ປີໃໝ່ ຂໍໃຫ້ຢູ່ລອດປອດໄພ

55

ວັນເວລາໝູນວຽນປ່ຽນໄປໄວວາແທ້ນໍ? ອີກບໍ່ພໍທໍ່ໃດມື້ກໍແມ່ນບຸນປີໃໝ່ລາວແລ້ວ? ຕາມແຈ້ງການທາງການປີໃໝ່ລາວປີນີ້ ແມ່ນພັກຍາວ, ສະນັ້ນຜູ້ຂຽນຈຶ່ງຂໍອວຍພອນໃຫ້ໝົດທຸກທ່ານ ຂາປະຈຳຄໍລຳເຮົາຈົ່ງຢູ່ລອດ ປອດໄພ ເນີ!…

ຢາກຢູ່ລອດ ປອດໄພ ຍາມເສດຖະກິດຫຍຸ້ງຍາກນີ້ຄົນໃນເມືອງລຳບາກກວ່າຄົນຢູ່ຊົນນະບົດ ເພາະໃນແຕ່ລະມື້ຕ້ອງໄດ້ຕິດຕາມເບິ່ງລາຄາສິນຄ້າທີ່ມັນຖີບຕົວສູງຂຶ້ນເລື້ອຍໆ ບໍ່ວ່າສາລາຄານໍ້າມັນເຊື້ອໄຟນັ້ນ ບໍ່ມີທ່າທີຈະຫຼຸດລົງດອກເນີ! ບວກໃສ່ກັບການເກັບຄ່າບໍລິການແບບພິດສະດານຂອງກຸ່ມບໍລິການໂທລະສັບ – ອິນເຕີເນັດ ບວກໃສ່ກັບພາສີມູນຄ່າເພີ່ມທີ່ມີແຈ້ງການກ່ອນໜ້ານີ້ແລ້ວ ຈະເຫັນວ່າຄົນໃນເມືອງລຳບາກບໍ່ໜ້ອຍ ໂດຍສະເພາະຜູ້ມີລາຍຮັບໜ້ອຍ, ມີລາຍຮັບເປັນເງິນກີບ ລວມເຖິງພວກຮັບບຳນານລ້ວນແລ້ວແຕ່ຢູ່ໃນສະພາບຫາຍໃຈປາກັນທັງນັ້ນ.

ສະນັ້ນ, ການທີ່ຈະຢູ່ລອດປອດໄພມັນຈຶ່ງເປັນຄຳຖາມທີ່ຕັ້ງຂຶ້ນເພື່ອໃຫ້ທຸກຄົນມີວິທີບໍລິຫານຈັດການຊີວິດ ໂດຍສະເພາະຊີວິດຄົນໃນເມືອງວ່າຈະເຮັດແນວໃດ? ເລື່ອງແບບນີ້ບອກກັນບໍ່ໄດ້ເພາະແຕ່ລະຄົນມີວິທີຂອງໃຜລາວ.. ບໍ່ຮ່ອນຊິປະໃຫ້ຕົນເອງຈົນຕາແຈ ເພາະທ້າຍທີ່ສຸດກໍຄົງອາໄສກິນເຂົ້າວັດ ນອນສາລານໍ?.

ດັ່ງນັ້ນ ການດີ້ນຮົນຂອງຄົນຈຶ່ງປາກົດໃຫ້ເຫັນຫຼາຍຮູບແບບ ຫາກເບິ່ງໜ້າເຟສ ບຸ໊ກຈະເຫັນມັນໂປໂລອອກມາແບບບໍ່ຄາດຄິດ ໂດຍສະເພາະແມ່ນການຫາກິນນຳພຸດທະພານິດ ມີຫຼາຍແທ້ໆ ຮອງລົງມາແມ່ນການຕົວະຕົ້ມຫຼອກລວງລົງທຶນ; ການຊື້ – ຂາຍຫງາຍມືແບບອອນລາຍ; ການສໍ້ໂກງກິນຂອງສ່ວນລວມ ແລະ ອື່ນໆ ຮ້ອຍຢ່າງພັນແນວ.

ການຕັ້ງສະຕິຕໍ່ທຸກບັນຫາທີ່ເກີດຂຶ້ນໃນສັງຄົມແມ່ນສິ່ງທີ່ຈຳເປັນ ເຊິ່ງທຸກຄົນຕ້ອງເປັນເຈົ້າການ; ມາຮອດຍາມນີ້ບໍ່ສາມາດອາໄສໄພເພິ່ງຜູ້ໃດໄດ້ອີກແລ້ວ ເພາະວ່າໃຜກໍມີພາລະພໍໃຜພໍມັນ ຕ່າງແຕ່ວ່າໜັກ ຫຼື ເບົາທໍ່ນັ້ນ?.

ການສະຫຼອງປີໃໝ່ກໍຂໍໃຫ້ຕະຫຼອດປອດໄພ; ເຄົາລົບນັບຖືເພດານຊີວິດຂອງຕົນເອງ ຮູ້ ແລະ ເຂົ້າໃຈຊີວິດຕົນເອງດີທີ່ສຸດ.