ຕາມການລາຍງານຂອງສື່ຕ່າງປະເທດລະບຸວ່າ: ນັດທີ່ ລິໂອເນລ ເມສຊີ ລົງສະໜາມນັດທໍາອິດໃຫ້ກັບ ປາຣີສ ແຊງແຊກແມງ ທີມໃນລີກເອິງຝຣັ່ງ ນັດທີ່ຊະນະ ແຣັງສ໌ 2-0 ເມື່ອທ້າຍອາທິດ ທີ່ຜ່ານມາ ທໍາລາຍສະຖິຕິຜູ້ຊົມທາງໂທລະພາບໃນປະເທດແອັດສະປາຍ ສູງສຸດໃນປະຫວັດສາດ.
ເຖິງວ່າ ເມສຊີ ຈະໄດ້ລົງສະໜາມໃນຖານະຕົວສໍາຮອງແທນ ເນມາ ນາທີໆ 66 ລາວກໍສາມາດສ້າງຄວາມປະທັບໃຈໃຫ້ກັບແຟນບານເປັນທີ່ສຸດ ຈົນຫຼ້າສຸດ ເດິ ຊັນ ສື່ຊັ້ນນໍາໃນປະເທດອັງກິດ ລາຍງານວ່າ: ແຟນບານ ບາເຊໂລນາ ຈໍານວນຫຼາຍລ້ານຄົນ ຍັງເຝົ້າຕິດຕາມ ເມສຊີ ເຖິງຈະບໍ່ໄດ້ຢູ່ກັບທີມຮັກກໍຕາມ ແລະ ຢາກເຫັນ ເມສຊີ ລົງສະໜາມອີກຄັ້ງ.
ຂະນະທີ່ ບໍລິສັດທີ່ຖືລິຂະສິດໃນການຖ່າຍທອດສົດການແຂ່ງຂັນບານເຕະໃນຝຣັ່ງກໍຄື ບໍລິສັດ ຄອສມອສ ທີ່ມີ ເຄຣາດ ປິເກ້ ກອງຫຼັງຂອງບາເຊໂລນາ ເປັນປະທານ ປະສົບຜົນສໍາເລັດຢ່າງຍິ່ງ ເນື່ອງຈາກມີການເປີດເຜີຍວ່າ: ນັດເປີດຕົວ ເມສຊີ ມີຍອດຜູ້ຊົມທາງໂທລະພາບໃນແອັດສະປາຍ ເຖິງ 6.734.000 ຄົນ ເຊິ່ງເປັນສະຖິຕິສູງສຸດ.
ຮູບຈາກ: AP