ວິທີເຮັດແຈ່ວຈີ່ນາຍ ຫອມໆແຊບໆ

57

ໂຕຈີ່ນາຍ ເປັນອາຫານຊະນິດໜຶ່ງ ທີ່ຄົນລາວເຮົາມັກກິນ ເຊິ່ງຈະມີເປັນລະດູການ ເປັນຕົ້ນແມ່ນຈະມີຫຼາຍໃນໄລຍະລະດູແລ້ງ, ຕ້ອງຂຸດເອົາຢູ່ພື້ນດິນ ເພາະໂຕຈີ່ນາຍ ຈະເຮັດຮູລົງໄປໃນພື້ນດິນເປັນບ່ອນອາໄສ. ດັ່ງນັ້ນຄົນລາວມັກນຳມາຈີ່ກິນ, ຈືນກິນ ຫຼື ນຳມາຕຳແຈ່ວກິນກັບເຂົ້າກໍ ໄດ້. ສະນັ້ນມື້ນີ້ພວກເຮົາຈະມາແນະນຳວິທີເຮັດແຈ່ວຈີ່ນາຍ ໃຫ້ທ່ານບ່າຍກິນກັບເຂົ້າໜຽວຮ້ອນໆແບບແຊບໆ.

ไม่มีคำอธิบายรูปภาพ

▶ ວັດຖຸດິບປະກອບມີ: ໂຕຈີ່ນາຍ ທີ່ລ້າງສະອາດ ແລ້ວນຳໄປເອົາໄມ້ສຽບເປັນຮວດຍາວໆຕາມ ຄວາມເໝາະສົມກັບແຕະປີ້ງ ຫຼື ຈະນຳໄປຈືນກໍໄດ້, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ, ນໍ້າປາ    ( ຖ້າມັກ ), ເກືອ, ແປ້ງນົວ, ລ້າງປະເພດຜັກໃຫ້ສະອາດ ( ປະເພດຫອມກໍຊອຍໄວ້ ). ຖ້າຈືນກໍກຽມນໍ້າມັນພືດ.

ไม่มีคำอธิบายรูปภาพ

▶ຂັ້ນຕອນການເຮັດ: ດັງໄຟໃຫ້ຖ່ານຕິດແລ້ວ    ( ຢ່າໃສ່ຖ່ານຫຼາຍ ເພາະໄຟຈະແຮງ ອາດຈະເຮັດໃຫ້ໄໝ້ໄດ້ ) ຈາກນັ້ນກໍນຳແຕະປີ້ງໄປວາງໃສ່ແລ້ວນຳໂຕຈີ່ນາຍທີ່ກຽມໄວ້ໄປວາງປີ້ງ ຂະນະທີ່ປີ້ງຕ້ອງລະວັງບໍ່ໃຫ້ໄໝ້ ເມື່ອສຸກໝົດແລ້ວ ກໍສືບຕໍ່ຈີ່ໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມໃຫ້ສຸກ ແລະ ປອກເປືອກທຸກຢ່າງໃຫ້ຮຽບຮ້ອຍ.

ไม่มีคำอธิบายรูปภาพ

▶ຖ້າຈືນ: ແມ່ນຄ້າງໝໍ້ໃຫ້ຮ້ອນແລ້ວຕື່ມນໍ້າມັນລົງໄປໃຫ້ອ່າວຫຼາຍແດ່ ຈາກນັ້ນປະໃຫ້ນໍ້າມັນຮ້ອນໆ ແລ້ວຈຶ່ງນຳໂຕຈີ່ນາຍ ລົງໄປຈືນຈົນໃຫ້ກອບດີແລ້ວເອົາຂຶ້ນມາວາງໃຫ້ສະເດັດນໍ້າມັນ.

อาจเป็นรูปภาพของ มอสทะเล และ ต้นกล้า

▶ຂັ້ນຕອນການຕຳ: ນຳຄົກກັບສາກມາແລ້ວ ນຳເກືອ, ແປ້ງນົວ, ໝາກເຜັດທີ່ຈີ່ກຽມໄວ້, ຫົວຫອມບົ່ວ, ຫົວຜັກທຽມທີ່ກຽມໄວ້ລົງໄປຕຳໃຫ້ລະອຽດ, ຈາກນັ້ນກໍນຳຈີ່ນາຍທີ່ກຽມໄວ້ຕຳຈົນໃຫ້ລະອຽດ ຊີມລົດຊາດຕາມໃຈມັກ ແລ້ວຕາມດ້ວຍຜັກຫອມທີ່ຊອຍກຽມໄວ້ລົງຕຳເລັກໜ້ອຍ ຖືວ່າເປັນອັນສຳເລັດ ຈາກນັ້ນກໍຕັກໃສ່ຖ້ວຍ ຫຼື ຈານພ້ອມເສີບ.

ບົດ: ຄຳນ້ອຍ