2 ພາກສ່ວນຈັບມື ພັດທະນາລະບົບຄຸ້ມຄອງສູນກາງປະກັນໄພທັນສະໄໝ

21

ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ກະຊວງການເງິນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ເຊັນໂທຣ ປະກັນໄພ ຈຳກັດ ເພື່ອພັດທະນາລະບົບຄຸ້ມຄອງສູນກາງ ປະກັນໄພ ທັນສະໄໝ ແລະ ເປີດໂຕເວັບໄຊ (website) ຂຶ້ນ ທີ່ກະຊວງການເງິນໃນວັນທີ 9 ເມສາ 2024.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ໂດຍການລົງນາມລະຫວ່າງ ທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກັບທ່ານ ທະນູສອນ ພົນອາມາດ ຜູ້ອຳນວຍການບໍລິສັດ ເຊັນໂທຣ ປະກັນໄພ ຈຳກັດ; ມີໜ່ວຍງານກ່ຽວຂ້ອງອ້ອມຂ້າງກະຊວງ ແລະ ພະນັກງານຈາກບໍລິສັດປະກັນໄພເຂົ້າຮ່ວມ.

ທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າກົມ ປລປ ກ່າວວ່າ: ຈຸດປະສົງໃນການພັດທະນາລະບົບການຄຸ້ມຄອງສູນກາງ ປະກັນໄພ ດ້ວຍລະບົບໄອຊີທີ (ICT) ກໍເພື່ອຍົກລະດັບຄຸນນະພາບຂອງວຽກງານຄຸ້ມຄອງ, ການສ້າງບົດລາຍງານ, ການຄຸ້ມຄອງຕົວແທນ ແລະ ນາຍໜ້າ ປະກັນໄພ ໃຫ້ກ້າວໄປສູ່ ຄວາມທັນສະໄໝ, ມີຄວາມສະດວກວ່ອງໄວ ແລະ ໂປ່ງໃສໃນການຄຸ້ມຄອງບໍລິຫານ ພ້ອມທັງສາມາດເຊື່ອມຕໍ່ນໍາລະບົບສູນກາງ ຂອງກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ.

อาจเป็นรูปภาพของ 10 คน, แท่นบรรยาย และ ข้อความ

ສາມາດຕິດຕາມ, ສົມທຽບຕົວເລກ ການມອບພັນທະອາກອນ ແລະ ສົມທຽບ ຈໍານວນສັນຍາ ປະກັນໄພທັງໝົດທີ່ແຕ່ລະບໍລິສັດປະກັນໄພ ມາຈົດທະບຽນສັນຍາ ຢູ່ກົມຄຸ້ມຄອງຊັບສິນແຫ່ງລັດ; ເປັນບ່ອນເກັບຖານຂໍ້ມູນຂອງບັນດາ ບໍລິສັດ ປະກັນໄພ, ບໍລິສັດ ນາຍໜ້າປະກັນໄພ ແລະ ບັນດາຕົວແທນຂາຍປະກັນໄພ ທີ່ເປັນບຸກຄົນທົ່ວໄປ ແລະ ນິຕິບຸກຄົນ; ສັງຄົມ ສາມາດເຂົ້າເຖິງລະບົບ ເພື່ອຕິດຕາມກວດກາ ການມີຕົວຕົນຂອງບັນດາບໍລິສັດ ແລະ ຕົວແທນຂາຍປະກັນໄພ ໄດ້ທັນທີ ໂດຍຜ່ານລະບົບດາສບອດ (Dashboard).

ສະນັ້ນ, ເພື່ອໃຫ້ວຽກປະກັນໄພ ເຂົ້າເຖິງປະຊາຊົນ ແລະ ປະຊາຊົນກໍສາມາດເຂົ້າເຖິງລະບົບສູນກາງປະກັນໄພໄດ້ຫຼາຍຂຶ້ນ; ການພັດທະນາລະບົບຄຸ້ມຄອງ ສູນກາງ ປະກັນໄພ ທັນສະໄໝ ນັ້ນ, ທາງກົມ ປລປ ແລະ ບໍລິສັດເຊັນໂທປະກັນໄພ ຈຶ່ງໄດ້ຕົກລົງຮ່ວມມືກັນ ສ້າງລະບົບຄຸ້ມຄອງສູນກາງ ປະກັນໄພ ທັນສະໄໝ ນີ້ຂຶ້ນມາ.

