ສ່ອງເບິ່ງເວທີປາໄສອາຊີ

81

ໃນທ້າຍເດືອນມີນານີ້; ໄດ້ຈັດໃຫ້ມີເວທີປາໄສອາຊີ​ ( BFA = BOAO FORUM FOR ASIA ANNUAL CONFERENCE, 2024 ) ຂຶ້ນທີ່ເມືອງໂປ່ອາວ ມົນທົນໄຫຫຼຳ ສປ ຈີນ… ເຮົາມາພ້ອມກັນສ່ອງເບິ່ງວ່າມີບັນຫາຫຍັງ? ເກີດຂຶ້ນ ໂດຍຜ່ານບົດວິເຄາະຂອງ VOV WORLD ສະບັບອອນລາຍລົງວັນທີ 29 ມີນາ 2024 ດັ່ງນີ້:

ດ້ວຍຫົວຂໍ້: “ ອາຊີ ແລະ ໂລກ: ສິ່ງທ້າທາຍລວມ, ຄວາມຮັບຜິດຊອບລວມ ”, ກອງປະຊຸມປະຈຳປີເວທີປາໄສອາຊີ ( BFA ) ປີນີ້ໄດ້ສຸມໃສ່ຊຸກຍູ້ການຮ່ວມມື, ຍົກສູງບົດບາດນຳພາຂອງອາຊີໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ.

ກອງປະຊຸມປະຈຳປີເວທີປາໄສອາຊີ ( BFA ) ປີນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ມີນາ, ດ້ວຍວາລະໄຂທາງການຈັດຂຶ້ນໃນວັນທີ 28 ມີນາ. ມີຜູ້ແທນກວ່າ 2.000 ຄົນ ມາຈາກກວ່າ 60 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ນີ້ແມ່ນເວທີປາໄສໂອ້ລົມສົນທະນາຂະໜາດໃຫຍ່ທີ່ສຸດຢູ່ອາຊີກ່ຽວກັບບັນດາບັນຫາການຄຸ້ມຄອງບໍລິຫານພາກພື້ນ ແລະ ທົ່ວໂລກ.

■ ຊຸກຍູ້ບົດບາດຂອງອາຊີ

ກອງປະຊຸມປີນີ້ສຸມໃສ່ 5 ຫົວຂໍ້ຕົ້ນຕໍ ລວມມີ: ເສດຖະກິດໂລກ; ການປ່ຽນໃໝ່ວິທະຍາສາດ ແລະ ເຕັກໂນໂລຊີ; ການພັດທະນາສັງຄົມ; ການຮ່ວມມືສາກົນ; ພ້ອມກັນຜ່ານຜ່າສິ່ງທ້າທາຍ. ໃນ 4 ວັນດໍາເນີນກອງປະຊຸມ ໄດ້ຈັດໃຫ້ມີ ກວ່າ 40 ວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ໃຫຍ່ ຂອງເສດຖະກິດໂລກ, ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ເຕັກໂນໂລຊີ, ການບືນຕົວຂອງບັນດາປະເທດຢູ່ພາກໃຕ້ຂອງໂລກ… ໄປຄຽງຄູ່ກັບກອງປະຊຸມປະຈໍາປີ, BFA ກໍຈັດບັນດາເວທີປາໄສຫົວເລື່ອງສະເພາະ ຄື: ເວທີປາໄສການແພດທົ່ວໂລກ; ເວທີປາໄສການປ່ຽນໃໝ່ ແລະ ວິທະຍາສາດເຕັກໂນໂລຊີສາກົນ; ເວທີປາໄສຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດທົ່ວໂລກ; ເວທີປາໄສຟື້ນຟູຊົນນະບົດ.

