ກະຊວງ ອຄ ປຶກສາຫາລື ຜົນການຄົ້ນຄວ້າ 3 ຫົວຂໍ້

26

ສະຖາບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ( ERIA ) ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້ ຄື: (1) ການເພີ່ມປະສິດທິພາບ ໃນການນໍາໃຊ້ທ່າບົກທ່ານາແລ້ງ; (2) ການພັດທະນາເຂດ ແລະ ນິຄົມອຸດສາຫະກໍາທີ່ມີທ່າແຮງຂອງລາວໃຫ້ມີຄວາມຍືນຍົງ ແລະ (3) ການສົ່ງເສີມແບບຍືນຍົງໃນການຜະລິດມັນຕົ້ນ.


ກອງປະຊຸມດັ່ງກ່າວ ມີຂຶ້ນໃນວັນທີ 21 ມີນາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ສາດສະດາຈານ ເທສຶຢາ ວາຕານາເບ ( Prof. Tetsuya Watanabe ) ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ; ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ນັກຄົ້ນຄວ້າຈາກສະຖາບັນຕ່າງໆ ແລະ ພາກເອກະຊົນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ສະຖາບັນ ERIA ທີ່ໄດ້ໃຫ້ການສະໜັບສະໜູນດ້ານວິຊາການໃນການສຶກສາສາມຫົວຂໍ້ດັ່ງກ່າວ ທີ່ມີຄວາມສໍາຄັນຫຼາຍໃນປັດຈຸບັນ. ຜົນການຄົ້ນຄວ້າຈະກາຍເປັນບ່ອນອີງ ໝູນໃຊ້ເຂົ້າໃນການສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ, ເພີ່ມທະວີຄວາມສາມາດທາງດ້ານການແຂ່ງຂັນຂອງພາກທຸລະກິດ ແລະ ສິ່ງສໍາຄັນແມ່ນເພື່ອບັນລຸການພັດທະນາແບບຍືນຍົງ, ການຮ່ວມມືລະຫວ່າງ MOIC ແລະ ERIA ຍັງມີຄວາມໝາຍເຖິງການຂະຫຍາຍຄວາມຮູ້ ແລະ ຄວາມເປັນຊ່ຽວຊານໃນການຫັນປ່ຽນໂຄງສ້າງທາງເສດຖະກິດຂອງປະເທດ ໃນຂະນະດຽວກັນກໍຮັກສາສະພາບແວດລ້ອມໃຫ້ມີຄວາມຍືນຍົງ.


ປະເທດລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເຊິ່ງເປັນສິ່ງທ້າທາຍທີ່ມີເອກະລັກສະເພາະ ແລະ ໃນເວລາດຽວກັນ ກໍເປັນໂອກາດທີ່ມີ ຄວາມໄດ້ປຽບທາງດ້ານທີ່ຕັ້ງສາມາດພັດທະນາເປັນສູນກາງທາງດ້ານໂລຊິດສະຕິກທີ່ສໍາຄັນຂອງພາກພື້ນ, ການພັດທະນາທ່າບົກ ແມ່ນພື້ນຖານສໍາຄັນຂອງວິໄສທັດທີ່ຈະພັດທະນາປະເທດໃຫ້ເປັນປະເທດເຊື່ອມໂຍງ – ເຊື່ອມຈອດທາງບົກ, ສົ່ງເສີມດ້ານການຄ້າ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃນເຂດ ແລະ ນິຄົມອຸດສາຫະກຳຂອງປະເທດ.

ຄຽງຄູ່ກັນນັ້ນ, ມັນຕົ້ນ ແມ່ນພືດກະສິກຳທີ່ເປັນທ່າແຮງຂອງ ສປປ ລາວ ທີ່ຢູ່ໃນຕ່ອງໂສ້ມູນຄ່າເພີ່ມຂອງພາກພື້ນ ແລະ ຍັງເປັນແຫຼ່ງວັດຖຸດິບສໍາຄັນໃນການຜະລິດພະລັງງານທົດແທນ, ການຄົ້ນຄວ້າຫົວຂໍ້ນີ້ ໄດ້ເຊື່ອມເອົາອົງປະກອບເຫຼົ່ານີ້ເຂົ້າກັນ; ນອກນັ້ນຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການສົ່ງເສີມການປູກມັນຕົ້ນ ໂດຍໃຊ້ວິທີການແບບປະສົມປະສານ ແລະ ການເປັນມິດກັບສິ່ງແວດລ້ອມ.


ພາກສຸດທ້າຍຂອງການນໍາສະເໜີຜົນການຄົ້ນຄວ້າຂອງຊ່ຽວຊານ ERIA ໃນສາມຫົວຂໍ້: ການຂະຫຍາຍທ່າບົກ, ການພັດທະນາເຂດ ແລະ ນິຄົມອຸດສາຫະກຳ ແລະ ການປູກມັນຕົ້ນໃຫ້ມີຄວາມຍືນຍົງ ໄດ້ຍົກໃຫ້ເຫັນມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນຢ່າງມີວິທະຍາສາດໃຫ້ພາກລັດນໍາໄປໝູນໃຊ້ໃນວຽກງານຕົວຈິງ ເພື່ອປະກອບສ່ວນໃນການພັດທະນາຊົນນະບົດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຊຸກຍູ້ການແຂ່ງຂັນທາງດ້ານອຸດສາຫະກຳ ແລະ ການຮັກສາສະພາບສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.
ໃນຕອນທ້າຍຂອງກອງປະຊຸມ ປະທານຍັງໄດ້ກ່າວເນັ້ນຕື່ມວ່າ: ຜົນການຄົ້ນຄວ້າຈະຖືກນໍາໄປຜັນຂະຫຍາຍເຂົ້າໃນນະໂຍບາຍຂອງລັດຖະບານ ເພື່ອກ້າວໄປສູ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ.