ສຳມະນາ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

733

ສະມາຄົມທະນາຄານລາວ, ອົງການສະຫະປະຊາດ ເພື່ອການຕ້ານຢາເສບຕິດ ແລະ ອາຊະຍາກຳ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດສຳມະນາ ຫົວຂໍ້: ການສ້າງຄວາມເຂົ້າໃນແກ່ຂະແໜງການທະນາຄານທຸລະກິດລາວ ກ່ຽວກກັບ ການປະຕິບັດການຂອງຄະນະສະເພາະກິດສາກົນ ເພື່ອດໍາເນີນມາດຕະການທາງດ້ານການເງິນ ແລະ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂຶ້ນໃນວັນທີ 18 ສິງຫາ 2021.

ໂດຍການເຂົ້າຮ່ວມຂອງທ່ານ ແສງດາວອນ ບັງອອນແສງເດດ ເລຂາທິການສະມາຄົມທະນາຄານລາວ; ທ່ານ ຣີຊາດ ຟີລິບປາດ ປະທານສະຖາບັນ Institute for Legal Support and Technical Assistance (ILSTA)ພ້ອມດ້ວຍປະທານຮ່ວມ ແລະ ຕາງໜ້າຈາກບັນທະນາຄານທຸລະກິດໃນລາວເຂົ້າຮ່ວມ ທີ່ໂຮງແຮມຄຣາວພາຊາ.

ທ່ານ ນາງ ແສງດາວອນ ບັງອອນແສງເດດ ເລຂາທິການສະມາຄົມທະນາຄານລາວ ກ່າວວ່າ: ການສຳມະນາການສ້າງຄວາມເຂົ້າໃຈແກ່ຂະແໜງການທະນາຄານທຸລະກິດລາວກ່ຽວກັບ ການປະຕິບັດລະບຽບການຂອງ ຄະນະສະເພາະກິດສາກົນ ເພື່ອດຳເນີນມາດຕະການທາງດ້ານການເງິນ ແລະ ວຽກການຕ້ານ, ສະກັນກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການຈັດສຳມະນາໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ອົງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ, ອົງການ ສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍະກຳ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ເພື່ອເປັນການປະກອບສ່ວນຂອງບັນດາທະນາຄານທຸລະກິດໃນ ສປປ ລາວ ທີ່ມີໜ້າທີ່ໃນການລາຍງານ ແລະເກັບກໍາຂໍ້ມູນ ກ່ຽວກັບການຟອກເງິນ ແລະ ການສະໜອງທຶນຕໍ່ການກໍ່ການຮ້າຍ ທີ່ໄດ້ກຳນົດໃນດຳລັດ 127/ລບ, ລົງວັນທີ 20 ກຸມພາ 2020 ແລະ ກົດໝາຍ ວ່າດ້ວຍ ການຕ້ານການຟອກເງິນ ແລະ ການສະໜອງທຶນຕໍ່ການກໍ່ການຮ້າຍເລກທີ 50/ສພຊ, ລົງວັນທີ 21 ກໍລະກົດ 2014.

ສະມາຄົມທະນາຄານລາວ ຫວັງຢ່າງຍິ່ງ ການຈັດສຳມະນາຄັ້ງນີ້ ຈະເປັນການເພີ່ມຄວາມເຂົ້າໃຈ ແລະ ຫລັກການປະຕິບັດຂອງບັນດາທະນາຄານທຸລະກິດ ໃນ ສປປ ລາວ ຕໍ່ວຽກງານ ສະກັນກັ້ນການຟອກເງິນ ແລະ ການສະໜອງທຶນຕໍ່ການກໍ່ການຮ້າຍ ເພາະວຽກງານດັ່ງກ່າວແມ່ນຈະເປັນອົງປະກອບສໍາຄັນຕໍ່ການຈັດຕັ້ງແຜນວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, ໃນການກະກຽມບົດລາຍງານຕໍ່ໜ່ວຍງານປະຕິບັດງານຄະນະສະເພາະກິດສາກົນ ເພື່ອດຳເນີນມາດຕະການທາງດ້ານການເງິນ.