ເປັນໜ້າສົນໃຈ, ທີ່ເວທີປາໄສປີນີ້, BFA ໄດ້ສະຫງວນ ຄວາມເອົາໃຈໃສ່ໃຫຍ່ຫຼວງ ຕໍ່ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ການເຕີບໂຕຢູ່ອາຊີ, ສະແດງໃຫ້ເຫັນຜ່ານຫຼາຍເວທີປາໄສຍ່ອຍ ຄື: ລົງເລິກເຂົ້າໃນ ການຮ່ວມມືການເງິນອາຊີ, ສ້າງສູນການເຕີບໂຕອາຊີ; ລົງທຶນເຂົ້າອະນາຄົດອາຊີ ຕາມການຕີລາຄາຂອງ BFA ແລ້ວ ປີນີ້ອາຊີຍັງແມ່ນພາກພື້ນປະກອບສ່ວນຫຼາຍທີ່ສຸດເຂົ້າໃນການເຕີບໂຕເສດຖະກິດທົ່ວໂລກ, ພ້ອມທັງຄາດຄະເນການເຕີບໂຕ GDP ສະເລ່ຍ 4,5% ໃນປີນີ້. ດັ່ງນັ້ນ, ການເພີ່ມທະວີບົດບາດຂອງອາຊີ ແມ່ນໜຶ່ງໃນບັນດາຈຸດສຸມຂອງ BFA ປີນີ້. ນີ້ກໍແມ່ນສານໂດຍທ່ານ ( Zhao LeJi ) ປະທານສະພາຜູ້ແທນທົ່ວປະເທດ ສປ ຈີນ, ຍົກອອກໃນບົດກ່າວປາໄສໄຂ BFA ເມື່ອຮຽກຮ້ອງການຮ່ວມມື ແລະ ຍົກສູງບົດບາດນໍາພາຂອງ ອາຊີ ໃນພື້ນຖານ ເສດຖະກິດທົ່ວໂລກ.

..ໂດຍໄດ້ປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ຈາກການຊຸດໂຊມທີ່ແກ່ຍາວຂອງເສດຖະກິດທົ່ວໂລກ, ພວກ ເຮົາຄວນຮ່ວມແຮງຮ່ວມໃຈປະຕິບັດບັນດາແນວຄວາມຄິດພັດທະນາທົ່ວໂລກ, ເຮັດໃຫ້ບັນດາການຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງກວ່າອີກ; ກໍາແໜ້ນໂອກາດຂອງການປະຕິວັດດ້ານເຕັກນິກ ແລະ ການຫັນປ່ຽນອຸດສາຫະກໍາໃໝ່ ຫຼື ລ້ຽງ ແລະ ປັບປຸງບັນດາກໍາລັງໜູນການເຕີບໂຕໃໝ່, ຊຸກຍູ້ຮູບແບບການພັດທະນາແບບຍືນຍົງ, ສີຂຽວ ແລະ ກາກບ່ອນຕໍ່າ. ພວກເຮົາຈະນໍາໃຊ້ກໍາລັງໜູນຢ່າງແຮງຂອງອາຊີ ເພື່ອນໍາພາການຟື້ນຟູຂອງເສດຖະກິດໂລກ ”…

ຄຽງຄູ່ກັບຄໍາຮຽກຮ້ອງກ່ຽວກັບການຍູ້ແຮງບົດບາດນໍາພາຂອງບັນດາພື້ນຖານເສດຖະກິດອາຊີ, ມີບົດປະກອບ ຄວາມເຫັນຫຼາຍບົດທີ່ກອງປະຊຸມກໍໄດ້ສົ່ງສານກ່າວເຕືອນກ່ຽວກັບໄພເພີ່ມທະວີຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກ, ພາໄປເຖິງການແບ່ງແຍກດ້ານເສດຖະກິດ, ການປະທະກັນດ້ານຄວາມໝັ້ນຄົງ. ຍ້ອນເຫດນັ້ນ, BFA ປີນີ້ໄດ້ລະດົມໃຫ້ເລື່ອງອາຊີ ແບກຫາບຄວາມຮັບຜິດຊອບລວມ, ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເພື່ອສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນ. ຕາມທ່ານອະດີດນາຍົກລັດຖະມົນຕີ ຝຣັ່ງ Jean- Pierre Raffarin ແລ້ວ, ໃນສະພາບການພົວພັນສາກົນໃນໂລກຖືກແບ່ງແຍກອັນ  ໃຫຍ່ຫຼວງຄືປັດຈຸບັນ, ບົດບາດຂອງບັນດາເວທີປາໄສຄື BFA ແມ່ນສໍາຄັນທີ່ສຸດ.

