ພະຍາດຜິວໜັງທີ່ເກີດຂຶ້ນໄລຍະລະດູຮ້ອນ

45

ອາກາດຮ້ອນເອົ້າແບບນີ້ບໍ່ພຽງແຕ່ເຮັດໃຫ້ເກີດພະຍາດລົມແດດ ແຕ່ຍັງສ່ຽງຕໍ່ພະຍາດຜິວໜັງໄດ້ງ່າຍ ເພາະອາກາດຮ້ອນເປັນປັດໄຈທີ່ສົ່ງຜົນໃຫ້ຕ່ອມເຫື່ອຜະລິດເຫື່ອອອກມາຫຼາຍເກີນໄປ ເຮັດໃຫ້ຫຼາຍຄົນອາດເກີດບັນຫາຜົດຜື່ນຄັນຕາມຂໍ້ພັບ ແລະ ບ່ອນອັບຊຸ່ມ ແລະ ເກີດມີຕຸ່ມລັກສະນະໃສພ້ອມທັງມີອາການຄັນ ສ້າງ ຄວາມລໍາຄານ ແລະ ອົດບໍ່ໄດ້ທີ່ຈະແກະເກົາ ສຸດທ້າຍກໍລາມເປັນຕຸ່ມໃຫຍ່ເພີ່ມອີກ. ພະຍາດທີ່ເກີດຂຶ້ນກັບຜິວໜັງໃນລະດູຮ້ອນ ມີດັ່ງນີ້:

อาจเป็นรูปภาพของ 1 คน, เห็บ และ การฝังเข็ม

  1. ພະຍາດທີ່ເກີດຈາກຜົດຮ້ອນ, ມີສາເຫດຈາກຄວາມອັບຊຸ່ມຈາກເຫື່ອ ແລະ ເສື້ອຜ້າທີ່ສວມໃສ່ບໍ່ລະບາຍອາກາດຈົນເຮັດໃຫ້ເກີດຜື່ນແດງຂຶ້ນຕາມຮ່າງກາຍ.
  2. ໂລກຜິວໜັງທີ່ເກີດຈາກເຊື້ອລາໂດຍມີຜື່ນ ຫຼື ຕຸ່ມອັກເສບບໍລິເວນຂໍ້ສອກພັບ, ຂີ້ແຮ້ ເປັນຕົ້ນ ຜື່ນຈະເກີດຢູ່ຈຸດດຽວກັນເປັນແຜ່ນໃຫຍ່ໆ ແລະ ມີອາການຄັນ.
  3. ໂລກພູມແພ້ຜິວໜັງ ເມື່ອຜິວໜັງສໍາຜັດກັບເຫື່ອອາດເກີດຜື່ນໂດຍທີ່ບໍ່ເຄີຍເປັນມາກ່ອນ ແລະ ເກີດຢູ່ບໍລິເວນອື່ນອີກ ເຊັ່ນ: ໜ້າຜາກ, ສອກຂໍ້ພັບບໍລິເວນແຂນຂາ, ຂີ້ແຮ້ ເປັນຕົ້ນ.

ວິທີເບິ່ງແຍງຜິວໄລຍະລະດູຮ້ອນ: ຄົນທີ່ມີຜິວມັນ ມັກຈະມີບັນຫາຜິວມັນຫຼາຍກວ່າຄົນທົ່ວໄປ ເພາະເມື່ອໄຂມັນປະສົມກັບເຫື່ອ ຈະເຮັດໃຫ້ໄຂມັນກະຈາຍໄປໄດ້ຫຼາຍຂຶ້ນເຮັດໃຫ້ຮູ້ສຶກວ່າໜ້າມັນຫຼາຍກວ່າປົກກະຕິ.

ການເຊັດເຫື່ອດ້ວຍແພເຊັດໜ້າ ຫຼື ທິດຊູ່ ສາມາດເຮັດໄດ້ແຕ່ບໍ່ຄວນເຊັດແຮງ ເພາະຈະເປັນການເຊັດໄຂມັນອອກມາຈາກຕ່ອມໄຂມັນຫຼາຍເກີນໄປ ຖ້າສາມາດລ້າງໜ້າໄດ້ກໍສາມາດເຮັດໄດ້ເຊັ່ນກັນ ແນະນໍາໃຫ້ໃຊ້ສະບູທີ່ອ່ອນລະມຸນໃນການລ້າງໜ້າ. ຄົນທີ່ມີຜິວແຫ້ງອາດຈະເກີດການລະຄາຍເຄືອງຈາກເຫື່ອ ແລະ ເກີດມີອາການແສບຄັນ ແລະ ມີຜື່ນແດງໄດ້, ຖ້າສາມາດຫຼຸດການສໍາຜັດເຫື່ອກັບຜິວໜັງໄດ້ກໍຈະເປັນການດີ.

ວິທີເລືອກຄີມກັນແດດເພື່ອເບິ່ງແຍງຜິວໃນລະດູຮ້ອນ ຄວນເລືອກຄີມກັນແດດທີ່ມີປະສິດທິພາບປ້ອງກັນຜິວຈາກແສງແດດ ຄືການເລືອກຄີມກັນແດດທີ່ມີສ່ວນປະສົມຂອງໄທເທນຽມ ຫຼື ຊິ້ງອັອກໄຊ (UVA)ຫຼື PV ສ່ວນຄ່າ SPF ຄວນເລືອກຕັ້ງແຕ່ຄ່າ SPF 30 ຂຶ້ນໄປ ແລະ ຄວນມີການທາຄີມກັນແດດຊໍ້າ ເມື່ອຕ້ອງໃຊ້ຊີວິດຢູ່ກາງແຈ້ງໝົດມື້.

ຂໍ້ມູນຈາກ: Sanook