ທ່ານ ຣີຊາດ ຟີລິບປາດ ປະທານສະຖາບັນ ILSTA ກ່າວບາງຕອນວ່າ: ດັ່ງທີ່ພວກເຮົາຮູ້ກຸ່ມຄົນທີ່ມີສ່ວນຮ່ວມການກໍ່ອາດສະຍາກຳສ່ວນໃຫຍ່ ເພື່ອຢາກມີເງິນ, ມີຊີວິດທີ່ດີຫຼູຫຼາ ແຕ່ຜູ້ທີ່ລົງທຶນດ້ານນີ້ຜົນກຳໄລ ຫຼື ຜົນຕອບແທນທີ່ໄດ້ມາ ແມ່ນຕ້ອງນຳໄປທຳຄວາມສະອາດ ຫຼື ເອົາໄປໃຊ້ທາງອື່ນກ່ອນ ເພື່ອເຮັດໃຫ້ກາຍເປັນເງິນຖືກຕ້ອງ ເຊິ່ງຂະບວນການເຫຼົ່ານີ້ແມ່ນການຟອກເງິນ, ແຕ່ຂະແໜງການເງິນ ທີ່ເປັນທຸລະກິດຍັງເຫັນວ່າມີຄວາມບອບບາງໃນວຽກງານການຟອກເງິນ ເຊິ່ງການຟອກເງິນແມ່ນສົ່ງຜົນເສຍຫາຍຕໍ່ເສດຖະກິດ ແລະ ເປັນການສ້າງເວທີໃນການແຂ່ງຂັນທຸລະກິດທີ່ບໍ່ສະເໝີພາບກັນ, ເຊິ່ງທຸລະກິດຕ່າງໆທີ່ຖືກນຳໃຊ້ຢູ່ໃນຈຸດປະສົງການຟອກເງິນ ສ່ວນໃຫຍ່ແມ່ນການເປັນການສ້າງລາຍຮັບເພີ່ມເຕີມຈາກທາງຂະບວນການຟອກ ໂດຍການຫຼຸດຜ່ອນຕົ້ນທຶນ ລວມທັງຫຼຸດຜ່ອນອື່ນໆ ທີ່ເປັນການສ້າງຂໍ້ແລກປ່ຽນທີ່ບໍ່ສະເໝີພາບກັບທຸລະກິດທີ່ມີຂະໜາດ ແລະ ປະເພດດຽວກັນ ແລະ ສຸດທ້າຍກໍ່ຕ້ອງກັບໄປອາໄສລູກຄ້າທີ່ຖືກຕ້ອງຊອບທຳໃນການຄ້າຕົວຈິງ.

ຂະນະນີ້ ສປປ ລາວ ກະກຽມຢູ່ໃນການປະເມີນຜົນຂັ້ນສາກົນ ແລະ ມີນັກປະເມີນຜົນເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອກວດກາວ່າທັງພາກລັດ ແລະ ເອກະຊົນ ມີການຈັດຕັ້ງປະຕິບັດແນວໃດໃນການຕ້ານ ແລະ ແກ້ໄຂບັນຫາດ້ານການຟອກເງິນ ພ້ອມທັງມີການບັງຄັບໃຊ້ກົດໝາຍຢູ່ໃນຂະແໜງການຕຸລາການ, ເພື່ອດຳເນີນການສືບສ່ວນສອບສວນດ້ານການເງິນ, ການດຳເນີນຄະດີກ່ຽວກັບການຟອກເງິນ ລວມທັງເຈົ້າໜ້າທີ່ພາສີ ແລະ ໜ່ວຍງານປົກປັກຮັກສາຊາຍແດນ ສປປ ລາວ ໃນການເຄື່ອນຍ້າຍເງິນທີ່ບໍ່ຖືກຕ້ອງ ພ້ອມທັງຫຼຸດຜ່ອນທຸລະກິດທີ່ນຳໃຊ້ທຸລະກິດເຂົາເຈົ້າເຂົ້າໃນການຟອກເງິນ.