ປູກຜັກສະຫຼັດໃນລະດູຝົນ ຕ້ອງເຮັດຮ່ອງລະບາຍນໍ້າ

81

ໃນຍຸກທີ່ເສດຖະກິດຝືດເຄື່ອງໄພເງິນເຟີ້ແບບນີ້ ສິ່ງທີ່ຫຼາຍຄົນຄໍານຶງແມ່ນຫຼຸດລາຍຈ່າຍ ແລະ ໃຊ້ສອຍໃຫ້ໜ້ອຍລົງ. ມື້ນີ້ຈະແນະນໍາຜູ້ທີ່ມີເນື້ອທີ່ດິນເພື່ອຢາກປູກຜັກໃນສວນຄົວໄວ້ກິນເອງ ໂດຍສະເພາະຜັກສະຫຼັດ.
ການກຽມດິນ: ໄຖດິນໃຫ້ເລິກປະມານ 20 – 25 ຊັງຕີແມັດ, ຫຼັງຈາກນັ້ນໃຫ້ຫວ່ານປູນຂາວໃນອັດຕາ 100 ກຣາມຕໍ່ຕາແມັດ, ດິນຕາກແດດໄວ້ປະມານ 14 ວັນ ເພື່ອທໍາລາຍວັດສະພືດ, ພະຍາດ ແລະ ສັດຕູພືດຢູ່ໃນດິນ, ຈາກນັ້ນກໍໄຖດິນອີກຮອບ ແລະ ຄາດໃຫ້ລະອຽດດີ, ຮອງພື້ນດ້ວຍຝຸ່ນຄອກໃນອັດຕາ 3 – 4 ໂຕນຕໍ່ໄລ່, ພ້ອມໃສ່ຝຸ່ນສູດ 15:15:15 ແລະ ສູດ 46:0:0 ໃນອັດຕາ 50 ກິໂລກຣາມຕໍ່ໄລ່, ຍົກໜານປູກກວ້າງປະມານ 1 ແມັດ, ສ່ວນຄວາມຍາວຂອງໜານແມ່ນຂຶ້ນກັບ ຄວາມເໝາະສົມຂອງພື້ນທີ່, ຍົກໜານໃຫ້ສູງປະມານ 25 – 30 ຊັງຕີແມັດ ( ຖ້າເປັນພື້ນທີ່ລະບາຍນໍ້າຍາກ ຄວນຍົກໜານສູງປະມານ 50 ຊັງຕີແມັດ ), ເຮັດຮ່ອງລະບາຍນໍ້າລະຫວ່າງໜານກວ້າງປະມານ 50 ຊັງຕີແມັດ.


ການປູກ: ຕາມປົກກະຕິໄລຍະຫ່າງຂອງການປູກແມ່ນ 30 x 30 ຊັງຕີແມັດ ແຕ່ໃນໄລຍະລະດູຝົນໃຫ້ປູກໃນໄລຍະຫ່າງ 40 x 40 ຊັງຕີແມັດ ເພື່ອປ້ອງກັນການລະບາດຂອງພະຍາດ.
ການໃສ່ຝຸ່ນ, ໃຫ້ນໍ້າ ແລະ ເບິ່ງແຍງຮັກສາ: ຄວນໃຫ້ນໍ້າຢ່າງສະໝໍ່າສະເໝີ ແຕ່ຢ່າໃຫ້ຫຼາຍເກີນໄປ ເພາະຈະເຮັດໃຫ້ເກີດພະຍາດຮາກເນົ່າ, ກໍລະນີຝົນຕົກໃຫ້ຫົດນໍ້າລ້າງນໍ້າຝົນທຸກຄັ້ງຫຼັງຝົນຢຸດ, ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ຜັກເກີດການເນົ່າເປື່ອຍໄດ້, ພ້ອມນີ້ ຫຼັງປູກໄດ້ 7 ວັນ ໃຫ້ໃສ່ຝຸ່ນສູດ 46:0:0 ອັດຕາ 50 ກິໂລກຣາມຕໍ່ໄລ່, ຫຼັງປູກໄດ້ 20 – 25 ວັນ ໃສ່ຝຸ່ນສູດ 15:15:15 ປະສົມກັບ 46:0:0 ໃນອັດຕາ 15 ກິໂລກຣາມຕໍ່ໄລ່ ຫຼັງໃສ່ຝຸ່ນທຸກຄັ້ງຕ້ອງຫົດນໍ້າພ້ອມ ທີ່ສໍາຄັນຢ່າປ່ອຍໃຫ້ຫຍ້າເກີດຫຼາຍ ເພາະມັນຈະເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຈາກຜັກ.
ການເກັບກ່ຽວ: ເມື່ອຜັກສະຫຼັດ ມີອາຍຸປະມານ 40 – 60 ວັນ ສາມາດເກັບກ່ຽວໄດ້ ໂດຍໃຊ້ມີດຕັດ, ຖ້າຫາກເຮັດເພື່ອຂາຍອອກໂດຍສະເພາະເວລາຕັດຄວນໃຫ້ເຫຼືອໃບນອກ 3 ໃບ ເພື່ອປ້ອງກັນຄວາມເສຍຫາຍໃນການຂົນສົ່ງ, ຫຼີກລ່ຽງການເກັບກ່ຽວຕອນແດດຮ້ອນ ຄວນເກັບຕອນບ່າຍ ຫຼື ຄໍ່າແລ້ວ ເບີຍໄວ້ໃນທີ່ຮົ່ມກ່ອນນໍາໄປຈໍາໜ່າຍ.

( ຂໍ້ມູນຈາກ:ລາວ 44 ຂໍ້ມູນຂ່າວສານເພື່ອການພັດທະນາ )