຈາລະນາເພື່ອເຮັດໃຫ້ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້ຮັບການແກ້ໄຂ ພ້ອມທັງສູ້ຊົນຈຳກັດ ແລະ ປັບປຸງແກ້ໄຂບັນດາອຸປະສັກ ສິ່ງກີດຂວາງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ຕົກໄປຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງແຂງແຮງ ຈະແຈ້ງ ແລະ ສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິຫອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດສະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະການປະຕິບັດ 2 ວາລະແຫ່ງຊາດໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນ ແນໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານສດຖະກິດ-ການເງິນໃຫ້ນັບມື້ນັບດີຂຶ້ນ.

ໃນຕອນທ້າຍ, ກອງປະຊຸມສະໄໝສາມັນເທື່ອທີ 4 ຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງການສະເໜີຂອງປະທານປະເທດກ່ຽວກັບການພິຈາລະນາໃບຄໍາຮ້ອງຂໍພັກການຮັບອຸດໜູນບຳນານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແລະ ກອງປະຊຸມໄດ້ເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມການສະເໜີຂອງປະທານປະເທດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ໃຊ້ສິດ ປະຊາທິປະໄຕຂອງຕົນລົງຄະແນນສຽງເຫັນດີຫຼາຍເຄິ່ງໜຶ່ງຂອງສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ ໂດຍຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນນາຍົກລັດຖະມົນຕີຄົນໃໝ່.

ສສຊ ລົງນະແນນສຽງຮັບຮອງເອົານາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່

[ຂ່າວ-ພາບ: ສັນຕິ]