ການບໍລິຫານຈັດສັນການລົງທຶນ

38

ການບໍລິຫານຈັດສັນການລົງທຶນ ແມ່ນການຈັດແບ່ງການລົງທຶນ ຫຼື ການກະຈາຍ ຄວາມສ່ຽງຢ່າງເໝາະສົມ ໂດຍໃນອາທິດນີ້ເຮົາຈະນຳສະເໜີເຖິງຕົວຢ່າງໃນການເລືອກວາງເງິນໃຫ້ເໝາະສົມ ກ່ຽວກັບທາງເລືອກຕ່າງໆໃນການລົງທຶນ ໂດຍອີງຕາມໄວອາຍຸ ແລະ ລະດັບຄວາມສ່ຽງທີ່ສາມາດແບກຮັບໄດ້ດັ່ງນີ້:

อาจเป็นกราฟิกรูป ข้อความ

ໄວເລີ່ມເຮັດວຽກຫາເງິນ ອາຍຸແຕ່ 21 ຫາ 30 ປີ ເປັນໄວທີ່ໄດ້ປຽບໃນການເກັບເງິນ ແລະ ການລົງທຶນຫຼາຍທີ່ສຸດ ເພາະບໍ່ມີພາລະທີ່ຕ້ອງຮັບຜິດຊອບຫຼາຍປານໃດ, ມີເວລາ ແລະ ກໍາລັງໃນການຫາລາຍໄດ້ອີກດົນ ຈຶ່ງສາມາດຈັດສັນເງິນໄປລົງທຶນໃນກາສານທີ່ມີຄວາມສ່ຽງສູງຄືຮຸ້ນໄດ້ເຖິງ 90% ໂດຍຮຸ້ນທີ່ເລືອກລົງທຶນຄວນເປັນຮຸ້ນທີ່ມີປັດໄຈພື້ນຖານດີ, ມີຄວາມໝັ້ນຄົງທາງການເງິນ, ມີເງິນປັນຜົນທີ່ໜ້າເພິ່ງພໍໃຈມີໂອກາດເຕີບໂຕໃນອະນາຄົດ ສ່ວນອີກ 10% ທີ່ເຫຼືອຄວນເກັບໄວ້ໃນຮູບແບບເງິນຝາກ ແລະ ກາສານໜີ້ຕ່າງໆ ເຊັ່ນ: ພັນທະບັດລັດຖະບານ ຫຼື ຮຸ້ນກູ້ວິສາຫະກິດ ທີ່ມີຄວາມປອດໄພຂອງເງິນຕົ້ນສູງ ແລະ ໄດ້ອັດຕາດອກເບ້ຍທີ່ແນ່ນອນ.

อาจเป็นรูปภาพของ 1 คน และ ข้อความ

ໄວສ້າງຄອບຄົວ ອາຍຸແຕ່ 30 ຫາ 40 ປີ ເປັນໄລຍະທີ່ເມື່ອຍທີ່ສຸດໃນຊີວິດ ແລະ ເປັນໄລຍະທີ່ມີການເງິນຂ້ອນຂ້າງຈະເຄັ່ງຕຶງກວ່າໄລຍະອື່ນໆ ເຖິງແມ່ນວ່າໜ້າທີ່ການງານຈະເລີ່ມໝັ້ນຄົງມີລາຍໄດ້ເພີ່ມສູງຂຶ້ນ ແຕ່ພາລະຄ່າໃຊ້ຈ່າຍກໍສູງຂຶ້ນເປັນເງົາຕາມຕົວ ເພາະຢູ່ໃນໄລຍະທີ່ກຳລັງສ້າງຄອບຄົວ, ແຕ່ງດອງ, ຜ່ອນເຮືອນ, ຜ່ອນລົດ ແລະອື່ນໆ. ເມື່ອມີພາລະທີ່ຕ້ອງຮັບຜິດຊອບຫຼາຍຂຶ້ນແລ້ວລະດັບຄວາມສ່ຽງທີ່ສາມາດຍອມຮັບໄດ້ກໍຍ່ອມໜ້ອຍລົງ ຜູ້ທີ່ຢູ່ໃນໄວນີ້ ຈຶ່ງຄວນຫຼຸດສັດສ່ວນການລົງທຶນໃນຮຸ້ນລົງເຫຼືອພຽງ 50%. ຂະນະດຽວກັນກໍເພີ່ມສັດສ່ວນຂອງເງິນຝາກ ແລະ ກາສານໜີ້ໃຫ້ຫຼາຍຂຶ້ນເພື່ອໃຫ້ການລົງທຶນມີຄວາມສົມດຸນ.

