ສະພາສູງອາເມຣິກາ ຮັບຮອງຮ່າງກົດໝາຍວ່າດ້ວຍການຈັດສັນງົບປະມານ ມູນຄ່າ 1.200 ຕື້ໂດລາ

41

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕອນຄ່ຳວັນທີ 22 ມີນາ, ສະພາສູງອາເມຣິກາ ໄດ້ຮັບຮອງຮ່າງກົດໝາຍວ່າດ້ວຍການຈັດສັນງົບປະມານຂອງລັດຖະບານມູນຄ່າ 1.200 ຕື້ໂດລາ ເພື່ອຫຼີກລ່ຽງບໍ່ໃຫ້ລັດຖະບານຢຸດປະຕິບັດງານໃນບາງພາກສ່ວນ.

อาจเป็นรูปภาพของ 1 คน และ อนุสาวรีย์

ກ່ອນໜ້ານີ້, ສະພາຕ່ຳອາເມຣິກາ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນີ້ດ້ວຍການລົງຄະແນນສຽງເຫັນດີ 286 ສຽງ, ບໍ່ເຫັນດີ 134 ສຽງ.

ຮ່າງກົດໝາຍສະບັບນີ້ຈະຍື່ນໃຫ້ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ລົງນາມເພື່ອໃຫ້ເກີດມີຜົນສັກສິດ.