ລົດໄຟຟ້າມາໃກ້ແລ້ວ Tesla ເລືອກລົງທຶນໃນອາຊຽນຕັ້ງໂຮງງານ ທີ່ອິນໂດເນເຊຍ

239

ຖ້າເວົ້າເລື່ອງລົດຫຼາຍຄົນຕ້ອງຮູ້ບໍລິສັດເທສລາ ທີ່ເປັນບໍລິສັດຂອງສະຫາລັດອາເມລິກາ ທີ່ອອກແບບ ແລະ ຜະລິດຈຳໜ່າຍລົດພະລັງງານໄຟຟ້າ ແລະ ສ່ວນປະກອບລະບົບສົ່ງກຳລັງຂອງຍານພາຫະນະໄຟຟ້າ ສ້າງຕັ້ງຂຶ້ນໃນປີ 2003, ປັດຈຸບັນກຳລັງໂດ່ງດັງທີ່ສຸດ ກາຍເປັນຜູ້ນຳທາງດ້ານລົດໃຊ້ພະລັງງານສະອາດເປັນອັນດັບໜຶ່ງຂອງໂລກ

ເທສລາ (Tesla) ບໍລິສັດທີ່ຜະລິດລົດຍົນພະລັງງານໄຟຟ້າອັນດັບໜຶ່ງຂອງໂລກ ເຊິ່ງຫຼ້າສຸດນີ້ບໍລິສັດດັ່ງກ່າວ ແມ່ນຈະມາຕັ້ງຫຼັກປັກຖານເປີດໂຮງງານ ທີ່ປະເທດອິນໂດເນເຊຍ ເພື່ອສ້າງໂຮງງານແບັດເຕີລີ່ ແລະ ລົດຍົນພະລັງງານໄຟຟ້າ ຖືວ່າຢູ່ໃນປະເທດອາຊຽນ ແລະ ບໍ່ໄກຈາກເຮົາຫຼາຍ ຂ່າວດີນີ້ນີ້ຖືກເປີດເຜີຍໂດຍຫົວໜ້າຝ່າຍຂາຍປະເທດອິນໂດເນເຊຍ ແລະ ຫຼັງຈາກທີ່ມີການເຈລະຈາກັບປະທານາທິບໍດິຂອງອິນໂດ ໂຈໂຄ ວິໂດໂດ ແລະ ອີລອນ ມັກສ໌ ຜູ້ບໍລິຫານ ບໍລິສັດ ເທສລາ (Tesla) ທີ່ປະເທດສະຫາລັດອາເມລິກາ.

ເລື່ອງການເຈລະຈາຕໍ່ລອງລະຫວ່າງບໍລິສັດເທສລາ (Tesla) ແລະ ປະເທດອິນໂດເນເຊຍແມ່ນມີອອກມາຢ່າງຕໍ່ເນື່ອງນັບຈາກປີ 2020 ເນື່ອງຈາກປະເທດອິນໂດເນເຊຍ ເປັນຜູ້ຜະລິດແຮ່ນິກເກິລ ລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງເປັນວັດຖຸດິບສຳຄັນໃນການສ້າງແບັດເຕີລີ່ສຳລັບໃຊ້ພະລັງງານໃນລົດໄຟຟ້າ ນອກຈາກນີ້ ທາງບໍລິສັດ ເທສລາ ຍັງໃຫ້ຄວາມສຳຄັນກັບການຜະລິດແບັດເຕີລີ່ ໂດຍໃຊ້ຕົ້ນທຶນທີ່ນ້ອຍກວ່າຄູ່ແຂ່ງ ຈຶ່ງເປັນທີ່ມາຂອງແນວຄິດ ການຕິດຕັ້ງໂຮງງານຜະລິດໃນປະເທດອິນໂດເນເຊຍ

ກ່ອນໜ້ານີ້ນັ້ນ ທາງບໍລິສັດເປີດຕົວໂຮງງານຜະລິດລົດຍົນພະລັງງານໄຟຟ້າ ກິກາ ເທັກຊັສ
(Giga Texas) ໂຮງງານຜະລິດລົດຍົນພະລັງງານໄຟຟ້າແຫ່ງທີ 4 ໃນສະຫາລັດອາເມລິກາ ຂອງບໍລິສັດ ເທສລາ (Tesla) ໃນເມື່ອຊ່ວງຕົ້ນປີ 2022 ນອກຈາກນີ້ແລ້ວບໍລິສັດດັ່ງກ່າວຍັງມີໂຮງງານຜະລິດ ລົດຍົນພະລັງງານໄຟຟ້າໃນປະເທດຕ່າງໆ ເຊັ່ນ: ເມືອງຊຽງໄຮ ປະເທດຈີນ ແລະ ເມືອງເບີລິນ ປະເທດເຢຍລະມັນ.

ປະເທດອິນໂດເນເຊຍກຳລັງກາຍເປັນປະເທດທີ 2 ໃນທະວີບອາຊີ ທີ່ບໍລິສັດເທສລາໃຫ້ຄວາມສົນໃຈ ເຂົ້າຮ່ວມການລົງທຶນ ເນື່ອງຈາກປະເທດດັ່ງກ່າວນັ້ນ ມີຊັບພະຍາກອນ ຫຼື ບຸກຄະລາກອນ ຈຳນວນຫຼາຍ ແລະ ມີຕະຫຼາດຂະໜາດໃຫຍ່ ປະເທດນີ້ຍັງໄດ້ຂຶ້ນສາຍາວ່າເປັນປະເທດທີ່ມີຄວາມຮູ້ ຄວາມຊຳນານ ໃນດ້ານຂອງຊັອບແວ ແລະ ເທັກໂນໂລຢີຂັ້ນສູງອີກ. ຢ່າງໃດກໍ່ຕາມນີ້ເປັນພຽງການເຈລະຈາຂັ້ນຕົ້ນເທົ່ານັ້ນ ສ່ວນຂະບວນການທັງໝົດແມ່ນຕ້ອງລໍຖ້າການລົງນາມເຊັນສັນຍາຢ່າງເປັນທາງການ ຄາດວ່າຈະມີຂຶ້ນ ພາຍໃນປີນີ້ ຜູ້ບໍລິຫານ ເທສລາ ໄດ້ມີກຳນົດເດີນທາງໄປທີ່ອິນໂດເນເຊຍແລ້ວ ແຕ່ຕອນນີ້ຍັງບໍ່ມີການຢືນຢັນກ່ຽວກັບເວລາການເດີນທາງທີ່ຊັດເຈນເທື່ອ.