ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ7! ບໍລິຄໍາໄຊ ຕ້ອນຮັບນັກຮຽນເກັ່ງຢ່າງສົມກຽດ

50

ພາຍຫຼັງທີ່ ນັກຮຽນເກັ່ງຈາກແຂວງບໍລິຄໍາໄຊ ສາມາດພິສິດອັນດັບ 1 ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ 7 ແລະ ອີກ 2 ລາງວັນຄືອັນດັບ 2 ກັບ ອັນດັບ 3 ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2023-2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 2-5 ເມສາ 2024.

ຫຼ້າສຸດ ວັນທີ 6 ເມສາ 2024, ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ຈັດພິທີຕ້ອນຮັບນັກຮຽນທີ່ສ້າງຜົນງານດີເດັ່ນ ກໍຄືສ້າງຊື່ສຽງມາໃຫ້ແຂວງ ໂດຍສາມາດໄດ້ອັນດັບທີ 1, 2,3 ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2023-2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 2-5 ເມສາ 2024.

ສໍາລັບນັກຮຽນທີ່ສາມາດສ້າງຊື່ສຽງໃຫ້ແຂວງຄັ້ງນີ້ ແມ່ນນັກ ຮຽນຊັ້ນ ມ7 ຈໍານວນ 3 ນ້ອງ ຈາກ 2 ໂຮງຮຽນພາຍໃນເມືອງປາກຊັນ ຄື: ໂຮງຮຽນ ມ.ປ ປາກຊັນ ແລະ ໂຮງຮຽນ ມ.ສ ສີທ່ານາໄຊ, ລະອຽດດັ່ງນີ້:
– ທ້າວ ອະພິສິດ ສີສຸນົນ ຈາກ ມ.ປ ປາກຊັນ ໄດ້ອັນດັບທີ 1 ວິຊາພາສາລາວ-ວັນນະ ຄະດີ ໄດ້ຄະແນນ 7,85, ສ່ວນອັນດັບ 2 ວິຊາ ພາສາລາວ-ວັນນະຄະດີ ອັ ທ້າວທະວີຊັບ ຈັນທະສັກ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ, ອັນດັບ3 ທ້າວຮືເສັງ ເລົ່າ  ຈາກ ມສ ສັນຕິພາບ ແຂວງຫຼວງພະບາງ.

ນອກນັ້ນ, ແຂວງບໍລິຄໍາໄຊ ຍັງຍາດໄດ້ອີກ 2 ລາງວັນຄື:
– ທ້າວ ສີວົງສຸກເຮີ່ວ່າຮືຕົງລົງ ຈາກ ມ.ສ ສີທ່ານາໄຊ ໄດ້ອັນດັບທີ 2 ວິຊາຟິຊິກສາດ ໄດ້ຄະແນນ 9,60
– ທ້າວ ຈື້ ຊົ່ງຢົ້ວກາວ ຈາກ ມ.ສ ສີທ່ານາໄຊ ໄດ້ອັນດັບທີ 3 ວິຊາວິຊາຄະນິດສາດ ໄດ້ຄະແນນ 7,50