ສະຖານີສາຍໃຕ້ ເພີ່ມລົດ 15 ຄັນຕໍ່ມື້ ຮອງຮັບຜູ້ໂດຍສານກັບບ້ານ

21

ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ໄດ້ເພີ່ມລົດ 15 ຄັນຕໍ່ມື້ ຈາກເດີມແລ່ນປົກກະຕິ60ຄັນຕໍ່ມື້ ເພື່ອຮອງຮັບຜູ້ໂດຍສານເດີນທາງກັບບ້ານໃນໄລຍະບຸນປີໃໝ່ລາວ 2024. ດ້ານຜູ້ຈັດການສະຖານີ ໄດ້ຮຽກຮ້ອງມາຍັງຜູ້ໂດຍສານທີ່ລັດຂຶ້ນລົດຕາມສາຍທາງ ຖ້າເຫັນວ່າລົດເຕັມແມ່ນໃຫ້ລໍຖ້າຂຶ້ນຄັນຕໍ່ໄປ ເພາະສະຖານີປ່ອຍລົດອອກລະເລ່ຍ 15-30 ນາທີ່ຕໍ່ຄັນ.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ໄດ້ກ່າວວ່າ: ປັດຈຸບັນທາງສະຖານີ ໄດ້ກະກຽມ ຄວາມພ້ອມ ບໍລິການຜູ້ໂດຍສານ ກັບພູລໍາເນົາໃນໄລຍະບຸນປີໃໝ່ລາວເຮົາ ໂດຍສະເພາະໃນໄລຍະວັນທີ 10 -13 ເມສາ 2024 ປັດຈຸບັນທາງສະຖານີໄດ້ກຽມຄວາມພ້ອມ100% ບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ພາຫະນະ, ການກວດກາເຕັກນິກ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນໄລຍະທີ່ມີປະຊາຊົນເຂົ້າມາໃຊ້ບໍລິການ ແລະ ອື່ນໆ.

ປັດຈຸບັນ ທາງສະຖານີໄດ້ກຽມລົດເມ ຮອງຮັບຜູ້ໂດຍສານທີ່ຈະເດີນທາງກັບບ້ານ ນັບແຕ່ຕອນແລງວັນທີ 10ເມສາ 2024ເປັນຕົ້ນໄປ ໂດຍເພີ່ມລົດ 15 ຄັນຕໍ່ມື້ ເຊິ່ງເພີ່ມຈໍານວນລົດຂຶ້ນຫຼາຍຄັນຈາກປົກກະຕິ 60 ຄັນຕໍ່ມື້ ເພື່ອຮອງຮັບບໍ່ໃຫ້ຜູ້ໂດຍສານຕົກຄ້າງ.

อาจเป็นรูปภาพของ ‎11 คน, รถลาก, รถไฟ และ ‎ข้อความพูดว่า "‎B1 B H B2 B B3 B B 5 B7 37 B9 Bti B11 B4 B6 BB 8 "ីព 周 GmrTンn لی מסם‎"‎‎

ສໍາລັບຜູ້ໂດຍສານທີ່ຈະເດີນທາງກັບບ້ານນີ້ຂ້າພະເຈົ້າຢາກແນະນໍາເພີ່ມເຕີມ ຜູ້ໂດຍສານ ເວລາມາຊື້ປີ ໃຫ້ກວດກາປີ້ໃຫ້ຖີ່ຖ້ວນ ປ້າຍລົດ ເວລາອອກ ເພາະລົດເມທໍາມະດາ ເມື່ອຂາຍປີ້ເຕັມແລ້ວ ລົດຈະອອກຈາກສະຖານີເລີຍ ໂດຍຕິດປ້າຍລົດເຕັມແລ້ວອອກເລີຍຢູ່ບ່ອນຂາຍປີ້ສະນັ້ນຝາກໃຫ້ຜູ້ໂດຍສານໃຫ້ກວດປີ, ທະບຽນລົດ, ວັນທີ, ຖ້າເວລາບໍ່ມີໃນປີ້ໝາຍ ຄວາມວ່າລົດເຕັມແລ້ວອອກເລີຍ. ສ່ວນລົດ ວີໄອພີ ຜູ້ໂດຍສານສາມາດມາຊື້ປີ້ໄດ້ລ່ວງໜ້າກໍໄດ້ (ໄລຍະເທສະການ ແຕ່ລະບໍລິສັດໄດ້ງົດການໂທຈອງປີ້).

ທ່ານຍັງຝາກເຖິງຜູ້ໂດຍສານທີ່ລັດຂຶ້ນຕາມທາງ ລົດຄັນໃດທີ່ເຕັມ, ແອອັດເກີນໄປ ຢາກໃຫ້ເລືອກຂຶ້ນແລະ ລໍຖ້າຂຶ້ນຄັນຕໍ່ໄປ ເພາະວ່າລົດໄດ້ປ່ອຍອອກຈາກສະຖານີ ທຸກໆ 15-30 ນາທີ.

ໃນດ້ານການຮັກສາຄວາມປອດໄພ ແລະ ກວດກາເຕັກນິກຂອງລົດ ທາງສະຖານີໄດ້ ປະສານຫາເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ພະແນກໂຄສະນາເພື່ອລົງມາເຜີຍແຜ່ ຄວາມປອດໄພ ໃຫ້ກັບບັນດາເຈົ້າຂອງລົດ, ໂຊເຟີລົດ, ແອັດລົດ ໃຫ້ຮູ້ເພີ່ມຂຶ້ນ ເພື່ອໃຫ້ມີສະຕິກ່ຽວກັບການຂັບຂີ່ເພີ່ມຂຶ້ນອີກ.