ການບໍລິຫານຈັດສັນການລົງທຶນ

69

ໃນການເສີມສ້າງຄວາມອຸດົມຮັ່ງມີ ການລົງທຶນແມ່ນເປັນສິ່ງສຳຄັນທີ່ປຽບດັ່ງເສັ້ນທາງລັດທີ່ຈະນຳພາໄປສູ່ ຄວາມອຸດົມຮັ່ງມີ.

ການທີ່ຈະລົງທຶນໃຫ້ປະສົບຜົນສຳເລັດນັ້ນ ການວາງແຜນການລົງທຶນແມ່ນມີບົດບາດສໍາຄັນ ໂດຍທົ່ວໄປການວາງແຜນການລົງທຶນແມ່ນຕ້ອງພິຈາລະນາ 4 ຢ່າງ ຄື: ຕ້ອງຮູ້ຈັກຕົນເອງກ່ອນລົງທຶນ, ຕ້ອງຮູ້ຈັກເຄື່ອງມື ຫຼື ທາງເລືອກໃນການລົງທຶນ, ຕ້ອງຮູ້ຈັກຈັງຫວະການລົງທຶນ ແລະ ຮູ້ຈັດສັນເງິນລົງທຶນ ດັ່ງທີ່ໄດ້ນຳສະເໜີຜ່ານມາ. ແຕ່ວ່ານອກຈາກແຜນການລົງທຶນທີ່ໄດ້ກ່າວຜ່ານມາແລ້ວ ຍັງມີການບໍລິຫານຈັດສັນການລົງທຶນເປັນສິ່ງທີ່ສຳຄັນເຊັ່ນດຽວກັນຕໍ່ການລົງທຶນເພື່ອເສີມສ້າງ ຄວາມອຸດົມຮັ່ງມີ ໂດຍໃນອາທິດນີ້ເຮົາຈະມາສະເໜີກ່ຽວກັບການບໍລິຫານຈັດສັນການລົງທຶນວ່າມີຄືແນວໃດ.

อาจเป็นกราฟิกรูป ข้อความ

ໃນໂລກຂອງການລົງທຶນໂດຍທົ່ວໄປຜູ້ລົງທຶນສ່ວນ ໃຫຍ່ຈະຮູ້ຈັກກັບຄຳວ່າ      “ ການບໍລິຫານຈັດສັນການລົງທຶນ ” ຫຼື “ Portfolio Management ” ເປັນຢ່າງດີ ເຖິງແມ່ນວ່າບາງຄັ້ງອາດຮູ້ສຶກວ່າເປັນເລື່ອງທີ່ສັບຊ້ອນ ຫຍຸ້ງຍາກໃນທາງປະຕິບັດ ແຕ່ຄວາມຈິງແລ້ວການບໍລິຫານຈັດສັນການລົງທຶນມີຫຼັກການພື້ນຖານງ່າຍໆດັ່ງຕໍ່ໄປນີ້:

อาจเป็นรูปภาพของ ข้อความ

▶ການກະຈາຍຄວາມສ່ຽງຢ່າງສົມດຸນ: ໂດຍບໍ່ເລືອກລົງທຶນໃນທາງເລືອກໃດທາງເລືອກໜຶ່ງ ດ້ວຍເງິນທັງໝົດທີ່ມີ;

▶ບໍ່ຫຼາກຫຼາຍ ຫຼື ກະຈັດກະຈາຍຫຼາຍເກີນໄປ: ເພາະຈະເຮັດໃຫ້ຍາກໃນການຕິດຕາມລາຄາ ແລະ ຂ່າວສານ ທີ່ກ່ຽວຂ້ອງກັບທາງເລືອກການລົງທຶນນັ້ນໆ;

อาจเป็นกราฟิกรูป 1 คน และ ข้อความพูดว่า "What is Portfolio Management? ₹"

▶ມີສັດສ່ວນການລົງທຶນເໝາະສົມກັບເປົ້າໝາຍຂອງຕົນເອງ: ມີຄວາມສົມດູນລະຫວ່າງການລົງທຶນໃນທາງເລືອກທີ່ມີຄວາມສ່ຽງໜ້ອຍ ໃຫ້ຜົນຕອບແທນແນ່ນອນກັບການລົງທຶນໃນທາງເລືອກທີ່ມີຄວາມສ່ຽງສູງ ທີ່ໃຫ້ຜົນຕອບແທນສູງ ແຕ່ອາດຈະໄດ້ແດ່ເສຍແດ່ໂດຍຜູ້ລົງທຶນແຕ່ລະຄົນເປັນຜູ້ກຳນົດສັດສ່ວນທີ່ເໝາະສົມເອງ;

อาจเป็นรูปภาพของ 1 คน และ ข้อความ

▶ມີຄວາມຫົດຢືດໃນລະດັບໜຶ່ງ: ໂດຍສາມາດປັບປ່ຽນແຜນການລົງທຶນໄດ້ ເມື່ອສະຖານະມີການປ່ຽນແປງ.

ນອກຈາກຫຼັກການພື້ນຖານຂ້າງເທິງແລ້ວ ການບໍລິຫານຈັດສັນການລົງທຶນຕ້ອງມີການຕິດຕາມ ແລະ ປັບປ່ຽນຢ່າງສະໝ່ຳສະເໝີ ເພື່ອໃຫ້ສອດຄ່ອງກັບວັດຖຸປະສົງຂອງການລົງທຶນ ແລະ ເໝາະສົມກັບພາວະຕະຫຼາດໃນຂະນະນັ້ນ.