ທ່ານ ພອນວິໄລ ເທບວິໄລ ຫົວໜ້າພະແນກຄຸ້ມຄອງປະກັນໄພ ກົມ ປລປ ກະຊວງການເງິນ ກ່າວວ່າ: ວຽກງານການຫັນເປັນທັນສະໄໝນີ້ ແມ່ນພວກເຮົາໄດ້ມີການຄົ້ນຄວ້ານັບແຕ່ປີ 2021 ເປັນຕົ້ນມາ ມາຮອດປີ 2022 ໄດ້ມີການສຶກສາຄວາມເປັນໄປໄດ້ໂດຍມີໜ່ວຍງານກ່ຽວຂ້ອງຢູ່ກະຊວງການເງິນ ແລະ ບໍລິສັດທາງນອກ ເພື່ອມາປະເມີນ ເຊິ່ງກໍໄດ້ລົງສຳຫຼວດບັນດາຫົວໜ່ວຍຜູ້ປະກອບການ, ປະຊາຊົນ, ນາຍໜ້າປະກັນໄພ ແລະ ບໍລິສັດປະກັນໄພ. ຈາກນັ້ນເຮົາຈຶ່ງເຮັດເປັນບົດສຶກສາຂຶ້ນມາຮ່ວມກັບບໍລິສັດ ອາໂລ ເອັກ ຈຳກັດ ເພື່ອຮ່ວມກັນສະເໜີກັບກະຊວງການເງິນ ແຕ່ເຫັນວ່າ ຄວາມຕ້ອງການເຮົາສູງ ເຮັດໃຫ້ມີຜົນກະທົບຕໍ່ລາຄາລະບົບທີ່ເຮັດໃຫ້ມີມູນຄ່າສູງ.

ທ້າຍປີ 2022 ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈເພື່ອຮັບຮອງເອົາບົດສະເໜີຄວາມຕ້ອງການທາງດ້ານປະກັນໄພ ໂດຍອີງໃສ່ຄວາມຕ້ອງການຂອງພາກລັດ ແລະ ຄວາມຈຳເປັນຂອງພາກເອກະຊົນ ເປັນຕົ້ນແມ່ນການຄຸ້ມຄອງທຶນ, ຄຸ້ມຄອງຊັບສິນ, ຕິດຕາມການສ້າງກຳໄລ ແລະ ຂາດທຶນຂອງບັນດາບໍລິສັດປະກັນໄພ, ການຄຸ້ມຄອງກວດກາການເຄື່ອນໄຫວທຸລະກິດປະກັນໄພ ໂດຍສະເພາະການຈັດທະບຽນສັນຍາປະກັນໄພ. ດັ່ງນັ້ນມັນຈຶ່ງຈຳເປັນຕ້ອງມີລະບົບທັນສະໄໝມາຊ່ວຍເຂົ້າໃນການຕິດຕາມ ເນື່ອງຈາກນະໂຍບາຍຂອງພາກລັດເຮົາແມ່ນການຫຼຸດຈຳນວນພະນັກງານລົງ ຄົນໜຶ່ງຕ້ອງເຮັດໄດ້ຫຼາຍໜ້າວຽກ ສະນັ້ນເຮົາຈຶ່ງມາທົບທວນຄືນໃນແຕ່ລະໂມດູນ ເພື່ອໃຫ້ມີຄວາມເອກະພາບກັນລະຫວ່າງພາກລັດ ແລະ ເອກະຊົນ ຈຶ່ງເປັນເອກະພາບກັນພັດທະນາ 6-8 ໂມດູນຂຶ້ນ, ໃນນັ້ນເວັບໄຊປະກັນໄພ ທີ່ສຳເລັດແລ້ວ ແຕ່ຍັງບໍທັນໄດ້ອັບເດດຂໍ້ມູນໃນປີ 2024 ໃສ່ເນື່ອງຈາກຫຼາຍບໍລິສັດປະກັນໄພຍັງບໍ່ສົ່ງບົດສະຫຼຸບການເງິນປະຈຳປີໃຫ້ເທື່ອ ຫຼັງຈາກນີ້ພໍ່ແມ່ປະຊາຊົນສາມາດເຂົ້າໄປເບິ່ງເວັບໄຊ ພ້ອມຕິດຕາມຂໍ້ມູນຂ່າວສານ ພ້ອມທັງເປັນຈຸດຮັບຄຳຮ້ອງຮຽນເລື່ອງປະກັນໄພຕື່ມອີກ.

ພາຍຫຼັງທີ່ມີການລົງນາມລະຫວ່າງ ກົມ ປລປ ແລະ ບໍລິສັດ ເຊັນໂທຣ ປະກັນໄພ ຈຳກັດແລ້ວ ກໍໄດ້ມີພິທີຕັດແຖບຜ້າເປີດໂຕເວັບໄຊ ຢ່າງເປັນທາງການ.