ພະຍາດຖອກທ້ອງທີ່ມາກັບລະດູຮ້ອນ

60

ອີກໜຶ່ງພະຍາດທີ່ເຮົາຄວນລະວັງໃນໄລຍະລະດູຮ້ອນ ນັ້ນ ກໍຄືພະຍາດຖອກທ້ອງ ທີ່ເກີດຈາກອາຫານເປັນພິດ ເພາະອາກາດຮ້ອນເຮັດໃຫ້ແບັກທີເຣຍໃນອາຫານຈະເລີນເຕີບໃຫຍ່ໄດ້ດີ ແລະ ຕິດເຊື້ອໄວເປັນພິເສດ ສົ່ງຜົນໃຫ້ອາຫານເນົ່າບູດງ່າຍ ຖ້າຮັບປະທານອາຫານເຫຼົ່ານີ້ເຂົ້າໄປຈະມີຜົນກະທົບຕໍ່ລໍາໄສ້ ຈະເຮັດໃຫ້ເກີດອາການຖອກທ້ອງ, ຖ່າຍແຫຼວ. ພະຍາດຖອກທ້ອງເກີດມາຈາກສາເຫດດັ່ງນີ້:

อาจเป็นรูปภาพของ 1 คน

  1. ອາຫານເປັນພິດ: ເກີດຈາກອາຫານທີ່ປຸງແຕ່ງໄວ້ດົນ ເຊິ່ງເຊື້ອແບັກທີເຣຍຈະປົນເປື້ອນໃນອາຫານຈະເລີນເຕີບໃຫຍ່ໄດ້ດີໃນອຸນຫະພູມສູງ ແລະ ຖ່າຍເທສານພິດອອກມາ ເຊິ່ງສານພິດດັ່ງກ່າວຈະເຮັດໃຫ້ຖອກທ້ອງເປັນນໍ້າ, ເຈັບທ້ອງບິດເປັນໄລຍະ ບາງຄັ້ງມີອາການປວດຮາກ. ກ່ອນຮັບປະທານອາຫານທຸກຄັ້ງຄວນອຸ່ນໃໝ່.
  2. ຕິດເຊື້ອໄວຣັສໂຮຕ້າ: ເປັນເຊື້ອພະຍາດທີ່ມີລັກສະນະນ້ອຍໆ ເຊິ່ງພະຍາດນີ້ມັກເກີດຂຶ້ນກັບເດັກນ້ອຍທີ່ມີອາຍຸຕໍ່າກວ່າ 2 ປີ ຈະມີໄຂ້ຕໍ່າ, ມີອາການຄ້າຍໆຫວັດ ແລະ ຖອກທ້ອງ, ຮາກ ຫຼື ບາງຄົນບໍ່ມີອາການຫວັດ ພະຍາດນີ້ມີລັກສະນະພິເສດຄືເຊື້ອພະຍາດຈະທໍາລາຍລໍາໄສ້ນ້ອຍ ເຮັດໃຫ້ຫຼຸດການຫຼັ່ງນໍ້າຍ່ອຍ ເຮັດໃຫ້ແບັກທີເຣຍໃນລໍາໄສ້ສະຫຼາຍເກີດເປັນກົດ ແລະ ເຮັດໃຫ້ຖອກທ້ອງໜັກຂຶ້ນ. ພະຍາດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ຜ່ານອາຈົມ, ດັ່ງນັ້ນ ເດັກນ້ອຍທີ່ເປັນພະຍາດນີ້ບໍ່ຄວນໃກ້ຊິດກັບເດັກນ້ອຍຄົນອື່ນ ພໍ່ແມ່ຄວນລ້າງມືໃສ່ສະບູໃຫ້ສະອາດ ແຕ່ພະຍາດນີ້ສາມາດປ້ອງກັນໄດ້ດ້ວຍວັກຊີນ.
  3. ອະຫິວາຕົກໂຣກ: ເປັນພະຍາດທີ່ພົບໜ້ອຍແຕ່ມີ ຄວາມສ່ຽງ ເນື່ອງຈາກຄົນທີ່ເປັນພະຍາດນີ້ຈະມີອາການຖອກທ້ອງຮຸນແຮງ ຖ້າປິ່ນປົວບໍ່ທັນອາດເຖິງແກ່ຊີວິດ ພະຍາດນີ້ຕິດຕໍ່ໄດ້ທາງອາຫານ ແລະ ນໍ້າທີ່ບໍ່ສະອາດ ມີເຊື້ອແບັກທີເຣຍປົນຢູ່ນໍາ. ດັ່ງນັ້ນ ໃນລະດູຮ້ອນນີ້ຄວນກິນອາຫານທີ່ປຸງແຕ່ງໃໝ່. ລັກສະນະຂອງພະຍາດນີ້ ຄົນປ່ວຍຈະຖ່າຍເປັນນໍ້າໜັກຂຶ້ນເລື້ອຍໆ ແລະ ເສຍນໍ້າໃນຮ່າງກາຍຈົນເຮັດໃຫ້ຄວາມດັນເລືອດຕໍ່າ.

ຂໍ້ມູນຈາກ: Sanook