อาจเป็นรูปภาพของ 1 คน และ ไข่แดง

ໄວໝັ້ນຄົງ ອາຍຸແຕ່ 41 ຫາ 55 ປີ ເປັນໄລຍະທີ່ຊີວິດມີ ຄວາມໝັ້ນຄົງທີ່ສຸດ ຖານເງິນເດືອນສູງຂຶ້ນ ເຖິງແມ່ນວ່າຈະມີພາລະທາງການເງິນຢູ່ ແຕ່ກໍຫຼຸດຜ່ອນລົງໄປຫຼາຍ ບໍ່ຄືດັ່ງກັບໄລຍະກ່ອນໜ້ານີ້. ຖ້າຫາກເກັບເງິນ ແລະ ລົງທຶນຢ່າງມີວິໄນມາຕັ້ງແຕ່ຕົ້ນ ໄລຍະນີ້ຈະເປັນໄລຍະທີ່ຄອບຄົວ ແລະ ຖານະທາງການເງິນດີ ມີຄວາມສົມດຸນທີ່ສຸດໃນທຸກໆດ້ານ ແຕ່ເນື່ອງຈາກອາຍຸທີ່ເລີ່ມຫຼາຍຂຶ້ນ ມີເວລາຫາລາຍໄດ້ເຫຼືອອີກບໍ່ດົນ, ການລົງທຶນຂອງຄົນໄວນີ້ ຈຶ່ງເນັ້ນການນຳເອົາເງິນໄປໄວ້ໃນທີ່ປອດໄພ ຢ່າງເງິນຝາກ ແລະ ກາສານໜີ້ເຖິງ 70%. ສ່ວນທີ່ເຫຼືອອີກ 30% ໃຫ້ແບ່ງມາລົງທຶນໃນຮຸ້ນໄລຍະຍາວ ເພື່ອເພີ່ມພູນເງິນສະສົມ ແລະ ເງິນລົງທຶນໃຫ້ຫຼາຍຂຶ້ນ ນອກເໜືອຈາກດອກເບ້ຍເງິນຝາກທີ່ໄດ້ຮັບ.

อาจเป็นรูปภาพของ 1 คน และ เงิน

ໄວກະສຽນ ອາຍຸແຕ່ 55 ປີຂຶ້ນໄປ ເປັນໄລຍະທີ່ບາງຄົນບໍ່ມີລາຍໄດ້ຈາກການເຮັດວຽກ ຂະນະທີ່ບາງຄົນກໍເຫຼືອເວລາຫາລາຍໄດ້ອີກບໍ່ເກີນ 5 ປີ. ໃນໄລຍະນີ້ສ່ວນໃຫຍ່ຈະຢູ່ໄດ້ດ້ວຍເງິນສະສົມຂອງຕົນເອງ ເຖິງແມ່ນວ່າຄ່າໃຊ້ຈ່າຍບາງຢ່າງຈະຫຼຸດລົງ ແຕ່ຄ່າໃຊ້ຈ່າຍໃນການຮັກສາສຸຂະພາບແມ່ນເພີ່ມຂຶ້ນຫຼາຍຕາມໄວ. ດ້ວຍເຫດນັ້ນ, ການວາງແຜນ ກ່ຽວກັບການນໍາໃຊ້ເງິນທີ່ເກັບສະສົມເກືອບທັງໝົດໃນຊີວິດ ຈຶ່ງຄວນຢູ່ໃນຮູບແບບຂອງເງິນຝາກ ແລະ ກາສານໜີ້ທີ່ມີຄວາມສ່ຽງຕໍ່າ ແຕ່ບໍ່ໄດ້ໝາຍຄວາມວ່າຄົນໃນໄວນີ້ຈະລົງທຶນໃນຮຸ້ນບໍ່ໄດ້ ຫາກໃຜມີຊັບສິນເງິນທອງເກັບສະສົມໄວ້ຫຼາຍພໍ ກໍອາດຈະຈັດສັນເງິນບໍ່ເກີນ 10% ໄປລົງທຶນໃນຮຸ້ນ ເພື່ອຫວັງຜົນຕອບແທນທີ່ສູງຂຶ້ນ. ເຖິງແມ່ນວ່າຈະເກີດຄວາມຜິດພາດ ເຮັດໃຫ້ສູນເສຍເງິນກ້ອນນີ້ໄປ ກໍຈະບໍ່ກະທົບຖານະການເງິນໂດຍລວມຢ່າງໜັກໜ່ວງ.

ບັນດາຕົວຢ່າງທີ່ຍົກມານີ້ ເປັນພຽງແນວທາງເບື້ອງຕົ້ນ ສໍາລັບການລົງທຶນໃຫ້ເໝາະກັບແຕ່ລະຊ່ວງໄວຂອງຄົນເຮົາເທົ່ານັ້ນ. ພວກເຮົາສາມາດປັບປ່ຽນການຈັດສັນການລົງທຶນໃຫ້ເໝາະສົມກັບເງື່ອນໄຂ ແລະ ຂໍ້ຈຳກັດຂອງໃຜລາວໄດ້ ບໍ່ວ່າຈະເປັນເງິນລົງທຶນ, ລະດັບຄວາມສ່ຽງທີ່ສາມາດຍອມຮັບໄດ້ ແລະ ຜົນຕອບແທນທີ່ຄາດຫວັງ ເພື່ອໃຫ້ມີການຈັດສັນການລົງທຶນຢ່າງເໝາະສົມກັບຕົວຂອງທ່ານໄດ້ຫຼາຍທີ່ສຸດ.

ເຖິງຢ່າງໃດກໍຕາມ, ການກະຈາຍ ຄວາມສ່ຽງຕ້ອງຢູ່ບົນພື້ນຖານຄວາມພໍດີ ການເດີນທາງສາຍກາງຫາຄວາມພໍດິບພໍດີໃນການວາງຊ່ອງທາງການຮັກສາຊັບ ແລະ ການລົງທຶນຂອງຕົນກໍຈະຊ່ວຍກັ່ນຕອງ ຄວາມສ່ຽງທີ່ຈະເຂົ້າມາຫາໄດ້ໃນລະດັບໜຶ່ງ.

ໂດຍ: ຕລຊລ