ວາລະງານ ບຸນປີໃໝ່ລາວ ທີ່ຫຼວງພະບາງ

67

ບຸນປີໃໝ່ລາວປີນີ້ ນະຄອນຫຼວງພະບາງຈັດເຕັມຮູບແບບ ເລີ່ມແຕ່ 10-20 ເມສາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

ສຳລັບລາຍການເຄື່ອນໄຫວບຸນ ໄດ້ກໍານົດເອົາແຕ່ວັນທີ 10 – 20 ເມສາ 2024 ໂດຍມີຫຼາກຫຼາຍກິດຈະກຳ. ລະອຽດັ່ງນີ້:

อาจเป็นรูปภาพของ วัด และ ข้อความ

▶ ວັນສຸກ ວັນທີ 12 ເມສາ ( 4 ) 2024

ເວລາ 7:00 – 7:30 ໂມງ ພິທີແຫ່ຊ້າງຮຽງເກີຍຢູ່ຂ້າງວັດໃຫມ່ ເບື້ອງເຫນືອ ແລະ ເຄື່ອນຂະບວນໄປ ຫນ້າວັດຊຽງທອງ

▶ ວັນເສົາ ວັນທີ 13 ເມສາ ( 4 ) 2024 ມື້ສັງຂານລ່ວງ

ເວລາ 6:00ໂມງ ໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ 3 ແຍກບ້ານຈູມຄ້ອງ ຫາ 3 ແຍກພະແນກໂຍທາທິການ.

ເວລາ 9:00ໂມງ ວັດແຫ່ງຕ່າງໆ ອາລາດທະນາອັງເຊີນພະພຸດທະຮູບລົງຫົດສົງ

ເວລາ 13:00 ໂມງ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເພື່ອເປັນສິລິມຸງຄຸນ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ; ທ່ຽວຊົມ ພະທາດຊາຍໃຫຍ່ ປີທ່ອງທ່ຽວລາວ 2024 ແລະ ຮ່ວມກິດຈະກໍາ ກິລາພື້ນເມືອງ ປະເພດຕ່າງໆ.

อาจเป็นรูปภาพของ 5 คน และ วัด

▶ ວັນອາທິດ ວັນທີ 14 ເມສາ ( 4 ) 2024 ສັງຂານເນົາ ມື້ທີ1 ( ແຫ່ຫວໍ່ຂຶ້ນ ) ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ.

ເວລາ 8:00 ໂມງ ທ່ຽວຊົມງານບຸນຊົນເຜົ່າລື້ ບ້ານຜານົມ, ຊົມການສະແດງສິລະປະວັນນະຄະດີທີ່ເປັນເອກະລັກຂອງເຜົ່າລື້.

ເວລາ 13:00 ໂມງ ເປີດພິທີແຫ່ຫວໍ່ບຸນປີໃຫມ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ຫນ້າຫໍພິພິດທະພັນ.

ຕອນຄໍ່າເວລາ 19:00 ໂມງ ສົງນໍ້າພະເພື່ອເປັນສິລິມຸງຄຸນ ຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງພະບາງ.

▶ ວັນຈັນ ວັນທີ 15 ເມສາ ( 4 ) 2024 ສັງຂານເນົາ ມື້ທີ2

ມ່ວນຊື່ນຫົດນໍ້າອວຍພອນເຊິ່ງກັນ ແລະ ກັນ ຕາມສະຖານທີ່ຕ່າງໆທີ່ມີເງື່ອນໄຂ, ລົງນ້ໍາພະເພື່ອເປັນສີລິມຸງຄຸນ ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ.

▶ ວັນອັງຄານ ວັນທີ 16 ເມສາ ( 4 ) 2024 ມື້ສັງຂານຂຶ້ນປີໃຫມ່

ຕອນເຊົ້າເວລາ 6:00 ໂມງການນໍາພັກ-ລັດ ຂັ້ນຕ່າງໆ ທໍາພິທີໃສ່ບາດຢູ່ຫນ້າວັດແສນສຸຂາຣາມ. ປະຊາຊົນບັນດາເຜົ່າ, ແຂກທັງພາຍໃນ ແລະ ຕ່າງປະເທດ ຮ່ວມກັນໃສບາດຕາມສະຖານທີ່ວັດແຫ່ງຕ່າງໆ; ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ)

ຕອນບ່າຍ ເວລາ 13:00ໂມງ  ແຫ່ຫວໍ່ລ່ອງ  ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ.

ຕອນຄໍ່າ ເວລາ 19:00ໂມງ ຊົມຂະບວນແຫ່ພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາສູ່ຫນອງເພັງເກດ ໃນຫໍພິພິທະພັນ (ພະລາດຊະວັງເກົ່າ) ແລະ ຊົມການສະແດງຈາກໂຮງລະຄອນພະລັກ-ພະລາມ, ຟ້ອນຍັກ, ຟ້ອນລີງ, ຟ້ອນນາງແກ້ວ…

▶ ວັນພຸດ, ວັນທີ 17 ເມສາ ( 4 ) 2024

ຕອນເຊົ້າ ເວລາ 7:00ໂມງ ເຕົ້າໂຮມພະພິຂຸສົງ, ການນໍາພັກ-ລັດ, ພາມມະນາຈານ, ຜູ້ຊົງຄຸນວຸດທິ, ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຢູ່ ຫນ້າຫໍພະບາງ ເພື່ອອາລາດທະນາອັງເຊີນພະບາງ ລົງຫົດສົງ ທີ່ ວັດໃຫມ່ ສຸວັນນະພູມມາລາມ.

ຕອນບ່າຍ ເວລາ 13:00ໂມງ  ການນໍາພັກ-ລັດ, ນາງສັງຂານທັງ 7 ໄປສົງນໍ້າພະພຸດທະຮູບ ທີ່ຖໍ້າຕິ່ງ ເມືອງປາກອູ ຕາມຮີດຄອງປະເພນີ.

ຕອນຄໍ່າ ເວລາ 18:00ໂມງ ສືບຕໍ່ສົງນໍ້າພະບາງ ທີ່ວັດໃຫມ່ ສຸວັນນະພູມມາລາມ

▶ ວັນພະຫັດ – ວັນສຸກ, ວັນທີ 18-19 ເມສາ (4) 2024

ສືບຕໍ່ສົງນໍ້າພະບາງ ທີ່ວັດໃໝ່ ສຸວັນນະພູມມາລາມ

ຕອນຄໍ່າ ເວລາ 18:00 ໂມງ ຊົມການສະແດງສິລະປະວັນນະຄະດີ ຈາກໂຮງລະຄອນພະລັກ-ພະລາມ ທີ່ວັດໃຫມ່ສຸວັນນະພູມມາລາມ

▶ ວັນເສົາ ທີ 20 ເມສາ ( 4 ) 2024

ຕອນເຊົ້າ ເວລາ 7:00ໂມງ ເຕົ້າໂຮມພະພິຂຸສົງ, ການນໍາພັກ-ລັດ, ພາມມະນາຈານ, ຜູ້ຊົງຄຸນວຸດທິ, ມວນຊົນແຂກທັງພາຍໃນ ແລະ ຕ່າງປະ ເທດ ຢູ່ວັດໃຫມ່ສຸວັນນະພູມມາລາມ ເພື່ອອາລາດຊະນາອັງເຊີນພະບາງ ກັບຄືນມາປະດິດສະຖານໄວ້ຫໍພະບາງ.