ໃຜຍັງວ່າງ ໄປສະໝັກວຽກຢູ່ງານນີ້ເດີ້ 500 ກວ່າຕຳແໜ່ງງານລໍຖ້າຢູ່

71

ສຳລັບໃຜທີ່ກຳລັງຫາວຽກຢູ່ ຫຼື ກຳລັງຄິດຢາກປ່ຽນວຽກ ແອັດແນະນຳໃຫ້ໄປງານນີ້ເດີ້ ຈ໋ອບເຟສ ເປັນງານຈັດຫາງານທີ່ຜູ້ອອກແຮງງານ ແລະຜູ້ຈ້າງງານຈະໄດ້ພົບພໍ້ກັນ ເລືອກໄດ້ໃນຕຳແໜ່ງທີ່ຕ້ອງການ ເອີ້ນວ່າ 500 ກວ່າຕຳແໜ່ງລໍຖ້າທ່ານຢູ່ ບໍ່ທັນມື້ນີ້ກໍ່ໄປມື້ອື່ນໄດ້ ຍັງຈະເປີດຈົນຮອດ 24 ມີນາ.

May be an image of 10 people, dais and text
ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ແລະ ສະມາຄົມທຸລະກິດການບໍລິການຈັດຫາງານ ຮ່ວມກັນຈັດງານນັດພົບແຮງງານ 2024(Job Fest 2024) ຂຶ້ນໃນວັນທີ 22 ມີນາ 2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC). ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ມາຕິນ ເທີເຣີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ, ມີບັນດາຫົວໜ່ວຍແຮງງານ, ວິສາຫະກິດບໍລິການຈັດຫາງານພ້ອມດ້ວຍທີ່ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ.

May be an image of 7 people and text

ທ່ານນາງ ໃບຄຳ ຂັດທິຍະ ກ່າວວ່າ: ຈຸດປະສົງຂອງການຈັດງານ ຄັ້ງນີ້ ແມ່ນເພື່ອເປີດຕົວ ເຄື່ອງມືການບໍລິການໃຫ້ຄຳປຶກສາ ແລະ ຈັດຫາງານພາຍໃນ ພາຍໃຕ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມທັງແນະນຳ ແລະ ໃຫ້ຄຳປຶກສາການນຳໃຊ້ເຄື່ອງມືການບໍລິການໃຫ້ຄຳປຶກສາ ແລະ ຈັດຫາງານພາຍໃນປະເທດ ພາຍໃຕ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ແກ່ຫົວໜ່ວຍແຮງງານ ແລະ ຜູ້ຊອກວຽກເຮັດງານທຳ ແລະ ຍັງເປັນການສ້າງໂອກາດໃຫ້ຜູ້ຊອກວຽກເຮັດງານທຳໄດ້ພົບປະກັບຜູ້ໃຊ້ແຮງງານ, ເຂົ້າເຖິງຂໍ້ມູນອາຊີບທີ່ຫຼາກຫຼາຍ, ສ້າງຄວາມເຂົ້າໃຈ ກ່ຽວກັບສະພາບຕະຫຼາດແຮງງານ ແລະ ການພັດທະນາທັກສະທີ່ຈຳເປັນ ແລະ ສຳຄັນໃນການຊອກວຽກ. ມາເຖິງປະຈຸບັນ ມີຫົວໜ່ວຍແຮງງານ, ວິສາຫະກິດບໍລິການຈັດຫາງານ ແລະ ຄູ່ຮ່ວມງານທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຕັ້ງບຸດ ເພື່ອໃຫ້ບໍລິການຂຶ້ນທະບຽນຊອກວຽກ,ໃຫ້ຄຳປຶກສາ, ສຳພາດເອົາແຮງງານ ລວມທັງໝົດ 56 ບູດ, ຕຳແໜ່ງຫວ່າງ 560 ຕຳແໜ່ງທີ່ຕ້ອງການແຮງງານຫຼາຍກວ່າ 1.740 ຄົນ.

May be an image of 11 people and text
ທ່ານ ພຸດທະວົງພູມມະສັກ, ຫົວໜ້າພະແນກຂໍ້ມູນຂ່າວສານຕະຫຼາດແຮງງານ, ກົມການຈັດຫາງານ ໄດ້ນໍາສະເໜີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃນບາງຕອນວ່າ: ໃນ ສປປ ລາວ ມີສະພາບເສດຖະກິດທີ່ທ້າທາຍ ເກີດບັນຫາເລື່ອງການຈ້າງງານທີ່ເຂົ້າບໍ່ເຖິງຈິ່ງຈໍາເປັນຕ້ອງມີແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ດັ່ງນັ້ນ ໃນແຜນພັດທະນາຂອງກະຊວງແຮງງານ ແລະສະຫວັດດີການສັງຄົມ ຈິ່ງໄດ້ກຳນົດເອົາການປັບປຸງລະບົບຂ່າວສານແຮງງານເປັນຈຸດສຸມເພື່ອເປັນແຫຼ່ງຂໍ້ມູນຂ່າວສານໃນການສະໜອງຂໍ້ມູນຂ່າວສານເຂົ້າໃນຖານຂໍ້ມູນລວມສູນຢ່າງເປັນລະບົບເປັນຕົ້ນແມ່ນການຊອກຫາວຽກເຮັດງານທຳ, , ການປະກາດຮັບສະໝັກງານ, ແນະນຳວຽກອາຊີບ,ພັດທະນາສີມືແຮງງານ ເປັນຕົ້ນ.

May be an image of 13 people and text that says '5000 Phameuang'
ງານນັດພົບແຮງງານຄັ້ງນີ້ຜູ້ທີ່ສົນໃຈສາມາດ ຍ່າງເຂົ້າມາສະໝັກວຽກພ້ອມສຳພາດງານເລີຍ ໂດຍໃນງານນີ້ຈະດຳເນີນໄປເປັນເວລາ 3 ວັນເລີ້ມແຕ່ວັນທີ 22-24ມີນາ 2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC).