- ນໍ້າມັນໝາກກອກ
ນໍ້າມັນໝາກກອກເປັນນໍ້າມັນອີກຊະນິດໜຶ່ງອັນຂຶ້ນຊື່ມາຕັ້ງແຕ່ສະໄໝບູຮານເໝາະແກ່ການນໍາໄປບໍາລຸງສຸຂະພາບ ແລະ ຮ່າງກາຍເພາະອຸດົມສົມບູນໄປດ້ວຍໄຂມັນຊະນິດດີ ແລະ ສານຕໍ່ຕ້ານອະນຸມູນອິດສະຫຼະທີ່ຊ່ວຍປົກປ້ອງລະບົບຫົວໃຈຂອງເຈົ້າຈາກອະນຸມູນອິດສະຫຼະຕົວຮ້າຍ ພຽງປ່ຽນຈາກນໍ້າມັນແຕ່ງອາຫານທີ່ໃຊ້ຢູ່ເປັນປະຈຳມາເປັນນໍ້າມັນໝາກກອກກໍສາມາດຫຼຸດຄວາມສ່ຽງໃນການເປັນເບົາຫວານຂັ້ນທີ 2 ໄດ້ຢ່າງຫຼວງຫຼາຍເລີຍ.
- ຜັກຫົມ
ຜັກຫົມມີສານທຳມະຊາດຊະນິດໜຶ່ງທີ່ຊືວ່າກຣົດອັຟາໄລ ໂປອິກ ( alpha-lipoic acid ) ເຊິ່ງເປັນສາເຫດທີ່ຊ່ວຍເສີມສ້າງການເຮັດວຽກຂອງສານຕໍ່ຕ້ານອະນຸມູນອິດສະຫຼະຂອງຕົວອື່ນໆ ແລະ ເຮັດໜ້າທີ່ທົດແທນສານຕ້ານອະນຸມູນອິດສະຫຼະຕົວອື່ນໆໄດ້ໃນຍາມຂາດແຄນ ເອີ້ນໄດ້ວ່າເປັນສານຕ້ານອະນຸມູນອິດສະຫຼະຄວບຈັກກະວານ.
ນອກຈາກນີ້, ຍັງມີການສຶກສາປະສິດທິພາບຂອງມັນວ່າສາມາດຊ່ວຍບັນເທົາອາການເຈັບປວດຂອງລະບົບປະສາດອັນເກີດຈາກພະຍາດເບົາຫວານໄດ້ ຫາກເຈົ້າກິນຜັກຫົມເປັນປະຈຳກໍຈະຊ່ວຍຫຼຸດລະດັບນໍ້າຕານໃນເລືອດ ແລະ ບັນເທົາອາການອັກເສບໄດ້ອີກ.
- ບຣູເບີຣີ່
ບຣູເບີຣີ່ ໝາກໄມ້ທີ່ໃຜຫຼາຍໆຄົນມັກ ອຸດົມໄປດ້ວຍຄຸນຄ່າທາງໂພຊະນາການທີ່ເປັນປະໂຫຍດຢ່າງຍິ່ງຕໍ່ລະດັບນໍ້າຕານກູໂຄດທີ່ຢູ່ໃນເລືອດ ອີກທັງຍັງມີກຸ່ມໂປຕິນຊື່ adiponectin ທີ່ພົບໃນໝາກໄມ້ຊະນິດນີ້ມີ ຄວາມສາມາດຊ່ວຍຕ້ານການອັກເສບ ເລັ່ງຂະບວນການເຜົາຜານ ແລະ ຊ່ວຍຮັກສາຄວາມສົມດຸນລະດັບນໍ້າຕານໃນເລືອດ ເມື່ອຮ່າງກາຍມີລະດັບຮໍໂມນອິນຊູລີນເພີ່ມຫຼາຍຂຶ້ນ.
