ປາກກະດິງ ລົງຕິດຕາມສິນຄ້າ ແລະກວດຕາຊີງກ່ອນຮອດປີໃໝ່

43

ທຸກໆປີໃນໄລຍະເທດສະການກໍ່ຈະເປັນໄລຍະທີ່ສິນຄ້າໄດ້ຂາຍດີເປັນພິເສດ ເປັນຊ່ວງເວລາແຫ່ງການຫຼິ້ນການກິນ ພ້ອມດຽວກັນຄົນຂາຍກໍ່ພັກໄປຢ້ຽມຢາມພີ່ນ້ອງຄອບຄົວແດ່ ເຮັດໃຫ້ຜູ້ຂາຍໜ້ອຍລົງ ຂະນະທີ່ກຳລັງຊື້ຫຼາຍຂຶ້ນ ຈຶ່ງມັກເກີດປະກົດການສິນຄ້າແພງກວ່າປົກກະຕິ.

May be an image of 6 people
ເພື່ອປ້ອງກັນບັນຫາດັ່ງກ່າວໃນອາທິດແລ້ວນີ້, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ປາກກະດິງ ນຳໂດຍ ທ່ານ ສົມສະຫວັດ ມັງແກ້ວບິດາ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ປາກກະດິງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາ ລາຄາສິນຄ້າ ແລະ ຄ່າບໍລິການ ພາຍໃນເມືອງ ໂດຍປະຕິບັດຕາມແຈ້ງການ ຂອງເຈົ້າເມືອງ ປາກກະດີງ ສະບັບເລກທີ 189 / ມປດ. ເຊີ່ງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ໄດ້ລົງຕິດຕາມ, ກວດກາ ຕາມທ້ອງຕະຫຼາດພາຍໃນເມືຶອງ ໂດຍສະເພາະແມ່ນກວດກາລາຄາຊີ້ນ, ປາ, ອາຫານທະເລ, ພືດຜັກຕ່າງໆ ແລະ ຊິງຊັ່ງນ້ຳໜັກ ພ້ອມທັງໄດ້ສ້າງບົດບັນທຶກກັບຜູ້ປະກອບການຈຳນວນໜື່ງ.

May be an image of 7 people

ຈຸດປະສົງຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວໃນຄັ້ງນີ້ກໍ່ເພື່ອແນ່ໃສ່ປຸກຈິດສຳນືກໃຫ້ພໍ່ຄ້າ,ແມ່ຄ້າ ມີສະຕິເຄົາລົບຕໍ່ລະບຽບກົດໝາຍ , ຫຼີກເວັ້ນການສວຍໂອກາດຂື້ນລາຄາສີນຄ້າຕາມລຳພັງໃຈ, ໂດຍສະເພາະແມ່ນໃນຊ່ວງເທດສະການປີໄຫມ່ລາວ( ກຸດສົງການ ) ພສ 2567 ນີ້.