“ ເວທີປາໄສ BFA ມີບົດບາດພິເສດໃນການຄຸ້ມຄອງບໍລິຫານທົ່ວໂລກ ໂດຍແມ່ນເວທີປາໄສຂອງອາຊີ, BFA ໄດ້ເຊີນບັນດາປະເທດອື່ນໃນໂລກເຂົ້າຮ່ວມເພື່ອພ້ອມກັນຄິດ, ພ້ອມກັນຜັນຂະຫຍາຍບັນດາໂຄງການລວມ ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍລວມ. ພວກເຮົາພວມຢູ່ໃນສະພາບການຮ້າຍແຮງທີ່ສຸດ, ດັ່ງນັ້ນຕ້ອງມີບັນດາ ຄວາມວິຕົກວັງວົນລວມ ”.

■ ການພັດທະນາຂອງ ຈີນ

ໂດຍແມ່ນປະເທດເຈົ້າພາບຂອງ BFA ແລະ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກ, ບັນດາຂໍ້ມູນ ຂ່າວສານກ່ຽວຂ້ອງເຖິງການເຕີບໂຕເສດຖະກິດ ແລະ ບັນດານະໂຍບາຍເສດຖະກິດມະຫາພາກຂອງຈີນ ກໍໄດ້ຮັບ ຄວາມສົນໃຈຫຼາຍທີ່ BFA ປີນີ້. ໃນບົດລາຍງານທີ່ BFA, ທະນາຄານພັດທະນາອາຊີ ( ADB ) ໄດ້ມີຂໍ້ສັງເກດທີ່ລະມັດລະວັງກ່ຽວກັບແງ່ຫວັງເສດຖະກິດຂອງຈີນ ໃນປີນີ້, ໃນຂະນະທີ່ຖືວ່າບັນດາສິ່ງທ້າທາຍກ່ຽວກັບການຂາດ ຄວາມດຸ່ນດ່ຽງໃນພື້ນຖານເສດຖະກິດຈີນ ອາດຈະສົ່ງຜົນກະທົບຫຍໍ້ທໍ້ເຖິງການເຕີບໂຕສະມັດຖະພາບຂອງປະເທດນີ້. ທ່ານ Carlos Gutierrez ອະດີດລັດຖະມົນຕີ ກະຊວງການຄ້າອາເມຣິກາ ( 2005 – 2009 ) ໃຫ້ຂໍ້ ສັງເກດວ່າ:

… ນັກໄຈ້ແຍກບາງທ່ານ ແລະ ວົງການສື່ມວນຊົນ ຖືວ່າເປົ້າໝາຍນີ້ແມ່ນຄວາມມັກໃຫຍ່ໃຝ່ສູງ, ແຕ່ 2 ເດືອນຕົ້ນປີນີ້ໄດ້ສະແດງໃຫ້ເຫັນວ່າ ຈີນ ອາດຈະບັນລຸໄດ້. ຂ້າພະເຈົ້າຄິດວ່າ ເປົ້າໝາຍເຕີບໂຕ GDP 5% ແມ່ນເໝາະສົມ.. .

ທີ່ BFA, ເຈົ້າໜ້າທີ່ ຈີນ ຫຼາຍທ່ານໃຫ້ຮູ້ວ່າ: ປະເທດນີ້ຍັງສືບຕໍ່ເດີນຕາມນະໂຍບາຍເປີດປະຕູເສດຖະກິດ, ປະຕິບັດບັນດາຂໍ້ກໍານົດ, ກົດລະບຽບດ້ານເສດຖະກິດ ແລະ ການຄ້າສາກົນດ້ວຍມາດຖານສູງ, ພ້ອມທັງໃຫ້ຄໍາໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຄ່ອຍໆລົບລ້າງບັນດາຂໍ້ຈໍາກັດໃນການສໍາຜັດກັບຕະຫຼາດສໍາລັບ ບັນດາບໍລິສັດຕ່າງປະເທດໃນຂົງເຂດການຜະລິດ. ໃນບາງຂົງເຂດໃໝ່, ພິເສດແມ່ນການຄຸ້ມຄອງປັນຍາປະດິດ ( AI ), ຈີນ ໃຫ້ຮູ້ວ່າ ຈະຕັ້ງໜ້າເຂົ້າຮ່ວມບັນດາກົນໄກການຄຸ້ມຄອງບໍລິຫານທົ່ວໂລກ… »

ສະເໜີເພື່ອໃຫ້ຜູ້ອ່ານກຳໄດ້ນໍ?.