ແຂວງຫຼວງພະບາງ ຍ້ອງຍໍນັກຮຽນເກັ່ງລະດັບຊາດ ໃຫ້ 4 ນ້ອງ

4062

ແຂວງຫຼວງພະບາງ ເປັນອີກແຂວງໜຶ່ງທີ່ສ້າງຜົນງານຢ່າງໂດດເດັ່ນໃນງານແຂ່ງຂັນນັກຮຽນເກັ່ງໃນລະດັບຊາດ, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 2-5 ເມສາ 2024 ດ້ວຍການຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນທອງ ແລະ ລາງວັນຊົມເຊີຍ. ໃນນັ້ນ

ຫຼ້າສຸດ ດພະແນກສຶກສາທິການແລະກິລາ ແຂວງຈິ່ງໄດ້ຈັດ ພິທີຍ້ອງຍໍຊົມເຊີຍ ຕໍ່ບັນດານັກຮຽນເກັ່ງຢ່າງສົມກຽດ ຂຶ້ນໃນວັນທີ 6 ເມສາ 2024 ທີ່ຮ້ານອາຫານ ເບສ ກາເຟ ນະຄອນຫລວງພະບາງ ໃຫ້ກັບນ້ອງໆນັກຮຽນເກັ່ງດັ່ງນີ້:

– ຊັ້ນມັດທະຍົມປາຍ ມ.7 ວິຊາຄະນິດສາດ ໄດ້ທີ 1 ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກ ໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ ໄດ້ຄະແນນ 9.00
– ຊັ້ນມັດທະຍົມປາຍ ມ.7 ວິຊາພາສາລາວ-ວັນນະຄະດີ ໄດ້ທີ 3 ທ້າວ ຮືເສັງ ເລົ່າ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ ໄດ້ຄະແນນ 7.10
– ຊັ້ນມັດທະຍົມຕອນຕົ້ນ ວິຊາເຄມີສາດ ໄດ້ທີ 3 ທ້າວ ຈີວະຣັນ ຄຸນຈະເລີນ ຈາກ ມຕ ຊີ່ນຮວາ ນະຄອນຫຼວງພະບາງ ໄດ້ຄະແນນ 9.20
– ຊັ້ນມັດທະຍົມຕົ້ນວິຊາຟີຊິກສາດ ໄດ້ຮັບລາງວັນຊົມເຊີຍ (ໄດ້ທີ4) ທ້າວ ຫຼ້າໄຊ ເຈ່ຍມົວທໍ່ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ ໄດ້ຄະແນນ 7.65.
ຂ່າວ: ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