- ດາລົດ ຊັອກໂກແລັດ
ຮູ້ ຫຼື ບໍ່ວ່າ ນອກຈາກ ຄວາມແຊບແລ້ວ ດາລົດຊັອກໂກແລັດກໍມີປະໂຫຍດຕໍ່ຮ່າງກາຍມະນຸດເຮົາເຊັ່ນດຽວກັນ ເນື່ອງຈາກໃນດາລົດ ຊັອກໂກແລັດນັ້ນເຕັມໄປດ້ວຍ ຟຣາໂວນອຍດ໊ ( fal vonoid ) ເຊິ່ງເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ຊ່ວຍຫຼຸດປະລິມານຮໍໂມນອິນຊູລີນໃນຮ່າງກາຍ ແລະ ເສີມສ້າງຄວາມໄວຕໍ່ອິນຊູລີນ, ນອກຈາກນີ້ ຟຣາໂວນອຍດ໊ ໃນດາລົດ ຊັອກໂກແລັດ ຍັງຊ່ວຍຫຼຸດຄວາມດັນເລືອດໄດ້ອີກ.
- ອົບເຊີຍ
ອົບເຊີຍ ຫຼື Cinnamon ເປັນເຄື່ອງທີ່ນິຍົມມັກນໍາມາໃສ່ໃນອາຫານ ຫຼື ເຂົ້າໜົມຫວານເພື່ອເພີ່ມລົດຊາດ ແລະ ກິ່ນຫອມອ່ອນໆ ເຊິ່ງຕົວອົບເຊີຍນີ້ຍັງມີປະສິດທິພາບໃນການຕໍ່ຕ້ານອາການອັກເສບທີ່ເກີດຈາກພະຍາດເບົາຫວານໄດ້ ອີກທັງຍັງຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຄົງທີ່.
- ວອລນັທ
ວອລນັທ ໝາກໄມ້ຕະກູນຖົ່ວລົດຊາດຫວານມັນ ນີ້ອຸດົໃໄປດ້ວຍກົດໄຂມັນທີ່ເປັນປະໂຫຍດຢ່າງກົດໄຂມັນແນຟາໄລໂນເລນິກ ( alpha-linolenic acid ) ເຊິ່ງມີຄຸນສົມບັດໃນການຕໍ່ຕ້ານການອັກເສບເຊັ່ນດຽວກັນ, ນອກນີ້ຍັງມີການສຶກສາທີ່ພິສູດວ່າການກິນ ວອລນັທ ເປັນປະຈຳຈະຊ່ວຍຫຼຸດອັດຕາສ່ຽງໂລກຫົວໃຈ ພາວະຂໍ້ຕໍ່ອັກເສບ ຫຼື ລວມເຖິງພະຍາດມະເຮັງ.
- ມັນຫວານ
ມັນຫວານເປັນໝາກໄມ້ທີ່ມີນໍ້າຕານ ( glycemicin dex ) ນ້ອຍຫຼາຍ ເມື່ອປຽບທຽບກັບຜັກໝາກໄມ້ໃຫ້ແປ້ງຊະນິດອື່ນໆ ການບໍລິໂພກມັນຫວານໃນປະລິມານພໍເໝາະຈະຊ່ວຍຮັກສາລະດັບນໍ້າຕານໃນເລືອດໄດ້ເປັນຢ່າງດີ ນອກຈາກນີ້ໃນມັນຫວານຍັງມີສານຕໍ່ຕ້ານອະນຸມູນອິດສະຫຼະທີ່ຊື່ວ່າ ແອນໂທໄຊຍານິນ ( anthocyanin ) ເຊິ່ງມີປະສິດທິພາບຕໍ່ຕ້ານການອັກເສບຄືກັນ.
ຈາກພືດຜັກໝາກໄມ້ທັງ 7 ຊະນິດ ທີ່ໄດ້ຍົກຕົວຢ່າງມານັ້ນລ້ວນເປັນສິ່ງທີ່ເຮົາຄຸ້ນເຄີຍກັນເປັນຢ່າງດີອີກທັງຍັງຫາມາກິນໄດ້ບໍ່ຍາກ ເພື່ອນໆສາມາດນໍາໄປປັບໃຊ້ໃຫ້ເຂົ້າກັບຕົນໄດ້ ນອກຈາກຈະໄດ້ອາຫານແຊບຖືກໃຈແລ້ວຍັງໄດ້ສຸຂະພາບທີ່ດີຫ່າງໄກພະຍາດເບົາຫວານ.
ຂໍ້ມູນຈາກ:Dr: Taduean